ຈຸດປະສົງຂອງກອງປະຊຸມເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກໃນໜື່ງປີທີ່ຜ່ານມາ, ຊອກໃຫ້ເຫັນດ້ານດີອັນພົ້ນເດັ່ນທີ່ຈະຕ້ອງເສີມຂະຫຍາຍ ແລະ ດ້ານອ່ອນ, ຂໍ້ຄົງຄັ້ງທີ່ຕ້ອງປັບປຸງແກ້ໄຂ ແລະ ບົດຮຽນທີຖອດຖອນໄດ້ໃນການປະຕິບັດວຽກງານຕົວຈິງ ແລະ ກຳນົດທິດທາງ, ວຽກຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດງວດ II 2026 ເພື່ອບັນລຸຕາມແຜນງົບປະມານແຫ່ງລັດ ໃຫ້ມີປະສິດທິຜົນດີກວ່າເກົ່າ. ໃນກອງປະຊຸມ ທ່ານ ນາງວຽງຄອນ ຈິນດາວົງ ຮອງຫົວໜ້າກົມງົບປະມານແຫ່ງລັດ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງກົມງົບປະມານແຫ່ງລັດ ປະຈຳງວດ I ແລະ ທິດທາງແຜນການວຽກຈຸດສຸມ ປະຈຳງວດ II ປີ 2026 ເພື່ອຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານງົບປະມານແຫ່ງລັດໃນປີຜ່ານມາ ແລະ ນຳເອົາຜົນສໍາເລັດດັ່ງກ່າວ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິພາບສູງ ແລະ ໄດ້ຮັບຜົນສຳເລັດດີກວ່າເກົ່າ.



ໃນໂອກາດດັ່ງກ່າວ, ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ ປະທານກອງປະຊຸມ ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແມ່ນສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ແລະ ຕາມການມອບໝາຍຂອງຂັ້ນເທິງ ມີຜົນສໍາເລັດຢ່າງເປັນຮູບປະທຳ, ພ້ອມກັນນັ້ນ ໃນງວດ II 2026 ໃຫ້ສືບຕໍ່ເອົາໃຈໃສ່ ປັບປຸງກົນໄກການຄຸ້ມຄອງງົບປະມານແຫ່ງລັດ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແກ້ໄຂບັນຫາທີ່ເປັນຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ສືບຕໍ່ຈັດຕັ້ງປະຕິບັດ ບັນດາແຜນວຽກຈຸດສຸມທີ່ໄດ້ກໍານົດໃນທິດທາງລວມ ແລະ ຄາດໝາຍສູ້ຊົນ ທີ່ໄດ້ກໍານົດໄວ້ໃນແຜນດໍາເນີນງານຂອງກົມໃຫ້ຜົນສໍາເລັດຕາມຄາດໝາຍ.




ໃນຕອນທ້າຍຂອງກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ວ່າດ້ວຍການແຕ່ຕັ້ງຮອງຫົວໜ້າພະແນກ ຂອງກົມງົບປະມານແຫ່ງລັດ ສະບັບເລກທີ 1388/ກງ, ລົງວັນທີ 20 ເມສາ 2026 ໂດຍແຕ່ງຕັ້ງ ທ່ານ ນາງ ວິລະສຸກ ພົງແພຄຳ ເປັນຮອງຫົວໜ້າພະແນກປະເມີນແຜນງົບປະມານແຫ່ງລັດ ແລະ ແຕ່ງຕັ້ງ ທ່ານ ນາງ ສົມພາພອນ ມັງໜໍ່ເມກ ເປັນຮອງຫົວໜ້າພະແນກແຜນການງົບປະມານແຫ່ງລັດ.