ເພື່ອຜັນຂະຫຍາຍ ການຕົກລົງເປັນເອກະພາບຂອງການນໍາສູງສຸດຂອງ ສອງປະເທດ ລາວ ແລະ ຈີນ, ໃນວັນທີ 04 ພຶດສະພາ 2026, ຄະນະກໍາມະການຮ່ວມມືລາວ-ຈີນ (ຄລຈ) ກະຊວງການເງິນ ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງການຕ່າງປະເທດ ໄດ້ປຶກສາຫາລື ກະກຽມບັນດາໂຄງການປັບປຸງພື້ນຖານໂຄງລ່າງພື້ນຖານ ຢູ່ເຂດດ່ານຊາຍແດນລາວ-ຈີນ ທີ່ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ. ທ່ານ ນາງ ແສງເດືອນ ໄຊຍະສອນ, ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ຮ່ວມກັບ ທ່ານ ລິດຕາ ຂັດທິຍະ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຕາງໜ້າ ຈາກ ກະຊວງການຕ່າງປະເທດ ພ້ອມດ້ວຍ ຄະນະຮັບຜິດຊອບ ຈາກ ກົມກອງກ່ຽວຂ້ອງ ໄດ້ດໍາເນີນກອງປະຊຸມປຶກສາຫາລື ກ່ຽວກັບ ການກະກຽມວຽກງານກ່ຽວຂ້ອງ ຂອງບັນດາໂຄງການປັບປຸງກໍ່ສ້າງພື້ນຖານໂຄງລ່າງ ຢູ່ ເຂດຊາຍດ່ານແດນລາວ-ຈີນ ບໍ່ເຕ່ນ-ບໍ່ຫານ ແລະ ບັນດາໂຄງການທີ່ຕິດພັນ ກັບ ການຍົກລະດັບບັນດາດ່ານຊາຍແດນລາວ-ຈີນ ແຫ່ງອື່ນໆ ທີ່ມີແຜນຈະສະເໜີນໍາໃຊ້ງົບປະມານຊ່ວຍເຫຼືອລ້າ ຈາກ ສປ ຈີນ ມາຈັດຕັ້ງປະຕິບັດ. ໃນກອງປະຊຸມ ໄດ້ລົງເລິກປຶກສາຫາລື ໂດຍສຸມໃສ່ການແບ່ງໜ້າທີ່ຄວາມຮັບຜິດຊອບ ໃນການກະກຽມບົດສະເໜີ ໂຄງການ ແລະ ກະກຽມຂໍ້ມູນກ່ຽວຂ້ອງເພີ່ມເຕີມ ເພື່ອສະໜອງໃຫ້ແກ່ ຝ່າຍຈີນ ໃນການເຮັດບົດ FS ແລະ ເພື່ອປະກອບເຂົ້າໃນແຜນຮ່ວມມືເພື່ອການພັດທະນາ ລະຫວ່າງ ຄລຈ ກັບ ອົງການ CIDCA ໃນຕໍ່ໜ້າ, ເປັນຕົ້ນແມ່ນ: ການກະກຽມບົດສະເໜີໂຄງການອາຄານກວດກາຮ່ວມ ສໍາລັບຜູ້ໂດຍສານ ຢູ່ ດ່ານສາກົນສະຖານີລົດໄຟລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ), ການກໍານົດແລວທາງ ແລະ ສະໜອງຂໍ້ມູນເຕັກນິກທີ່ກ່ຽວຂ້ອງ ເພີ່ມເຕີມໃຫ້ ຝ່າຍຈີນ ສໍາລັບໂຄງການປັບປຸງກໍ່ສ້າງເສັ້ນທາງ 13 ເໜືອ ຊ່ວງ ບໍ່ເຕ່ນ-ບໍ່ປຽດ, ຮ່ວມກັນຄົ້ນຄວ້າວິທີທາງ ເພື່ອສະເໜີຝ່າຍແຂວງຢູນນານ ສືບຕໍ່ໃຫ້ການຊ່ວຍເຫຼືອປະຕິບັດ ໂຄງການກໍ່ສ້າງຊ່ອງທາງ 12 ເລນ ສໍາລັບລົດຂົນສົ່ງສິນຄ້າ ຢູ່ ດ່ານບໍ່ເຕ່ນ-ບໍ່ຫານ, ກະກຽມຄົ້ນຄວ້າ ສະເໜີໂຄງການປັບປຸງຍົກລະດັບໂຄງລ່າງພື້ນຖານ ຢູ່ ດ່ານ ປາງໄຮ (ເມືອງສິງ ແຂວງຫຼວງນໍ້າທາ) ແລະ ດ່ານ ລານຕຸຍ (ເມືອງຍອດອູ ແຂວງຜົ້ງສາລີ), ລວມໄປເຖິງການປຶກສາຫາລື ຄົ້ນຄວ້າ ເພື່ອສະເໜີເອົາໂຄງການກໍ່ສ້າງເສັ້ນທາງຈໍານວນໜຶ່ງ ທີ່ມີການເຊື່ອມຈອດກັບ ບັນດ່ານຊາຍແດນລາວ-ຈີນ ເຫຼົ່ານັ້ນ ເພື່ອຈັດເຂົ້າໃນແຜນການຮ່ວມມືເພື່ອການພັດທະນາ ລະຫວ່າງ ຄລຈ ກັບ ອົງການ CIDCA ໃນຕໍ່ໜ້າ. ຜ່ານການປຶກສາຫາລື, ກອງປະຊຸມ ໄດ້ເປັນເອກະພາບກັນ ມອບໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການກະກຽມບົດສະເໜີໂຄງການທັງໝົດ, ລວມທັງປະກອບຂໍ້ມູນທີ່ກ່ຽວຂ້ອງ ເພື່ອສະເໜີໃຫ້ຝ່າຍຈີນ ໂດຍຜ່ານ ຄລຈ; ມອບໃຫ້ ກະຊວງການຕ່າງປະເທດ (ຫ້ອງການຄະນະກໍາມະການຊາຍແດນ ແຫ່ງຊາດ) ເປັນເຈົ້າການໃນການປະສານສົມທົບ ກັບຝ່າຍຈີນ ໃນການກໍານົດທາງດ້ານຫຼັກການ ແລະ ລະບຽບການທີ່ກ່ຽວຂ້ອງ; ສ່ວນ ຄລຈ ແມ່ນຈະເປັນຜູ້ສັງລວມບັນດາບົດສະເໜີໂຄງການ ແລະ ຂໍ້ມູນກ່ຽວຂ້ອງ, ພ້ອມທັງ ເປັນເຈົ້າການຄົ້ນຄວ້າ ແລະ ກະກຽມຮ່າງແຜນການຮ່ວມມື ເພື່ອຮີບຮ້ອນສະເໜີ ຫາ ອົງການ CIDCA ຢ່າງເປັນທາງການ. ການພັດທະນາໂຄງລ່າງພື້ນຖານ ຢູ່ເຂດດ່ານຊາຍແດນລາວ-ຈີນ ຖືເປັນວຽກງານຈຸດສຸມທີ່ສໍາຄັນ ໃນການຊຸກຍູ້ສົ່ງເສີມການຮ່ວມມື ຂອງສອງຝ່າຍ ລາວ ແລະ ຈີນ, ເຊິ່ງຈະຊ່ວຍສ້າງເງື່ອນໄຂສະດວກໃຫ້ແກ່ ການຜ່ານດ່ານ ຂອງຄົນ ແລະ ສິນຄ້າ, ຊຸກຍູ້ການທ່ອງທ່ຽວ ແລະ ດຶງດູດການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ຊຸກຍູ້ແຮງການພັດທະນາ ຢູ່ທ້ອງຖິ່ນ ກໍ່ຄືການພັດທະນາເສດຖະກິດ-ສັງຄົມຂອງລາວ ໃຫ້ເຕີບໂຕເປັນກ້າວໆ.
