ໃນວັນທີ 05 ພຶດສະພາ 2026, ຫ້ອງການ ກະຊວງການເງິນ ຮ່ວມກັບ ທະນາຄານໂລກ ໄດ້ຈັດກອງປະຊຸມເຜີຍແຜ່ ບົດລາຍງານ ການປະເມີນກອບວຽກລວມຂອງລັດວິສາຫະກິດ ໃນ ສປປ ລາວ (Integrated State-Owned Enterprises Framework - iSOEF) ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ແລະ ທ່ານ ໄພເລີດ ພົນບູລົມ ຫົວໜ້າຫ້ອງການ ຄະນະປະຕິຮູບລັດວິສາຫະກິດ ພ້ອມດ້ວຍຜູ້ໃຫ້ທຶນຈາກ ທະນາຄານໂລກ ປະຈໍາ ສປປ ລາວ, ອົງການ EU ປະຈໍາ ສປປ ລາວ, ສະຖານທູດ ອົດສຕາລີ ປະຈໍາ ສປປ ລາວ ແລະ ຜູ້ຕາງໜ້າຈາກບັນດາກົມກອງທີ່ກ່ຽວຂ້ອງ ທັງພາກລັດ ແລະ ລັດວິສາຫະກິດ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ສົມຈິດ ຄໍາມຸງຄຸນ ໃຫ້ຮູ້ວ່າ: ການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບການປະເມີນກອບວຽກງານລັດວິສາຫະກິດແບບປະສົມປະສານ ເພື່ອແກ້ໄຂບັນຫາແຮງກົດດັນທາງການເງິນທີ່ເພີ່ມຂຶ້ນ ເຊິ່ງຕິດພັນກັບໜີ້ສິນຂອງລັດວິສາຫະກິດ (SOE) ແລະ ສິ່ງທ້າທາຍດ້ານການປະຕິບັດງານ. ເຊິ່ງຖືກລິເລີ່ມຕາມການສະເໜີຂອງກະຊວງການເງິນ ການປະເມີນນີ້ໄດ້ນໍາໃຊ້ iSOEF ຂອງທະນາຄານໂລກ ເພື່ອວິເຄາະຂະແໜງການລັດວິສາຫະກິດຂອງ ສປປ ລາວ ຢ່າງຮອບດ້ານ ໂດຍສຸມໃສ່ຕົ້ນທຶນ ແລະ ຄວາມສ່ຽງທາງການເງິນ, ຊ່ອງວ່າງດ້ານການຄຸ້ມຄອງບໍລິຫານ ແລະ ບຸລິມະສິດໃນການປະຕິຮູບ.
ພ້ອມດຽວກັນນີ້, ທ່ານ ໄພເລີດ ພົນບູລົມ ຍັງໄດ້ກ່າວຕື່ມວ່າ: ວຽກງານລັດວິສາຫະກິດເປັນວຽກງານໜຶ່ງທີ່ມີຄວາມສຳຄັນ, ຕະຫຼອດໄລຍະຜ່ານມາລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ຊີ້ນຳຢ່າງໃກ້ສິດ ໄດ້ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການປັບປຸງເປັນແຕ່ລະໄລຍະເຊັ່ນ: ໄລຍະທີ 1 (ກ່ອນຊຸມປີ 2000) ການຫັນປ່ຽນສູ່ກົນໄກຕະຫຼາດ ແລະ ການເລີ່ມຫັນເປັນເອກະຊົນ; ໄລຍະທີ 2 (2001-2016) ການປັບໂຄງສ້າງ ແລະ ການສ້າງກອບຄຸ້ມຄອງ; ໄລຍະທີ 3 (2016-2023) ການປະຕິຮູບພາຍໃຕ້ວາລະແຫ່ງຊາດ ແລະ ການກະກຽມກົນໄກໃໝ່ ແລະ ໄລຍະທີ 4 (2023-ປັດຈຸບັນ) ການປະຕິຮູບພາຍໃຕ້ການນຳພາໂດຍກົງຂອງພັກ.
ສະນັ້ນ ເພື່ອເປັນການຜັນຂະຫຍາຍຍຸດທະສາດການພັດທະນາ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ໄລຍະ 2026-2030, ຄະນະປະຕິຮູບລັດວິສາຫະກິດ ພວມຄົ້ນຄວ້າສ້າງຍຸດທະສາດຮອດປີ 2035 ແລະ ແຜນປະຕິຮູບ ແລະ ພັດທະນາລັດວິສາຫະກິດໄລຍະ 2026-2030 ເຊິ່ງໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກທະນາຄານໂລກ ໂດຍໄດ້ກຳນົດເປົ້າໝາຍໃຫຍ່ເປັນແຕ່ລະໄລຍະ ພ້ອມດ້ວຍທິດທາງ ແລະ ວຽກງານຈຸດສຸມເປັນແຕ່ລະດ້ານ ເພື່ອຍົກສູງຄຸນນະພາບຂອງການຄຸ້ມຄອງວິສາຫະກິດໃຫ້ສູງຂຶ້ນ ເພື່ອໃຫ້ສາມາດເປັນໃຈກາງຂອງລະບົບເສດຖະກິດແຫ່ງຊາດໄດ້.

ການເຜີຍແຜ່ ບົດລາຍງານດັ່ງກ່າວ ແມ່ນມີຄວາມສຳຄັນໃນການແນະນຳຈາກຜົນການວິເຄາະເປັນແຕ່ລະດ້ານ ເຊິ່ງເຫັນວ່າເປັນຂໍ້ມູນສຳຄັນໃຫ້ແກ່ລັດຖະບານ ໃນການກຳນົດນະໂຍບາຍສຳລັບວຽກງານປະຕິຮູບ ແລະ ຄຸ້ມຄອງລັດວິສາຫະກິດໃນໄລຍະຕໍ່ໜ້າ. ນອກຈາກນີ້ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຈະໄດ້ນໍາໄປປັບປຸງ ແກ້ໄຂ ໃຫ້ດີຂຶ້ນກ່ວາເກົ່າ ແລະ ຄົ້ນຄ້ວາລາຍງານຂໍທິດຊີ້ນໍາຈາກຂັ້ນເທິງ ໃນຂັ້ນຕອນຕໍ່ໄປ.