ໃນວັນທີ 27 ເມສາ 2026 ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການປັບປຸງການຄິດໄລ່ລາຄາຫົວໜ່ວຍການກໍ່ສ້າງ ທີ່ຕິດພັນກັບການເໜັງຕີງ ຂອງລາຄານໍ້າມັນເຊື້ອໄຟ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ມີທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມນີ້ກໍ່ມີ ທ່ານ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້ຈັດຈ້າງ, ຮອງຫົວໜ້າຫ້ອງການ, ແລະ ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ກ່າວເປີດກອງປະຊຸມໂດຍມີຄຳເຫັນວ່າ: ເນື່ອງຈາກບັນຫາຕາເວັນອອກກາງ ໄດ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດ ພາກພື້ນ, ສາກົນ ແລະ ສປປ ລາວ ຂອງພວກເຮົາ, ປັດຈຸບັນ ການເໜັງຕີງຂອງລາຄານໍ້າມັນເຊື້ອໄຟ ທີ່ເພີ່ມສູງຂື້ນແມ່ນຍັງບໍ່ສາມາດຄາດຄະເນໄດ້ເຮັດໃຫ້ ລາຄາສິນຄ້າ, ວັດສະດຸກໍ່ສ້າງ, ການຂົນສົ່ງ, ອັດຕາເງິນເຟີ້ ແລະ ອື່ນໆ ເພີ່ມສູງຂື້ນ, ບັນຫາດັ່ງກ່າວແມ່ນໄດ້ຕິດພັນກັບການຄິດໄລ່ ລາຄາຫົວໜ່ວຍການກໍ່ສ້າງໂຄງການລົງທຶນຂອງລັດ ເປັນຕົ້ນແມ່ນ ລາຄາຫົວໜ່ວຍກໍ່ສ້າງຂົວ-ທາງ, ທາງນໍ້າ, ເຄຫາສະຖານ, ກັນເຈື່ອນ, ນໍ້າປະປາ, ຊົນລະປະທານ, ໄຟຟ້າ ແລະ ອື່ນໆ. ເຊິ່ງນັບແຕ່ທ້າຍເດືອນກຸມພາ 2026 ເຫັນວ່າເຈົ້າຂອງໂຄງການ ຈາກບັນດາກະຊວງ ອົງການລັດ-ທຽບເທົ່າ ສູນກາງ ແລະ ທ້ອງຖິ່ນ, ມີຈັງຫວະລໍຖ້າ ບໍ່ສົ່ງເອກະສານໂຄງການມາປະເມີນ ຍ້ອນມີຄວາມກັງວົນຈະກຳນົດລາຄາຫົວໜ່ວຍເທົ່າໃດມາຄິດໄລ່ ຈຶ່ງຈະເໝາະສົມໃນການສະເໜີ ແລະ ການຮັບຮອງຜົນການປະເມີນ. ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ຈັດຊື້-ຈັດຈ້າງ ໄດ້ໃຫ້ຮູ້ວ່າ: ການເີ້ມຂື້ນຂອງລາຄານໍ້າມັນເຊື້ອໄຟເຮັດໃຫ້ມີຜົນກະທົບຕໍ່ມູນຄ່າໂຄງການມີການປ່ຽນແປງເພີ້ມຫຼາຍຂຶ້ນ, ຈາກສະພາບດັ່ງກ່າວ ເຫັນວ່າມີຈັງຫວະລໍຖ້າ ຈາກບັນດາກະຊວງ, ອົງການລັດທຽບເທົ່າ ແລະ ທ້ອງຖິ່ນ ມີຄວາມກັງວົນໃນການກຳນົດຫົວໜ່ວຍລາຄາເທົ່າໃດ ມາຄິດໄລ່ຈຶ່ງຈະເໝາະສົມ ໃນການສະເໜີ ແລະ ການຮັບຮອງຜົນການປະເມີນ, ເພື່ອຄວາມເປັນເອກະພາບກັນໃນການນໍາໃຊ້ ໃນຂອບເຂດທົ່ວປະເທດຕາມການແບ່ງຂັ້ນ ຄຸ້ມຄອງ ແລະ ຕາມສະພາບພື້ນທີ່ຕົວຈິງ, ເຊິ່ງປັດໃຈພື້ນຖານຈະປັບປຸງລາຄາຫົວໜ່ວຍ ໃນຄັ້ງນີ້ປະກອບມີ: 1) ອັດຕາແລກປ່ຽນ ສະກຸນເງິນກີບ ກັບເງິນຕາຕ່າງປະເທດ ໂດຍສະເພາະ ສະກຸນເງິນໂດລາ ສະຫະລັດ ແລະ ເງິນບາດ; 2) ລາຄານໍ້າມັນເຊື້ອໄຟ (ລາຄານໍ້າມັນກາຊວນ); 3) ລາຄາວັດສະດຸ ເຫຼັກ, ຊີມັງ ທີ່ຜະລິດພາຍໃນ ແລະ ນໍາເຂົ້າ ຈາກຕ່າງປະເທດ; 4) ລາຄາຊັບພະຍາກອນອື່ນ ເປັນຕົ້ນແມ່ນ ດິນ, ຫີນ ແລະ ຊາຍ ທີ່ນໍາໃຊ້ເຂົ້າໃນການກໍ່ສ້າງ. ພ້ອມນີ້ໃນກອງປະຊຸມ, ໄດ້ຄົ້ນຄວ້າປະກອບຄໍາເຫັນຢ່າງເລິກເຊິ່ງກົງໄປກົງມາ ແລະ ສ້າງສັນ ເພື່ອພ້ອມກັນຊອກຫາທິດທາງ ໃນການແກ້ໄຂປັບປຸງໂຄງສ້າງລາຄາຫົວໜ່ວຍກໍ່ສ້າງດ້ວຍທຶນຂອງລັດ ຂອງແຕ່ລະຂະແໜງການ ກໍຄືບັນດານິຕິກຳແຕ່ລະໄລຍະໃຫ້ທັນເວລາ ເພື່ອນໍາໃຊ້ເປັນບ່ອນອີງໃນການຄົ້ນຄວ້າຂຶ້ນແຜນໂຄງການ ເພື່ອປະເມີນຜົນ ປີ 2026 ກ່ອນພິຈາລະນາເຂົ້າແຜນການລົງທຶນຂອງລັດ ປີ 2027 ແລະ ປີຕໍ່ໄປ. 



