• ກະຊວງການເງິນ
  • |
  • 2026-04-28
  • |
  • ວຽກຮ່ວມມື


         ໃນວັນທີ 28 ເມສາ 2026 ກະຊວງການເງິນ ຮ່ວມກັບ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ວຽກງານຄົ້ນຄວ້າກົງຈັກການຈັດຕັ້ງ, ກົນໄກ ແລະ ຂອດຂັ້ນ ໃນການຄຸ້ມຄອງລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ແລະ ການເກັບພັນທະທີ່ຕິດພັນກັບທີ່ດິນ ໂດຍການເປັນປະທານຮ່ວມຂອງ ທ່ານ ພູວົງ ກິດຕະວົງ ຮອງ ລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງ ລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ ມີ  ຫົວໜ້າຫ້ອງການ, ຄະນະ ກົມ, ຄະນະວິຊາການ ແລະ ກອງເລຂາ ຈາກທັງສອງກະຊວງ ຕາມຂໍ້ຕົກລົງ ສະບັບເລກທີ 902/ກງ ເຂົ້າຮ່ວມ.
         ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍອີງຕາມຂໍ້ຕົກລົງສະບັບເລກທີ 0902/ກງ, ເຊິ່ງເປັນໝາກຜົນມາຈາກການປຶກສາຫາລືຮ່ວມກັນລະຫວ່າງ ຄະນະນຳກະຊວງການເງິນ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນວັນທີ 28 ມັງກອນ 2026 ທີ່ຜ່ານມາ ເພື່ອ:ຄົ້ນຄວ້າຄວາມເປັນໄປໄດ້ ໃນການປັບປຸງກົງຈັກ, ກົນໄກການຄຸ້ມຄອງ ແລະ ຂັ້ນຕອນຕ່າງໆ ລະຫວ່າງສອງຂະແໜງການໃຫ້ມີຄວາມໂລ່ງລ່ຽນ ແລະ ມີປະສິດທິພາບສູງສຸດ; ການຫັນເປັນທັນສະໄໝ ໃນການເຊື່ອມຕໍ່ຖານຂໍ້ມູນທີ່ດິນ ເຊີ່ງກັນ ແລະ ກັນ ພ້ອມທັງ ໃຫ້ 2 ພາກສ່ວນ ສາມາດເຂົ້າເຖິງຂໍ້ມູນ ແລະ ນຳໃຊ້ວຽກງານຂອງຕົນ ລວມທັງການການຈັດເກັບລາຍຮັບ ຄ່າທຳນຽມ, ຄ່າບໍລິການ, ຄ່າເຊົ່າ, ອາກອນທີ່ດິນ, ອາກອນລາຍໄດ້ຈາກການຊື້-ຂາຍ ທີ່ດີນ ແລະ ພັນທະອື່ນໆ  ໄດ້ແບບ ທັນເວລາ ທັນເຫດການ; ແນ່ໃສ່ ໃຫ້ຮັບປະກັນຄວາມຖືກຕ້ອງ, ປັບປຸງຂໍ້ມູນຕອນດິນ, ລາຄາປະເມີນຕອນດີນ, ເນື້ອທີ່ ແລະ ເຈົ້າຂອງກຳມະສິດ ໃຫ້ຊັດເຈນກັບສະພາບການນຳໃຊ້ໃນປັດຈຸບັນ.
         ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າ ການປະສານງານລະຫວ່າງສອງຂະແໜງການ ຍັງມີສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ: ການເຊື່ອມຕໍ່ລະບົບ; ກົນໄກການຄຸ້ມຄອງ ຕິດຕາມ ແລະ ຂະບວນການ ຍັງມີຄວາມສັບສົນ, ຊັກຊ້າ ແລະ ມີຄວາມຫຍຸ້ງຍາກ ໃນການ ບໍລິຫານຈັດການ ໃຫ້ປະສິດທິພາບ ແລະ ລວມສູນເປັນອັນດຽວກັນ ເນື່ອງຈາກ 2 ຂະແຫນງການ ກໍມີພາລະບົດບາດ ທີ່ແຕກຕ່າງກັນ ແລະ ຍັງບໍ່ສອດຄ່ອງກົມກຽວກັນ; ການຢັ້ງຢືນປະເພດການນໍາໃຊ້ທີ່ດິນ 2 ຂະແໜງການ ຍັງບໍ່ກົງກັນເທົ່າທີ່ຄວນ.
        ໂອກາດນີ້ ທ່ານ ພູວົງ ກິດຕະວົງ ຮອງ ລັດຖະມົນຕີ ກະຊວງການເງິນມີຄຳເຫັນວ່າ: ເພື່ອແກ້ໄຂບັນຫາດັ່ງກ່າວ, ໃຫ້ຄະນະກົມສຸມໃສ່ ຄົ້ນຄວ້າປັບປຸງສຶກສາຄວາມເປັນໄປໄດ້ຄົ້ນຄວ້າ ກົງຈັກການຈັດຕັ້ງ, ກົນໄກ ແລະ ຂອດຂັ້ນໃນການຄຸ້ມຄອງລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ແລະ ການເກັບພັນທະທີ່ຕິດພັນກັບທີ່ດິນ ໃຫ້ລວມສູນ ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ບໍ່ຊ້ຳຊ້ອນກັນ ຕາມກົດຫມາຍກຳນົດໄວ້ ເປັນຕົ້ນ: ກໍລະນີຍ້າຍກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ມາຂື້ນກັບກະຊວງການເງິນ 100%, ໃຫ້ຫັນເປັນທັນສະໄໝເຊັ້ນ ກຳນົດແນວທາງການເຊື່ອມຕໍ່ຂໍ້ມູນລາຍຮັບທີ່ດິນ ແລະ ສ່ວຍສາອາກອນ ໃຫ້ລວມສູນ, ເລັ່ງເຊື່ອມຕໍ່ຖານຂໍ້ມູນທີ່ດິນແຫ່ງຊາດ ເຂົ້າກັບລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ ແບບທັນເຫດການ ເພື່ອຄວາມໂປ່ງໃສ ແລະ ວ່ອງໄວ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ