• ກະຊວງການເງິນ
  • |
  • 2026-04-13
  • |
  • ຂ່າວເສດຖະກິດ-ການເງິນ

    ໃນລະຫວ່າງວັນທີ 7-10 ເມສາ 2026 ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ໂດຍໄດ້ຮັບມອບໝາຍຈາກທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ນໍາພາຄະນະຜູ້ແທນກະຊວງການເງິນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 30, ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 13, ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ ແລະ ອາຊຽນ+3 ປະຈຳປີ 2026 ແລະ ກອງປະຊຸມປິ່ນອ້ອມ ແບບທາງໄກ (ອອນລາຍ)ໂດຍການເປັນປະທານຮ່ວມຂອງກະຊວງການເງິນ ແລະ ທະນາຄານກາງ ຟິລິບປິນ ພາຍໃຕ້ຄໍາຂັວນ “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ (Navigating Our Future, Together)”

     ກອງປະຊຸມດັ່ງກ່າວ ໄດ້ເລັ່ງໃສ່ເພີ່ມທະວີການເຊື່ອມໂຍງ ແລະ ການຮ່ວມມືດ້ານການເງິນໃນພາກພື້ນອາຊຽນ ຜ່ານການແລກປ່ຽນຄຳຄິດເຫັນໃນຄວາມຄືບໜ້າ ການຈັດຕັ້ງປະຕິບັດຂອບການຮ່ວມມືດ້ານການເງິນອາຊຽນ, ແຜນວຽກບູລິມະສິດທາງດ້ານເສດຖະກິດ ສຳລັບປີ 2026, ແຜນຍຸດທະສາດປະຊາຄົມອາຊຽນ 2026-2030 (ASEAN Economic Community Strategic Plan 2026-2030), ການຜັນຂະຫຍາຍການຮ່ວມມືຂອງພາກພື້ນອາຊຽນ ກັບບັນດາຄູ່ຮ່ວມພັດທະນາຕ່າງໆ ໂດຍສະເພາະການສ້າງຄວາມທົນທານຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ການລະດົມທຶນໃນການພັດທະນາເສດຖະກິດ-ສັງຄົມ ໃນປະເທດສະມາຊິກ ກໍຄືພາກພື້ນ. ກອງປະຊຸມ ຍັງໄດ້ມີການແລກປ່ຽນຂໍ້ມູນສະພາບເສດຖະກິດໂລກ ແລະ ພາກພື້ນ ຮ່ວມກັບບັນດາສະຖາບັນການເງິນສາກົນ ເພື່ອປຶກສາຫາລືບັນດາມາດຕະການ ແລະ ນະໂຍບາຍຮັດແໜ້ນການຮ່ວມມື ສຳລັບການຮັບມືກັບສະພາບເງິນເຟີ້ ແລະ ລາຄານໍ້າມັນ ກໍຄືລາຄາສິນຄ້າ ທີ່ເກີດຂຶ້ນຈາກຜົນປະທົບຕໍ່ເນື່ອງກັນຈາກນະໂຍບາຍດ້ານພາສີຂອງສະຫະລັດອາເມລິກາ ແລະ ຂໍ້ຄັດແຍ່ງໃນຕາເວັນອອກກາງ. ພ້ອມນັ້ນ, ຍັງຮັບຮອງບັນດາເອກະສານ ທີ່ຕິດພັນການເຊື່ອມໂຍງ ແລະ ການຮ່ວມມືດ້ານການເງິນໃນ 1 ປີຜ່ານມາ ແລະ ແຜນວຽກໃນຕໍ່ໜ້າ ກໍຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 13, ບັນດາບຸລິມະສິດ ແລະ ຍຸດທະສາດທີ່ກ່ຽວຂ້ອງຂອງຂະແໜງການເງິນ.

     ສ່ວນກອງປະຊຸມສະເພາະກະຊວງການເງິນ ແມ່ນໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມຄືບໜ້າ ແລະ ຜົນສໍາເລັດຂອງວຽກງານການຮ່ວມມືທາງດ້ານການເງິນ ໂດຍເລັ່ງໃສ່ການຈັດຕັ້ງປະຕິບັດ ແລະ ຮ່ວມມືວຽກງານພື້ນຖານໂຄງລ່າງການເງິນ,​ ວຽກງານປະກັນໄພ, ອາກອນ, ຄັງເງິນ ແລະ ການຮ່ວມມືຂະແໜງການເງິນກັບຂະແໜງການອື່ນ. ກອງປະຊຸມ ໄດ້ຊຸກຍູ້ໃຫ້ມີການຮ່ວມມື ແລະ ຜັນຂະຫຍາຍວຽກງານເຫຼົ່ານັ້ນ ໃຫ້ເສີມສ້າງຄວາມສາມາດ ໃນການເຊື່ອມສານ ແລະ ສ້າງຄວາມຍືຶນຍົງດ້ານການເງິນພາກພື້ນ, ການເຕີບໂຕ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ, ການແລກປ່ຽນຂໍ້ມູນຂ່າວສານ  ແລະ ສ້າງຄວາມອາດສາມາດ ເຊິ່ງຈະປະກອບສ່ວນຊ່ວຍໃຫ້ການຄຸ້ມຄອງດ້ານນະໂຍບາຍ ແລະ ການບໍລິການການເງິນພາກລັດ ໃຫ້ສາມາດຮອງຮັບກັບສິ່ງທ້າທາຍທີ່ເກີດຂຶ້ນໃນພາກພື້ນ.

     ໃນກອງປະຊຸມ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ສປປ ລາວ, ຍັງໄດ້ຢ້ຳຄືນເຖິງຄຳໝັ້ນສັນຍາ ຂອງ ສປປ ລາວ ໃນການສືບຕໍ່ຮ່ວມມືກັບ ບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມພັດທະນາ ໃນການເສີມຂະຫຍາຍການເຊື່ອມໂຍງ-ເຊື່ອມຈອດທາງດ້ານການເງິນ, ການປັບປຸງບັນດານະໂຍບາຍ ແລະ ລະບຽບດ້ານການເງິນ, ການເສີມສ້າງການຮ່ວມມືທາງດ້ານເຕັກນິກວິຊາການດ້ານນະວັດຕະກໍາການເງິນ ແລະ ການພັດທະນາລະບົບການເງິນທີ່ທັນສະໄໝ ໂດຍການນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ ແລະ ປັນຍາປະດິດ ເພື່ອຮັບປະກັນດ້ານຄວາມປອດໄພໃນການຊຳລະສະສ້າງການເງິນຂ້າມແດນ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ. ທ່ານຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການມີສ່ວນຂອງພາກລັດ ແລະ ເອກະຊົນ ເພື່ອເຮັດໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ.

     ຄຽງຄູ່ກັນນັ້ນ, ຍັງມີກອງປະຊຸມລະດັບຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ+3 (AFCDM+3) ໂດຍມີການແລກປ່ຽນ ແລະ ປຶກສາຫາລືດ້ານ ນະໂຍບາຍເສດຖະກິດມະຫາພາກຂອງພາກພື້ນ ແລະ ສາກົນ, ການຕີລາຄາສະພາບເສດຖະກິດອາຊຽນ+3 ໃນປີ 2025 - ຕົ້ນປີ 2026 ມີການເຕີບໂຕໃນຈັງຫວະທີ່ດີກວ່າທີ່ຄາດຄະເນໄວ້. ເຖິ່ງຢ່າງໃດກໍຕາມ, ສະພາບເສດຖະກິດໝົດ ປີ 2026 ແມ່ນຂຶ້ນກັບຜົນກະທົບຈາກບັນຫາຄວາມຂັດແຍ້ງໃນຕາເວັນອອກກາງທີ່ກະທົບຕໍ່ລາຄານໍ້າມັນເຊື້ອໄຟ ແລະ ສະພາບທີ່ແຕກຕ່າງກັນໃນແຕ່ລະປະເທດຂອງພາກພື້ນ. ພ້ອມນີ້, ກອງປະຊຸມ AFCDM+3 ໄດ້ມີການຮັບຮອງ ແຜນງົບປະມານ ແລະ ແຜນພະນັກງານ ປີ 2027, ແຜນການທົດລອງກູ້ຢືມ ພາຍໃຕ້ວຽກງານຂໍ້ລິເລີີ່ມຊຽງໃໝ່ເປັນກົນໄກຫຼາຍຝ່າຍ (CMIM) ຄັ້ງທີ 17, ການປັບປຸງຄໍາແນະນໍາການຈັດຕັ້ງປະຕິບັດການກູ້ຢືມທີ່ຕິດພັນກັບການກູ້ຢືມເປັນສະກຸນເງິນທ້ອງຖິ່ນ, ຂໍ້ກໍານົດການເຂົ້າຮ່ວມເປັນຜູ້ສັງເກດການຂອງຕີມໍ-ເລສເຕ ໃນວຽກງານ CMIM ແລະ AMRO, ບົດຄົ້ນຄວ້າການຊໍາລະ ລະຫວ່າງປະເທດ ແລະ ການເຊື່ອມຕໍ່ໃນພາກພື້ນອາຊຽນ+3, ແຜນການຈັດຕັ້ງປະຕິບັດວຽກງານລິເລີີ່ມການພັດທະນາຕະຫຼາດພັນທະບັດອາຊີ (ABMI), ການເລືອກເອົາ ADB ເປັນກອງເລຂາຊ່ວຍວຽກຂໍ້ລິເລີີ່ມການສະໜອງທຶນເພືີ່ອຫຼຸດຜ່ອນຄວາມສ່ຽງທີີ່ເກີດຈາກໄພພິບັດ (DRFI), ແຜນການຈັດຕັ້ງປະຕິບັດ DRFI ສໍາລັບປີ 2026-2028.

     ນອກຈາກນັ້ນ, ທ່ານຮອງລັດຖະມົນຕີກະຊວງການເງິນ ຍັງໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆທີ່ໄດ້ຈັດຂຶ້ນຄຽງຄູ່ກັນ ປະກອບມີ ກອງປະຊຸມລັດຖະມົນຕີ ແລະ ຮອງລັດຖະມົນຕີອາຊຽນ ແລະ ກະຊວງການເງິນ ສະຫະລັດອາເມຣິກາ, ກະຊວງການເງິນ ອົດສຕຣາລີ, ສະພາທຸລະກິດ ສະຫະລັດອາເມຣິກາ-ອາຊຽນ (US-ABC), ສະພາທຸລະກິດ ເອຣົບ-ອາຊຽນ (EU-ABC), ສະພາທຸລະກິດ ສະຫະຣາຊະອານາຈັກ-ອາຊຽນ (UK-ABC) ແລະ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC) ແລະ ສະຖາບັນການເງິນສາກົນ (IFIs) ອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ