• ກົມສ່ວຍສາອາກອນ
  • |
  • 2026-05-04
  • |
  • ວຽກວິຊາສະເພາະ

      ໃນວັນທີ 04 ພຶດສະພາ 2026, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ (TaxRIS) ຊຸດທີ 3 ປະຈໍາປີ 2026 ໂດຍການເປັນປະທານຂອງທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຮັບຜິດຊອບ ພ້ອມດ້ວຍວິທະຍາກອນ ກົມສ່ວຍສາອາກອນ ແລະ ນັກສໍາມະນາກອນ ຈາກບັນດາເມືອງຂອງແຂວງຄໍາມ່ວນ ແລະ ແຂວງຈໍາປາສັກ ເຂົ້າຮ່ວມ.

       ການເປີດຊຸດຝຶກອົບຮົມຄັ້ງນີ້, ທ່ານ ອານຸວົງ ບົວພັນ ກ່າວວ່າ: ການຫັນເອົາວຽກງານເກັບລາຍຮັບຊັບສິນມາເຂົ້າໃນລະບົບ TaxRIS, ການປັບປຸງກົນໄກ ການແຈ້ງ-ມອບ ໃຫ້ມີຄວາມສະດວກ, ການຍົກລະດັບ ລະບົບໃຫ້ສາມາດເກັບກໍາຂໍ້ມູນໄດ້ກວ້າງຂວາງຂຶ້ນກວ່າເກົ່າ ເພື່ອນໍາໃຊ້ໃນການເຮັດ ວິເຄາະ-ວິໄຈ, ການເຊື່ອມຕໍ່ ລະບົບຕ່າງໆຈາກທັງພາຍນອກ ແລະ ກົມກອງ ພາຍໃນກະຊວງການເງິນ ເຊື່ອມກັບລະບົບ TaxRIS. ສະນັ້ນ, ການຈັດຊຸດຝຶກອົບຮົມ ໃນຄັ້ງນີ້ ເພື່ອສ້າງຜູ້ຊຳນານງານ, ຜູ້ທີ່ນຳໃຊ້ຕົວຈິງ ທີ່ຈະເປັນຂົວຕໍ່ ໃນການຜັນຂະຫຍາຍບັນດາບົດຮຽນຕ່າງໆ ເຊິ່ງຈະໄດ້ຝຶກເປັນເວລາ 05 ວັນ ແຕ່ວັນທີ 04-08 ພຶດສະພາ 2026 ນີ້ ແລະ ຈະໄດ້ຮຽນຮູ້ ລົງເລິກກ່ຽວກັບ ຈຸດທີ່ໄດ້ມີການປັບປຸງ ຫຼື ອັບເດດຂໍ້ມູນ ຈາກ 04 ໂມດູນຫຼັກ ຂອງລະບົບ TaxRIS ຄື: ໂມດູນ ຄຸ້ມຄອງຜູ້ເສຍອາກອນ; ໂມດູນ ຄຸ້ມຄອງການແຈ້ງ; ໂມດູນ ຄຸ້ມຄອງລາຍຮັບ ແລະໂມດູນການກວດກາບັນຊີ.

       ເຊິ່ງການອັບເດດໃໝ່ ຂອງແຕ່ລະໂມດູນ ປະກອບມີ: ການປັບປຸງຂໍ້ມູນຜູ້ເສຍອາກອນ; ການໂອນຫົວໜ່ວຍ; ການເບິ່ງສະຖິຕິ; ການອອກໃບແຈ້ງມອບ ອາກອນມູນຄ່າເພີ່ມ; (ປ່ຽນຈາກ 28 ຫ້ອງມາເປັນ 21 ຫ້ອງ); ການອອກໃບແຈ້ງມອບລາຍຮັບຊັບສິນ (ຟອມ N); ການອອກໃບແຈ້ງມອບອາກອນປະເພດອື່ນໆ (ຟອມ ທີ່ມີການປັບປຸງ ກົນໄກການປ້ອນຂໍ້ມູນເພີ່ມເຕີມ); ການເບິ່ງບົດລາຍງານ ຈາກແຕ່ລະໂມດູນ; ການດັດແກ້ ແລະ ຍົກເລີກໃບແຈ້ງ; ການຍົກເລີກຄ່າປັບໄໝຕ່າງໆ; ລວມທັງ ການອອກບົດບັນທຶກກວດກາ ແລະ ການດຶງເອົາຂໍ້ມູນຈາກລະບົບ ເພື່ອໄປເຮັດການກວດກາໄລ່ລຽງຕ່າງໆ.

       ໂອກາດນີ້, ທ່ານ ຮອງຫົວໜ້າກົມສ່ວຍສາອາກອນ ຍັງໄດ້ເນັ້ນໃຫ້ນັກສຳມະນາກອນ ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມ ແລະ ແລກປ່ຽນບົດຮຽນ ກັບນັກວິທະຍາກອນ ຢ່າງເລິກເຊິ່ງ, ເຮັດແນວໃດ ໃຫ້ສາມາດເກັບກ່ຽວ ເອົາບົດຮຽນໄປນໍາໃຊ້ ແລະ ສາມາດຖ່າຍທອດຕໍ່ ໃຫ້ໄດ້ໝາກຜົນສຸງສຸດ ແລະ ເຮັດໃຫ້ວຽກງານບໍລິການຜູ້ເສຍອາກອນ ເຂັ້ມແຂງຂຶ້ນເປັນກ້າວໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ