ໃນວັນທີ 3 ເມສາ 2026, ກະຊວງການເງິນ ຮ່ວມກັບ ທະນາຄານໂລກ (World Bank) ຈັດກອງປະຊຸມທົບທວນຜົນການຈັດຕັ້ງປະຕິບັດໂຄງການ (Country Portfolio Review: CPR) ປີ 2026 “ແນໃສ່ຍົກສູງປະສິດທິຜົນ ແລະ ຄວາມໂປ່ງໃສ” ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຄິວມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສ ປປ ລາວ ມີ ຜູ້ແທນຈາກບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເປັນກົນໄກສຳຄັນໃນການທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ໂດຍສຸມໃສ່ການຍົກລະດັບປະສິດທິຜົນ, ປັບປຸງຄຸນນະພາບການນຳໃຊ້ທຶນ ແລະ ເສີມສ້າງຜົນກະທົບດ້ານການພັດທະນາໃຫ້ເກີດຜົນເປັນຮູບປະທຳ.
ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ມີຄຳເຫັນວ່າໃນສະພາບທີ່ຂອບທາງດ້ານງົບປະມານ ຂອງປະເທດຍັງມີຂໍ້ຈຳກັດ, ການນຳໃຊ້ແຫຼ່ງທຶນສະໜອງຈາກພາຍນອກ ຈະຕ້ອງຖືກຄຸ້ມຄອງຢ່າງມີວິໄນ, ໂປ່ງໃສ ແລະ ສຸມໃສ່ຜົນສຳເລັດໃນການຈັດຕັ້ງປະຕິບັດ ໂດຍໃຫ້ແຕ່ລະໂຄງການສາມາດສ້າງຜົນປະໂຫຍດຕໍ່ທາງດ້ານເສດຖະກິດ ແລະ ສັງຄົມ ໄດ້ຢ່າງແທ້ຈິງ.
ການປຶກສາຫາລືຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນ ທັງຄວາມຄືບໜ້າທີ່ໄດ້ບັນລຸ ແລະ ສິ່ງທ້າທາຍທີ່ຍັງຄົງມີ ໂດຍສະເພາະໃນດ້ານການຈັດຊື້ຈັດຈ້າງ, ການຄຸ້ມຄອງດ້ານການເງິນ, ຄວາມພ້ອມຂອງໂຄງການ ແລະ ການປະສານງານກັບພາກສ່ວນກ່ຽວຂ້ອງ. ພ້ອມນີ້ ກໍໄດ້ມີການກຳນົດແນວທາງແກ້ໄຂທີ່ເນັ້ນໃຫ້ເກີດຜົນໄວ ແລະ ສາມາດວັດແທກໄດ້.
ໃນວາລະທີມີຄວາມໝາຍຄວາມສຳຄັນນີ້, ທ່ານຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເສີມສ້າງ “ຄວາມເປັນເຈົ້າການ” ຂອງໜ່ວຍງານປະຕິບັດ, ການຮັບຜິດຊອບຕໍ່ຜົນການຈັດຕັ້ງປະຕິບັດ ແລະ ການຊຸກຍູ້ໃຫ້ການນຳໃຊ້ງົບປະມານ ແລະ ການດຳເນີນງານຂອງໂຄງການ ໃຫ້ເກີດຂຶ້ນຢ່າງທັນເວລາ. ກະຊວງການເງິນ ຈະສືບຕໍ່ປະສານງານຢ່າງໃກ້ຊິດ ກັບ ກະຊວງກ່ຽວຂ້ອງ ແລະ ທະນາຄານໂລກ ເພື່ອຮັບປະກັນການນຳໃຊ້ບັນດານິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງມີປະສິດທິຜົນ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ສະຫຼຸບ 3 ບຸລິມະສິດທີ່ສຳຄັນເພື່ອຮັບປະກັນຜົນສຳເລັດຂອງໂຄງການ ຄື:
1. ຍົກສູງການເປັນເຈົ້າການ ແລະ ຄວາມຮັບຜິດຊອບ: ບັນດາກະຊວງຂະແໜງການຜູ້ຈັດຕັ້ງປະຕິບັດໂຄງການຕ້ອງຮັບຜິດຊອບເຕັມທີ່ຕໍ່ຜົນໄດ້ຮັບ, ມີກຳນົດເວລາແກ້ໄຂທີ່ຊັດເຈນ.
2. ເລັ່ງລັດການປະຕິບັດງານ ແລະ ການເບີກຈ່າຍ: ແກ້ໄຂຂໍ້ຫຍຸ້ງຍາກຢ່າງທັນການ ເພື່ອໃຫ້ສັງຄົມໄດ້ຮັບຜົນປະໂຫຍດຈາກໂຄງການໂດຍໄວ.
3. ເພີ່ມທະວີການປະສານງານ ແລະ ການຕິດຕາມ: ກະຊວງການເງິນ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບບັນດາກະຊວງຂະແໜງການ ແລະ ທະນາຄານໂລກ ເພື່ອຕິດຕາມຄວາມຄືບໜ້າ.
ເພື່ອຮັບປະກັນວ່າບັນດາຜົນຂອງການປຶກສາຫາລືໃນຄັ້ງນີ້ ຈະຖືກນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ກະຊວງການເງິນ ແລະ ທະນາຄານໂລກ ຈະໄດ້ສ້າງຕັ້ງ "ຄະນະເຮັດວຽກຮ່ວມ" ເພື່ອຕິດຕາມ, ຊຸກຍູ້ ແລະ ແກ້ໄຂບັນຫາທີ່ອາດຈະເກີດຂຶ້ນໃໝ່ຢ່າງທັນທ່ວງທີ, ແນໃສ່ຮັກສາຈັງຫວະການດຳເນີນງານໂຄງການ ແລະ ເພີ່ມທະວີການຮ່ວມມືໃຫ້ເກີດຜົນປະໂຫຍດສູງສຸດຕໍ່ ເສດຖະກິດ ແລະ ສັງຄົມອີກດ້ວຍ.
![]() | ![]() |

