ໃນລະຫວ່າງວັນທີ 02-03 ພຶດສະພາ 2026 ຜ່ານມາ ຄະນະຜູ້ແທນກະຊວງການເງິນ ນໍາໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີການເງິນ ແລະ ຜູ້ວ່າທະນາຄານກາງອາຊຽນ ບວກ 3 (AFMGM+3) ແລະ ບັນດາກອງປະຊຸມປິ່ມອ້ອມ ຢູ່ ຊາມາຣການ, ອຸເບກິດສະຖານ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ ຍີ່ປຸ່ນ ແລະ ຟີລິບປິນ, ມີຕາງໜ້າຈາກກະຊວງການເງິນ ແລະ ທະນາຄານກາງປະເທດສະມາຊິກອາຊຽນ+3, ກອງເລຂາອາຊຽນ, ອົງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO), ທະນາຄານພັດທະນາອາຊີ (ADB), ອົງການກອງທຶນສາກົນ (IMF) ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມໄດ້ມີການແລກປ່ຽນ ແລະ ປຶກສາຫາລືດ້ານນະໂຍບາຍເສດຖະກິດມະຫາພາກ, ພາກພື້ນ ແລະ ສາກົນ, ການຕີລາຄາຂອງອົງການຕິດຕາມເສດຖະກິດມະຫາພາກ ຕໍ່ສະພາບເສດຖະກິດ ໃນພາກພື້ນອາຊຽນ+3 ແລະ ສາກົນ ເຊິ່ງເຫັນວ່າການຂະຫຍາຍຕົວດ້ານເສດຖະກິດຂອງພາກພື້ນອາຊຽນ+3 ອາດຈະຊ້າລົງ ເນື່ອງຈາກບັນຫາຄວາມຂັດແຍ່ງໃນອາຊີຕາເວັນອອກກາງ ແລະ ນະໂຍບາຍດ້ານການຄ້າຂອງສະຫະລັດອາເມຣິກາ. ຜົນກະທົບດັ່ງກ່າວເຮັດໃຫ້ລາຄາສິນຄ້າສຳຄັນຕ່າງໆ ໂດຍສະເພາະແຮ່ທາດທີ່ນຳໃຊ້ໃນການຜະລິດມີຈຳນວນບໍ່ພຽງພໍ ແລະ ມີລາຄາທີ່ສູງຂຶ້ນຫຼາຍ. ຕໍ່ບັນຫາດັ່ງກ່າວ ບັນດາອົງການຈັດຕັ້ງສາກົນໄດ້ສະເໜີໃຫ້ບັນດາປະເທດມີການສ້າງນະໂຍບາຍຮັບມືຜົນກະທົບໄລຍະກາງ ເຊັ່ນ: ເພີ່ມຄັງແຮສະສົມ ທີ່ຢືດຢຸນ, ເນັ້ນສະໜອງນະໂຍບາຍດ້ານການເງິນ-ເງິນຕາໃຫ້ສະເພາະແຕ່ຂົງເຂດທີ່ໄດ້ຮັບຜົນກະທົບ, ມີການສື່ສານ ແລະ ສ້າງຄວາມເຂົ້າໃຈຕໍ່ສາທາລະນະຢ່າງຈະແຈ້ງ ເພື່ອຫຼີກເວັ້ນການສ້າງຄວາມປັ່ນປວນ ແລະ ສ້າງຄວາມທົນທານໄລຍະຍາວໂດຍການ ສ້າງຄວາມເຂັ້ມແຂງ ເພື່ອຮັບປະກັນດ້ານຄັງພະລັງງານ, ເສີມສ້າງຂອບເສດຖະກິດມະຫາພາກ ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ການຄາດຄະເນ ທີ່ອາດເກີດຂຶ້ນ, ພ້ອມທັງ ສົມທົບການສ້າງແຜນຕົວຈິງ ສອດຄ່ອງຍຸດທະສາດຂອງການພັດທະນາເປັນຕົ້ນເພີ່ມຄັງແຮສະສົມທີ່ຢືດຢຸນ, ສະໜອງນະໂຍບາຍດ້ານການເງິນ-ເງິນຕາໃຫ້ສະເພາະແຕ່ຂົງເຂດທີ່ໄດ້ຮັບຜົນກະທົບ, ມີການສື່ສານ ແລະ ສ້າງຄວາມເຂົ້າໃຈຕໍ່ສາທາລະນະການດັ່ງກ່າວ ເພື່ອຫຼີກເວັ້ນການສ້າງຄວາມປັ່ນປວນພາຍໃນ. ພ້ອມນີ້, ກອງປະຊຸມໄດ້ຮັບຮອງເອົາທິດທາງຍຸດທະສາດການຮ່ວມມືດ້ານການເງິນອາຊຽນ+3 ຮອດປີ 2030,ແຜນງົບປະມານ ແລະ ແຜນພະນັກງານ ປີ 2027, ແຜນການທົດລອງກູ້ຢືມໃນກອງທຶນ CMIM ຄັ້ງທີ 17, ຄວາມຄືບໜ້າການຄົ້ນຄວ້າຮູບແບບການສະໜອງທຶນແບບໃໝ່, ການຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາຕະຫລາດພັນທະບັດອາຊີ (Asian Bond Market Initiative - ABMI), ແຜນການຈັດຕັ້ງປະຕິບັດວຽກງານ ABMI ສໍາລັບປີ 2027-2030, ແຜນການຈັດຕັ້ງປະຕິບັດຂໍ້ລິເລີ່ມການສະໜອງທຶນສຳລັບຄວາມສ່ຽງໄພພິບັດ (DRFI) ສໍາລັບປີ 2026-2028, ຮ່າງສິດໜ້າທີ່ (TOR) ຂອງກອງເລຂາ DRFI ແລະ ຮັບຮອງທະນາຄານພັດທະນາອາຊີ (ADB) ເປັນກອງເລຂາຊ່ວຍວຽກ, ເຊິ່ງຜ່ານມາ ADB ກໍໄດ້ຊ່ວຍສະໜັບສະຫນູນການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຕະຫລາດພັນທະບັດສຳລັບປະເທດສະມາຊິກອາຊຽນ +3 ຕາມແຜນການຮ່ວມມືດ້ານການເງິນອາຊຽນ+3. ໃນຕອນທ້າຍ, ກອງປະຊຸມໄດ້ຮັບຮອງເນື້ອໃນຖະແຫຼງການ ເຊິ່ງໄດ້ກຳນົດບັນຫາສຳຄັນ ທີ່ໄດ້ປຶກສາຫາລື ໃນກອງປະຊຸມຄັ້ງນີ້ ແລະ ທິດຊີ້ນໍາຂອງລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ການເຂົ້າຮ່ວມໃນເວທີການຮ່ວມມືຶດ້ານການເງິນໃນພາກພື້ນອາຊຽນ+3 ດັ່ງກ່າວ ແມ່ນການປະຕິບັດພັນທະອາຊຽນ ແລະ ອາຊຽນ+3 ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ ແລະ ຍົກສູງສິດໜ້າທີ່ຂອບການຮ່ວມມືທີ່ມີຄວາມສໍາຄັນ ໃນການຍົກບົດບາດວຽກງານເສດຖະກິດ-ການເງິນ ໃນພາກພື້ນ, ສາກົນ ແລະ ຊຸກຍູ້ການຮ່ວມມືຂອງປະເທດສະມາຊິກອາຊຽນ+3 ເພື່ອສ້າງສະຖຽນລະພາບທາງດ້ານເສດຖະກິດ ປະສົມປະສານລະຫວ່າງການສ້າງຜົນປະໂຫຍດຮ່ວມກັນ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການພັດທະນາໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. 


