• ກະຊວງການເງິນ
  • |
  • 2026-05-06
  • |
  • ວຽກວິຊາສະເພາະ

   ກອງປະຊຸມສະຫຼຸບການເຄື່ອນໄຫວ ຂອງຄະນະກຳມາທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງການເງິນປະຈຳປີ 2025 ແລະ ທິດທາງແຜນການປີ 2026

        ໃນວັນທີ 6 ພຶດສະພາ 2026,​ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວການເຄື່ອນໄຫວ ຂອງຄະນະກຳມາທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງການເງິນປະຈຳປີ 2025 ແລະ ທິດທາງແຜນການປີ 2026 ໂດຍການເປັນປະ ທານ ຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ມີຕາງໜ້າກົມອ້ອມຂ້າງ ກະຊວງການເງິນເຂົ້າຮ່ວມ.

        ໂອກາດນີ້ ທ່ານ ພູວົງ ກິດຕະວົງ ໄດ້ມີຄຳເຫັນວ່າ: ໃນໄລຍະທີ່ຜ່ານມາຄະນະນໍາກະຊວງການເງິນ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານບົດບາດຍິງ-ຊາຍ ແລະ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ມີການຈັດຕັ້ງ ເຜີຍແຜ່ເນື້ອໃນແຜນຍຸດທະສາດເພື່ອຄວາມສະເໝີພາບຍິງ-ຊາຍ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເຮັດໃຫ້ ຂະແໜງການ ແລະ ທ້ອງຖິ່ນໄດ້ຮັບຮູ້  ເຂົ້າໃຈທິດທາງ, ນະໂຍບາຍຂອງພັກ-ລັດ ແລະ ຍຸດທະສາດດັ່ງ ກ່າວບົນພື້ນຖານການຜັນຂະຫຍາຍຈາກ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແຜນ ດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ (2021-2025) ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງປະຈຸບັນແມ່ນຢູ່ໃນໄລຍະປັບປຸງຮ່າງແຜນດັ່ງກ່າວ ໄລຍະ (2026-2030). ແຜນຍຸດທະສາດດັ່ງກ່າວຈະເປັນບອ່ນອີງ ແລະ ເປັນການກຳນົດທິດທາງການເຄື່ອນໄຫວ ການຕິດຕາມການຈັດຕັ້ງປະຕິບັດວຽກງານບົດບາດຍິງ-ຊາຍ ແລະ ແມ່-ເດັກ ຕາມເປົ້າໝາຍ ແລະ ຄາດໝາຍສູ້ຊົນທີ່ວ່າງໄວ້ ກໍ່ຄືການໃຫ້ຍິງ ແລະ ຊາຍ ມີສິດເທົ່າທຽມກັນໃນທຸກໆດ້ານ ແລະ ຖືເອົາວຽກງານບົດບາດຍິງ-ຊາຍ ເປັນວຽກງານໜຶ່ງ ທີ່ສໍາຄັນໃນທຸກໆຂະແໜງການ ເພື່ອລຶບລ້າງທຸກຮູບການຈໍາແນກ ຕໍ່ແມ່ຍິງ ແລະ ຍົກສູງບົດບາດຂອງຍິງ ແລະ ຊາຍ ໃຫ້ມີຄວາມສະເໝີພາບໃນການປະກອບສ່ວນໃນການ ສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສີວິໄລ.

        ຢ່າງໃດກໍ່ດີ, ໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ພາລະບົດບາດ ແລະ ໜ້າທີ່ຂອງຕົນໃນການຄົ້ນຄວ້າ ພິຈາລະ ນາ ແລະ ເປັນເສນາທິການໃຫ້ການນໍາໃນການສ້າງບັນດານິຕິກຳ, ນິຕິກຳລຸ່ມກົດໝາຍ, ລະບຽບ ການ ເພື່ອຮອງຮັບກັບໜ້າວຽກຕົວຈິງໃຫ້ນັບມື້ນັບດີຂື້ນ ສ້າງເງື່ອນໄຂໃນການຊຸກຍູ້ ແລະ ສົ່ງເສີມພະນັກງານເອື້ອຍນ້ອງເພດຍິງ ແລະ ເພດຊາຍ ໃຫ້ມີຄວາມສະເໝີພາບໃນທຸກໆດ້ານ.

        ກອງປະຊຸມໃນຄັ້ງນີ້ບັນດາທ່ານຈະໄດ້ຮັບຟັງຮ່າງບົດສະຫຼຸບປະຈໍາປີ 2025 ເພື່ອທົບທວນ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດໃນໄລຍະ 01 ປີ ຜ່ານມາ, ເຊິ່ງພວກເຮົາຈະໄດ້ປະກອບຄໍາເຫັນໃສ່ ເນື້ອໃນບົດລາຍງານຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອໃຫ້ຄົບຖ້ວນສົມບູນ, ພ້ອມກັນປຶກສາຫາລື ການປັບປຸງແຕ່ງຕັ້ງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ເນື່ອງຈາກໄດ້ມີການໂຮມສອງກະຊວງ. ພ້ອມທັງເປີດກວ້າງໃຫ້ແລກປ່ຽນຄໍາຄິດຄໍາເຫັນ ຈາກບັນດາກົມ ໃນການ ຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ແລະ ຜົນງານຂອງບັນດາກົມທີ່ມີສ່ວນຮ່ວມໃນວຽກງານດັ່ງກ່າວ.

© 2025 Copyright: ກະຊວງການເງິນ, ສປປ ລາວ