ໃນວັນທີ 06 ເມສາ 2026, ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ປຶກສາຫ່ລືວຽກງານຈຸດສຸມ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ລັດວິສາຫະກິດທີ່ກ່ຽວຂ້ອງ ແລະ ບັນດາກົມອ້ອມຂ້າງສອງກະຊວງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືເອກະພາບໃນຫຼາຍບັນຫາສໍາຄັນ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:
1). ການແກ້ໄຂບັນຫານໍ້າມັນເຊື້ອໄຟ: ສືບຕໍ່ແກ້ໄຂບາງບັນຫາທີ່ຄົງຄ້າງ ແລະ ບໍ່ທັນໂລ່ງລ່ຽນ ໃນການນຳເຂົ້າ-ແຈກຢາຍ-ສະໜອງນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມໃຊ້ ໂດຍສະເພາະການສະໜອງໃຫ້ແກ່ການຜະລິດກະສິກໍາ ຄໍ້າປະກັນສະບຽງອາຫານ ຕ້ອງເປັນບູລິມະສິດທໍາອິດ;
2). ການສົ່ງເສີມການນໍາໃຊ້ລົດໄຟຟ້າ: ກໍານົດນະໂຍບາຍສົ່ງເສີມ ການນໍາໃຊ້ລົດໄຟຟ້າ ຄຸນນະພາບສູງ, ຫັນການຊໍາລະສະສາງ ຜ່ານລະບົບທະນາຄານ, ຈຳກັດການສວຍໂອກາດດ້ານຕ່າງໆ ທັງເຮັດໃຫ້ພາກທຸລະກິດນໍາເຂົ້າລົດໄຟຟ້າ ມີກຳໄລທີ່ສົມເຫດສົມຜົນ; ບໍ່ເອົາປຽບຜູ້ຊົມໃຊ້; ໃຫ້ຄວາມສໍາຄັນສູງດ້ານການບໍລິການ ແລະ ສິ່ງແວດລ້ອມ.
3). ການຄຸ້ມຄອງວຽກງານບໍ່ແຮ່: ເພີ່ມທະວີຄວາມເຂັ້ມງວດ ແກ້ໄຂປະກົດການຂຸດຄົ້ນແຮ່ທາດທີ່ບໍ່ຖືກລະບຽບ ສົ່ົງຜົນກະທົບຕໍ່ສະພາບແວດລ້ອມ ແລະ ສັງຄົມ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດ ຮັບປະກັນການເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ.
4) ການຄຸ້ມຄອງລາຄາສິນຄ້າ: ເພີ່ມທະວີຄວາມເຂັ້ມງວດໃນການຕ້ານ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ ໂດຍສະເພາະສິນຄ້າປະເພດຟູມເຟືອຍ ແລະ ເຄື່ອງດື່ມທາດເຫຼົ້າ.
5) ເພີ່ມທະວີການຜັນຂະຫຍາຍມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ຊຶ່ງພາກລັດ ຕ້ອງເປັນແບບຢ່າງນໍາໜ້າ.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ເນັ້ນໜັກໃຫ້ທັງສອງຂະແໜງການ ຕ້ອງໄດ້ຍົກສູງຄວາມຮັບຜິດ ຊອບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ຕໍ່ເນື່ອງ ແລະ ລາຍງານຜົນ ຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ ເພື່ອຮັບປະກັນການແກ້ໄຂບັນຫາດັ່ງກ່າວ ບໍ່ໃຫ້ມີຜົນກະທົບແຮງຕໍ່ສັງຄົມ ແລະ ປະຊາຊົນ.