ໃນວັນທີ 28 ເມສາ 2026 ໜ່ວຍພັກຮາກຖານຫ້ອງການ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານຕ່າງໆ ທີ່ສໍາຄັນຂອງພັກ ໂດຍເປັນກຽດເຜີຍແຜ່ ຂອງສະຫາຍ ສົມຈິດ ຄຳມຸງຄຸນ ກຳມະການຄະນະບໍລິຫານງານພັກ, ເລຂາໜ່ວຍພັກຮາກຖານຫ້ອງການ ກະຊວງການເງິນ ສໍາລັບເອກະສານ ທີ່ເຜີຍແຜ່ ແລະ ເຊື່ອມຊຶມຄັ້ງນີ້ມີ 02 ເອກະສານຄື: ເຜີຍແຜ່ ແນວຄິດຊີ້ນຳ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເຜີຍແຜ່ ມະຕິ ກອງປະຊຸມໃຫຍ່ຂອງຜູ້ແທນອົງຄະນະພັກ ກະຊວງການເງິນ ສະໄໝທີ IV ສະບັບເລກທີ 330/ຄບພ.ກງ, ລົງວັນທີ 24 ພະຈິກ 2025 ໂດຍມີ ສະຫາຍຮອງເລຂາໜ່ວຍພັກຮາກຖານ, ຕາງໜ້າໜ່ວຍພັກຈາກ ກົມຈັດຕັ້ງ ແລະ ກົມກວດກາລັດ, 03 ອົງການຈັດຕັ້ງມະຫາຊົນອ້ອມ ໜ່ວຍພັກ ພ້ອມດ້ວຍ ສະມາຊິກພັກສົມບູນຂອງ ໜ່ວຍພັກຮາກຖານຫ້ອງການເຂົ້າຮ່ວມ. ເພື່ອໃຫ້ສາມາດນຳໄປຈັດຕັ້ງ ແລະ ຜັນຂະຫຍາຍໃຫ້ປາກົດຜົນເປັນຈິງ. ຕອນທ້າຍຂອງກອງປະຊຸມຍັງໄດ້ມີພິທີຮັບເອົາສະມາຊິກພັກໃໝ່ 01 ສະຫາຍອີກດ້ວຍ.
![]() | ![]() |

