ໃນວັນທີ 05 ພຶດສະພາ 2026 ທີ່ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ),ໄດ້ຈັດກອງປະຊຸມຝຶກອົບຮົມ, ເຜີຍແຜ່ ລະບຽບຄຸ້ມຄອງການເງິນຕາແສງ ດ້ວຍລະບົບ ເອເລັກໂຕຣນິກ ໃຫ້ອົງການປົກຄອງຕາແສງ ໂດຍການເປັນປະທານ ຂອງທ່ານ ວຽງສາລີ ອີນທະພົມ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ມີຫົວໜ້າ-ຮອງຫົວໜ້າຂະແໜງສາມສາຍຕັ້ງ ແລະ ຂະແໜງການອ້ອມຂ້າງພະແນກການເງິນ ນວ, ຄະນະປົກຄອງຕາແສງ 36 ຕາແສງ ທີ່ຂຶ້ນກັບນະຄອນຫຼວງວຽງຈັນ, ຄະນະ ຫ້ອງການ ການເງິນ ປະຈຳ 9 ເມືອງ ພ້ອມດ້ວຍ ນັກວິທະຍາກອນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.
ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງທ່ານເຂົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍ ການຮັບຮອງເອົາ ລະບຽບການຄຸ້ມຄອງການເງິນຕາແສງ ສະບັບເລກທີ 1291/ຈນວ, ລົງວັນທີ 09 ທັນວາ 2025, ເພື່ອເຮັດໃຫ້ການຈັດເກັບ ລາຍຮັບ-ຄຸ້ມຄອງລາຍຈ່າຍ, ຄ່າບໍລິການຂອງຕາແສງ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ມີປະສິດທິຜົນ, ແນໃສ່ຍົກສູງຄວາມເປັນເຈົ້າການ, ສະນັ້ນ, ຈຶ່ງແນໃສສ້າງເສດຖະກິດຂອງຕາແສງ ໃຫ້ກາຍເປັນຕາແສງພັດທະນາ ສາມາດຮັບປະກັນໃນດ້ານລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຂອງຕາແສງ ຢ່າງເປັນລະບົບ ໃນຮູບແບບຫັນເປັນທັນສະໄໝ ໃຫ້ໄປຕາມທິດນຳຂອງພັກ-ລັດ ໂດຍສະເພາະ ແມ່ນຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາຈໍານວນຕາແສງ ໃນທົ່ວປະເທດ ສະບັບເລກທີ 147/ນຍ, ລົງວັນທີ 17 ພະຈິກ 2025, ຄໍາແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບ ການສ້າງຕາແສງ ສະບັບເລກທີ 431/ຄຈສພ, ລົງວັນທີ 15 ຕຸລາ 2025.
ໂອກາດນີ້ ທ່ານ ວຽງສາລີ ອີນທະພົມ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ໄດ້ມີຄຳເຫັນວ່າ: ຖ້າເວົ້າເຖິງ ຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານການເງິນຕາແສງ ຢູ່ຂັ້ນທ້ອງຖິ່ນ ແມ່ນເຫັນວ່າມີຄວາມຫຍຸ້ງຍາກ ຖ້າຫາກບໍ່ມີລະບົບຄຸ້ມຄອງ ທີ່ຫັນເປັນທັນສະໄໝ ສະນັ້ນ, ພະແນກການເງິນ ນະຄອນຫຼວງວຽງຈັນ ກໍຄື ຂະແໜງຄຸ້ມຄອງການບັນຊີ ຈຶ່່ງໄດ້ຄົ້ນຄວ້າສ້າງລະບົບຄຸ້ມຄອງການເງິນຕາແສງ ດ້ວຍລະບົບ ເອເລັກໂຕຣນິກ ຂຶ້ນມາເພື່ອຮັບໃຊ້ລະບຽບຄຸ້ມຄອງການເງິນ ໃຫ້ມີຄວາມສະດວກ ໃນການຈັດຕັ້ງປະຕິບັດລະບຽບຄຸ້ມຄອງ ດ້ວຍລະບົບ ເອເລັກໂຕຣນິກໃຫ້ເປັນເອກະພາບກັນ.
ພ້ອມນັ້ນ ທ່ານ ຍັງມອບໃຫ້ ນັກສຳມະນາກອນຜູ້ທີປະຕິບັດວຽກຕົວຈິງໃຫ້ເອົາໃຈໃສ່ໃນການເຂົ້າຮ່ວມຝຶກອົບຮົມ ດ້ວຍຄວາມຮັບຜິດຊອບສູງ ແລະ ພາຍຫຼັງ ສຳເລັດ ຊຸດຝຶກອົບຮົມ ໃນຄັ້ງນີ້ ໃຫ້ນໍາໄປຈັດຕັ້ງປະຕິບັດ ລະບົບຄຸ້ມຄອງການເງິນຕາແສງ ດ້ວຍ ເອເລັກໂຕຣນິກ ຂອງອົງການປົກຄອງຕາແສງ ເຂົ້າໃນວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.