ໃນວັນທີ 07 ເມສາ 2026, ຫ້ອງການ ກະຊວງການເງິນ ໄດ້ຈັດກອງປະຊຸມ ເຜີຍແຜ່ເອກະສານ ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ຂອງຂະແໜງການເງິນ ສະບັບເລກທີ 4941/ກງ, ລົງວັນທີ 30 ທັນວາ 2025 ໂດຍການເປັນປະທານຂອງ ທ່ານ ສົມຈິດ ຄຳມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ, ມີຄະນະກົມກ່ຽວຂ້ອງອ້ອມຂ້າງກະຊວງ, ພະແນກການເງິນນະຄອນຫຼວງວຽງຈັນ, ພະແນກການເງິນແຂວງ ໃນຂອບເຂດທົ່ວປະເທດ ແລະ ສາມສາຍຕັ້ງ ພ້ອມດ້ວຍຫົວໜ້າໜ່ວຍງານ ແລະ ແຂກຮັບເຊີນເຂົ້າຮ່ວມ. ເຊິ່ງກອງປະຊຸມດັ່ງກ່າວແມ່ນໄດ້ຈັດໃນຮູບແບບເຊິ່ງໜ້າ ແລະ ຮູບແບບທາງໄກ (ອອນລາຍ).
ກອງປະຊຸມເຜີຍ ແຜ່ຄຳແນະນຳ ສະບັບເລກທີ 4941/ກງ, ລົງວັນທີ 30 ທັນວາ 2025 ຄັ້ງນີ້, ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ເຮັດໃຫ້ພະນັກງານ-ລັດຖະກອນ ໃນຂະແໜງການເງິນ ກໍາໄດ້ເນື້ອໃນຈິດໃຈກ່ຽວກັບການສ້າງພື້ນຖານເສດຖະກິດທີ່ເຂັ້ມແຂງ, ຫຼຸດຜ່ອນການເພິ່ງພາຈາກພາຍນອກ ແລະ ເພີ່ມທະວີການກຸ້ມຕົນເອງທາງດ້ານງົບປະມານ; ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຜັນຂະຫຍາຍເນື້ອໃນຄຳແນະນຳ 4941/ກງ ເຂົ້າສູ່ແຜນວຽກຈຸດສຸມຂອງແຕ່ລະກົມກອງ, ໂດຍສະເພາະແມ່ນການຂຸດຄົ້ນລາຍຮັບບົ່ມຊ້ອນ, ການຄຸ້ມຄອງລາຍຈ່າຍຢ່າງມັດທະຍັດ ແລະ ການຫັນເປັນທັນສະໄໝ; ແລະ ສ້າງຄວາມເປັນເອກະພາບ ເສີມຂະຫຍາຍຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງພະນັກງານ-ລັດຖະກອນ ຂະແໜງການເງິນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ພວກ
ເຮົາພວມປະເຊີນຢູ່.
![]() | ![]() |
ໂອກາດນີ້ ທ່ານ ສົມຈິດ ຄຳມຸງຄຸນ ຫົວໜ້າຫ້ອງການ ໄດ້ມີຄຳເຫັນວ່າ: ເພື່ອຈັດຕັ້ງປະຕິບັດ ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງ ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ທັງເປັນການສືບຕໍ່ຜັນຂະຫຍາຍທິດທາງການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມໃນເງື່ອນໄຂ, ຈຸດພິເສດ, ທ່າແຮງບົ່ມຊ້ອມ ຂອງ ສປປ ລາວ, ພັດທະນາເສດຖະກິດເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແນ່ໃສ່ຮັບປະກັນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ.
ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫຼື ສອຈ ແມ່ນການສ້າງຄວາມເຂັ້ມແຂງຮອບດ້ານ ຂອງ ສປປ ລາວ ເຮົາ. ສຳລັບຂະແໜງການເງິນ, ພວກເຮົາແມ່ນ "ດ່ານໜ້າ" ທີ່ສຳຄັນທີ່ສຸດ. ຖ້າການເງິນບໍ່ເຂັ້ມແຂງ, ງົບປະມານບໍ່ກຸ້ມຕົນເອງ, ການຈະສ້າງເສດຖະກິດເອກະລາດ ກໍຈະເປັນໄປໄດ້ຍາກ.
ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດເຫັນຈາກບັນທ່ານຜູ່ຕາງໜ້າຈາກພະແນກການເງິນບັດາແຂວງ, ນະຄອນຫຼວງວຽງຈັນ ແລະ ຂະແໜງສາມາຍຕັ້ງ.
![]() | ![]() | ![]() |
![]() | ![]() | ![]() |







