• ກົມພາສີ
  • |
  • 2026-04-23
  • |
  • ວຽກຮ່ວມມື

      ໃນວັນທີ 23 ເມສາ 2026, ກົມພາສີ ກະຊວງການເງິນ ໄດ້ຈັດກອງປະຊຸມສໍາ​ມະ​ນາວຽກແຜນງານຜູ້ປະກອບການມາດຕະຖານ AEO ຕິດພັນກັບຂະແໜງການພາກລັດ ທີ່ກ່ຽວຂ້ອງ ໂດຍການເປັນປະທານຂອງທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ມີບັນດາກົມອ້ອມຂ້າງກະຊວງການເງິນ ພ້ອມດ້ວຍຜູ້ຊ່ຽວຊານອົງການໄຈກາ ປະຈຳກົມພາສີ ແລະ ຜູ້ປະກອບການ ເຂົ້າຮ່ວມ.

         ທ່ານ ວົງວັນເພັງ ພູມສະຫວັນ ໃຫ້ຮູ້ວ່າ: ການ​ສໍາ​ມະ​ນາຄັ້ງນີ້ ມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງ ເນື່ອງຈາກວ່າ ການອໍານວຍຄວາມສະດວກທາງດ້ານການຄ້າ ເປັນປັດໄຈພື້ນຖານ ໃນການຂັບເຄື່ອນເສດຖະກິດຂອງປະເທດຊາດ ​ແລະ ເພື່ອ​ດຶງ​ດູດ​ໃຫ້​ຜູ້​ປະກອບ​ການ ​ເຂົ້າ​ຮ່ວມ​ແຜນ​ງານAEO ດ້ວຍ​ຄວາມ​ສະມັກ​ໃຈ. ວຽກງານການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ ເປັນວຽກງານໜຶ່ງທີ່ປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງລະບົບເສດຖະກິດ ໃນຍຸກຂອງການຄ້າເສລີໃນປັດຈຸບັນ, ຊຶ່ງ ສປປ ລາວ ມີພັນທະຕໍ່ອົງການການຄ້າໂລກ ແລະ ສາກົນ.

       ແຜນງານຜູ້ປະກອບການມາດຕະຖານ AEO ເປັນການຮ່ວມມືກັນ ລະຫວ່າງ ພາກລັດ ແລະ ພາກຜູ້ປະກອບການ ເພື່ອຍົກສູງການຈັດຕັ້ງປະຕິບັດລະບຽບກົດໝາຍ, ຮັບປະກັນຄວາມປອດໄພທາງດ້ານການຄ້າສາກົນ ແລະ ​ແນໃສ່ເພີ່ມທະວີການອໍານວຍຄວາມສະດວກ, ເຊິ່ງເປັນລະບຽບການທີ່ອົງການພາສີໂລກສ້າງຂຶ້ນ ໃນຂອບມາດຕະຖານການຮັກສາຄວາມປອດໄພ ແລະ ການອໍານວຍຄວາມສະດວກທາງການຄ້າສາກົນ ຕາມ​ກອບ​ມາດຕະຖານ ຂອງ​ອົງການ​ພາສີ​ໂລກ WCO SAFE Framework of Standards ແລະ ແນະນໍາໃຫ້ບັນດາປະເທດສະມາຊິກທົ່ວໂລກ ​ເພື່ອຈັດຕັ້ງປະຕິບັດວຽກ​ແຜນ​ງານAEO.

       ສໍາລັບແຜນງານຜູ້ປະກອບການມາດຕະຖານ AEO ສປປ ລາວ ໄດ້ລິເລີ່ມຢ່າງເປັນທາງການນັບແຕ່ ປີ2019, ສະເພາະວຽກງານ AEO ໄດ້ມີນິຕິກໍາ ຄໍາແນະນຳຂອງກະຊວງການເງິນ ສະບັບເລກທີ 1159/ກງ, ລົງວັນທີ 18 ເມສາ 2019 ວ່າດ້ວຍການຄຸ້ມຄອງຜູ້ປະກອບການມາດຖານ AEO; ປັດຈຸ​ບັນ ​ໄດ້​ປັບປຸງ​ນິຕິ​ກໍາຄືນ​ ​ໂດຍ​ນໍາ​ໃຊ້ ​ສະບັບ​ເລກທີ 1399/ກງ, ລົງ​ວັນ​ທີ 07 ພຶດສະພາ 2025,  ຊຶ່ງກົມພາສີ ໄດ້ໂຄສະນາເຜີຍແຜ່, ຊຸກຍູ້ສົ່ງເສີມ ໃຫ້ບັນດາຜູ້ປະກອບການ ຢ່າງຕໍ່ເນື່ອງ, ເຊິ່ງມີຜູ້ປະກອບການສາມາດເຂົ້າຮ່ວມແຜນງານຜູ້ປະກອບການມາດຖານ AEOໄດ້ ຈໍານວນ 04 ບໍລິສັດ ຄື: ບໍລິສັດ ໂຕໂຍຕ້າລາວ ຈຳກັດ, ບໍລິສັດ ປີໂຕຣເທດ ນໍາເຂົ້າ-ສົ່ງອອກ ຈຳກັດ, ບໍລິສັດ ​ເບຍ​ລາວ​ ຈໍາກັດ ​ແລະ ບໍລິສັດ ຫົວ​ເວີຍ​ເທັກ​ໂນ​ໂລ​ຍີ​ລາວ​ ຈໍາກັດ.

       ຜ່ານການຈັດຕັ້ງປະຕິບັດແຜນງານ ເຫັນວ່າການຂັບເຄື່ອນວຽກແຜນງານຜູ້​ປະກອບ​ການ​ມາດຕະຖານ ​AEO ຈະປະສົບຜົນສໍາເລັດ ຈໍາເປັນຕ້ອງອາໄສການຮ່ວມມືຢ່າງໃກ້ຊິດ ແລະ ຄວາມຮັບຜິດຊອບຮ່ວມກັນ ລະຫວ່າງພາກສ່ວນຜູ້ປະກອບການ, ລັດຖະການພາສີ ແລະ ບັນດາຂະແໜງການລັດ ທີ່ກ່ຽວຂ້ອງ. ແຜນງານຜູ້ປະກອບການມາດຕະຖານເອອີໂອ (AEO) ບໍ່ແມ່ນພຽງແຕ່ການລິເລີ່ມຂອງຂະແໜງພາສີເທົ່ານັ້ນ; ​ແຜນງານດັ່ງກ່າວ ແມ່ນ​ຍຸດ​ທະ​ສາດ​ລະດັບ​ຊາດ​ທີ່​ຖືກ​ອອກ​ແບບ​ ເພື່ອ​ຊຸກຍູ້​ການ​ແຂ່ງຂັນທາງດ້ານການຄ້າ​ໃນ​ທົ່ວ​ໂລກ ​ແລະ ເສີມສ້າງຄວາມປອດໄພ​ຂອງ​ຕ່ອງ​ໂສ້​ການ​ສະໜອງ​ ຂອງລັດຖະບານ ສປປ ລາວ.

© 2025 Copyright: ກະຊວງການເງິນ, ສປປ ລາວ