ຫາລື ແລະ ລາຍງານຄວາມຄືບໜ້າ
ການຈັດຕັ້ງປະຕິບັດວຽກງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ
ໃນວັນທີ 4 ພຶດສະພາ 2026, ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າການຈັດ ຕັ້ງປະຕິບັດວຽກງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ. ໂດຍການເປັນປະ ທານ ຂອງທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີປະທານຄະນະກໍາມາທິການຮ່ວມມືດ້ານ ເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ລາວ-ຣັດເຊຍ, ຕາງໜ້າຈາກກະ ຊວງກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານໄດ້ກ່າວວ່າ: ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ປຶກສາຫາລື ການຈັດຕັ້ງປະຕິບັດວຽກງານ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ທີ່ໄດ້ຕົກລົງກັນ ໃນກອງປະຊຸມ ຄະນະກຳມາທິການຮ່ວມມື ລາວ-ຣັດເຊຍ ຄັ້ງທີ XVIII ທີ່ຈັດຢູ່ ນະຄອນຫຼວງມົດສກູ ປະເທດຣັດເຊຍ ໃນທ້າຍປີ 2025 ຜ່ານມາ. ພ້ອມທັງລາຍງານ ຄວາມຄືບໜ້າ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ແຜນການຮ່ວມມື ໃນຕໍ່ໜ້າ ຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນຂໍ້ມູນ ໃຫ້ແກ່ການຈັດກອງປະຊຸມ JC ລາວ-ຣັດເຊຍ ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນທ້າຍປີ 2026 ນີ້.
ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມສຳຄັນ, ຈັດຂຶ້ນໃນໄລຍະທີ່ ພາກສ່ວນຕ່າງໆ ກຳລັງກະກຽມຄວາມພ້ອມ ໃຫ້ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະທາງການ ຈະເດີນທາງໄປຮ່ວມ ພິທີສະ ເຫຼີມສະຫຼອງ ວັນໄຊຊະນະຂອງ ສ. ຣັດເຊຍ (9 ພຶດສະພາ) ໃນລະຫວ່າງວັນທີ 8-12 ພຶດສະພາ.
ດັ່ງທີ່ ຮັບຮູ້ນໍາກັນແລ້ວວ່າ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ນັບມື້ນັບມີສາຍພົວພັນມິດຕະພາບ ທີ່ແໜ້ນແຟ້ນ, ໝັ້ນຄົງ ແລະ ເລິກເຊິ່ງ; ໂດຍໄດ້ມີການກຳນົດຈຸດສຸມຮ່ວມມື ເພື່ອຮັດ ແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານ ຂອງສອງຊາດ ໃຫ້ກ້າວເຂົ້າສູ່ລວງເລິກ ໃນແຕ່ລະໄລຍະຢ່າງມີແບບແຜນ.
ມາຮອດປັດຈຸບັນ, ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ແມ່ນຢູ່ໃນໄລຍະການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມຄະນະກໍາມະທິການຮ່ວມມື ດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ລາວ-ຣັດເຊຍ, ຊຶ່ງກວມເອົາການພົວພັນຮ່ວມມືໃນຂົງເຂດຕ່າງໆ ຄື: ການຮ່ວມມືສອງຝ່າຍ; ການຮ່ວມມືໃນຂະແໜງ ການຄ້າ ແລະ ການລົງທຶນ; ການຮ່ວມມືໃນຂະແໜງ ການເງິນ ແລະ ການທະນາຄານ; ການຮ່ວມມືໃນຂະແໜງ ອຸດສາຫະກຳ;ການຮ່ວມມືໃນຂະແໜງ ພະລັງງານ; ການຮ່ວມມືໃນຂະແໜງ ການນຳໃຊ້ພະລັງງານນິວເຄລຍແບບສັນຕິ;ການຮ່ວມມືໃນຂະແໜງ ການຂົນສົ່ງ; ການຮ່ວມມືໃນຂະແໜງ ຂໍ້ມູນຂ່າວສານ, ການສື່ສານ ແລະ ສື່ມວນຊົນ; ການຮ່ວມມືໃນຂະແໜງ ການສຶກສາ ແລະ ວິທະຍາສາດ; ການຮ່ວມມືໃນຂະແໜງ ກໍ່ສ້າງເຄຫາສະຖານ; ການຮ່ວມມືໃນຂະແໜງ ວັດທະນະທຳ; ການຮ່ວມມືໃນຂະແໜງ ການປ່ຽນແປງດິນຟ້າອາກາດ; ການຮ່ວມມືໃນຂະແໜງ ການທ່ອງທ່ຽວ; ການຮ່ວມມືໃນຂະແໜງ ກິລາ ແລະ ວຽກງານອື່ນໆ.
ສະນັ້ນ, ກອງປະຊຸມ ແມ່ນເປັນການຮັບຟັງການລາຍງານຂອງບັນດາພາກສ່ວນ ກ່ຽວກັບຄວາມຄືບໜ້າ, ລວມທັງຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີ ຂອງແຕ່ລະພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ໃນບົດບັນທຶກກອງປະຊຸມສອງຝ່າຍ JC ລາວ-ຣັດເຊຍ ຄັ້ງທີ 18 ທີ່ໄດ້ເຊັນຮ່ວມກັນໃນທ້າຍປີ 2025 ທີ່ຜ່ານມາ.