ໃນວັນທີ 28 ເມສາ 2026, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ຈັດກອງປະຊຸມ ທາບທາມຄຳເຫັນໃສ່ “ຮ່າງ” ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ, ມີຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງທຽບເທົ່າຂັ້ນສູນກາງ, ບັນດາທ່ານຊ່ຽວຊານຈາກອົງການຈັດຕັ້ງສາກົນ ແລະ ກົມກອງກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ສຸລິວັດ ສຸວັນນະຈູມຄໍາ ກ່າວວ່າ: ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ສະບັບເລກທີ 30/ສພຊ ທີ່ປະກາດໃຊ້ໃນປີ 2017 ແມ່ນເຄື່ອງມືທີ່ສຳຄັນໃນການຄຸ້ມຄອງການນຳໃຊ້ງົບປະມານພາກລາຍຈ່າຍຂອງລັດ ໃຫ້ມີປະສິດທິຜົນ, ໃນໄລຍະການຈັດຕັ້ງປະຕິບັດ 9 ປີ ຜ່ານມາ ເຫັນວ່າກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເປັນເຄື່ອງມືສໍາຄັນເພື່ອໃຫ້ວຽກງານຈັດຊື້-ຈັດຈ້າງ ຖືກຕ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນການນໍາໃຊ້ທຶນຂອງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຢັດ, ຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນຢ່າງດີ.
ຄຽງຄູ່ກັບດ້ານຕັ້ງໜ້າ ກໍປາສະຈາກບໍ່ໄດ້ ດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກຕ່າງໆ, ນິຕິກໍາໃນການຄຸ້ມຄອງວຽກງານຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ຍັງມີບາງເນື້ອໃນບໍ່ທັນສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນ. ສະນັ້ນ, ຮຽກຮ້ອງໃຫ້ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນ ລະດົມແນວຄວາມຄິດເຫັນໃຫ້ຮອບດ້ານ ປະກອບເຂົ້າໃນກົດໝາຍສະບັບນີ້ໃຫ້ມີເນື້ອໃນຄົບຖ້ວນ ແລະ ສາມາດຈັດຈັດຕັ້ງປະຕິບັດໄດ້ ເຊິ່ງຈະເປັນບາດກ້າວສຳຄັນໃນການປັບປຸງລະບົບການບໍລິຫານລັດໃນເບື້ອງລາຍງານງົບປະມານ ໃຫ້ມີຄວາມທັນສະໄໝ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄືຜູ້ປະກອບການທຸລະກິດທີ່ຕິດພັນກັບການຈັດຊື້-ຈັດຈ້າງ ຂອງລັດ.

ກອງປະຊຸມຄັ້ງນີ້ ຍັງໄດ້ນໍາສະເໜີເຫດຜົນຄວາມຈໍາເປັນໃນການປັບປຸງກົດໝາຍ ແລະ ຂະບວນການຈັດຕັ້ງປະຕິບັດການຄົ້ນຄວ້າ ຮ່າງ ກົດໝາຍ ແລະ ນໍາສະເໜີ ໂຄງ “ຮ່າງ” ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ (ສະບັບປັບປຸງ) ເຊິ່ງກົດໝາຍສະບັບດັ່ງກ່າວ ປະກອບມີ XIV ພາກ, 131 ມາດຕາ.