ໃນວັນທີ 23 ເມສາ 2026, ກະຊວງການເງິນ ໄດ້ຈັດ ກອງປະຊຸມຫາລືກ່ຽວກັບການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານໂຄງການຊ່ວຍເຫຼືອ ແລະ ກູ້ຢືມ. ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ມີຕ່າງໜ້າຈາກຄະນະ ກົມ, ຄະນະຫ້ອງການ, ຈາກສູນສະຖິຕິແຫ່ງຊາດ, ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດ, ລາວ-ຈີນ, ສະຖາບັນເສດຖະກິດ-ການເງິນ ແລະ ແຂກຮັບເຊີນເຂົ້າຮ່ວມ. 
ກອງປະຊຸມຄັ້ງນີ້, ເພື່ອເຜີຍແຜ່ພາລະບົດບາດໃໝ່ຂອງ ຫ້ອງການ ສະບັບເລກທີ 2670/ກງ, ລົງວັນທີ22 ສິງຫາ 2025 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໃຫວຂອງຫ້ອງການ ກະຊວງການເງິນໃນນັ້ນກອງປະຊຸມໄດ້ປຶກສາຫາລືກ່ຽວກັບ ການຄຸ້ມຄອງສັງລວມບັນດາວຽກງານຕ່າງໆ ຊ່ວຍເຫຼືອ ແລະ ກູ້ຢືມ ຂອງກະຊວງການເງິນ ໃຫ້ລວມສູນ, ສັ່ງລວມຂໍ້ມູນ ສົ່ງໃຫ້ ຄະນະພັກຄະນະນໍາໃນການຄຸ້ມຄອງໂຄງການດັ່ງກ່າວ, ທັງເປັນການຕິດຕາມຊຸກຍູ້ສັງລວມກັບບັນດາກົມທຽມເທົ່າ, ລີກເວັ້ນການຊ້ຳຊ້ອນຂອງການນຳໃຊ້ງົບປະມານ ແລະ ສາມາດນຳໃຊ້ງົບປະມານທີໄດ້ຮັບການກູ້ຢືມມານໍາໃຊ້ໃນໜ່ວຍງານຂອງຕົນຢ່າງມີປະສິດທິຜົນຫຼາຍຂຶ້ນ.
ໃນກອງປະຊຸມ ທ່ານ ສົມຈິດ ຄໍາມຸງຄູນ ຫົວໜ້າຫ້ອງການ ກະຊວງການເງິນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໃນໄລຍະຜ່ານມາເຫັນວ່າ ມີຫຼາຍໂຄງການທີສຳເລັດໄປແລ້ວສ່ວນໜຶ່ງເປັນຕົ້ນ ຈາກສູນສະຖິຕິແຫ່ງຊາດ, ກົມແຜນການ, ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກົມພາສີ, ກົມສ່ວຍສາອາກອນ ແລະ ອື່ນໆ. ໃນນັ້ນ ຍັງມີບາງໂຄງການທີຍັງບໍ່ທັນສຳເລັດເທົ່າທີຄວນ. ພ້ອມນັ້ນ, ຈຶ່ງແລກປ່ຽນຄໍາເຫັນ ໃນການຈັດຕັ້ງປະຕິບັດ ເພື່ອຄົ້ນຄວ້າກົນໄກວິທີການ ແລະ ບັນຫາໃນການຈັດຕັ້ງປະຕິບັດ ໃຫ້ໄປໃນທາງດຽວກັນ.
![]() | ![]() | ![]() |
![]() | ![]() | ![]() |
ໂອກາດນີ້, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ມີຄຳເຫັນວ່າ: ໂຄງການຊ່ວຍເຫຼືອ ແລະ ກູ້ຢືມ ເປັນສ່ວນໜຶ່ງທີ່ສໍາຄັນໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ ເຊິ່ງກະຊວງການເງິນຍັງມີຄວາມຍຸ້ງຍາກໃນການສະຫຼຸບ ສັງລວມລາຍງານໃນການຈັດຕັ້ງປະຕິບັດ ທຶນຊ່ວຍເຫຼືອລ້າເພື່ອການພັດທະນາ (ODA) ໃຫ້ທາງຄະນະນໍາລາຍງານຕໍ່ຂັ້ນເທິງ ເຖິງແມ່ນວ່າ ກະຊວງການເງິນ ຈະມີລະບົບຕິດຕາມ ແຕ່ຂະແໜງການກ່ຽວຂ້ອງບໍ່ໃຫ້ຄວາມຮ່ວມມືໃນການປ້ອນຂໍ້ມູນກໍ່ເປັນພຽງລະບົບທີ່ໃຊ້ການບໍ່ໄດ້. ດັ່ງນັ້ນ, ຈຶ່ງມອບໃຫ້ຫ້ອງການເປັນສູນກາງໃນການປະສານສົມທົບ ຮ່ວມມືກັບ ກົມຄຸ້ມຄອງໜີ້ສິນສາທາລະນະ, ກົມງົບປະມານແຫ່ງລັດ ແລະ ຄັງເງິນແຫ່ງລັດ ເພື່ອສ້າງ COA ສາລະບານການເງິນ ການບັນຊີ ແລະ ເປັນໃຈກາງສົມທົບກັບບັນດາກົມກ່ຽວຂ້ອງທີ່ມີໂຄງການເພື່ອທວນຄືນກັບບັນດາໂຄງການທີ່ຂຶ້ນກັບກະຊວງການເງິນທີ່ໄດ້ຮັບການຊ່ວຍເຫຼືອ ແລະ ກູ້ຢືມ.
![]() | ![]() |







