ໃນວັນທີ 5 ພຶດສະພາ 2026 ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ຄົບຮອບ 28 ປີ (5 ພຶດສະພາ 1998-5 ພຶດສະພາ 2026), ມອບໃບຍ້ອງຍໍ ໃຫ້ແກ່ສະມາຊິກ ນິຕິບຸກຄົນ ຜູ້ມີຜົນງານດີເດັ່ນ ໃນການປະກອບສ່ວນມອບພັນທະຄ່າທຳນຽມຕາມລະບຽບກົດໝາຍ ແຕ່ປີ 2022-2025 ແລະ ມອບໃບຍ້ອງຍໍ ແກ່ສະມາຊິກສາມັນບຸກຄົນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມ ຝຶກອົບຮົມ ຍົກລະດັບວິຊາຊີບ ແບບຕໍ່ເນື່ອງ (CPD) ໄດ້ຕາມລະບຽບການ ຂອງ ສວ-ບກລ ຈໍານວນ 40 ຊົ່ວໂມງ ຂຶ້ນໄປ ປະຈໍາປີ 2025, ເປັນກຽດມອບໃບຍ້ອງຍໍ ຄັ້ງນີ້ໂດຍ ທ່ານ ສອນໄຊ ສີລາເພັດ ປະທານ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ.





