ຈຸດປະສົງຂອງກອງປະຊຸມ ເພື່ອທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ນັບແຕ່ເລີ່ມຕົ້ນຈົນເຖິງໄຕມາດທີ 1 ຂອງປີ 2026 ແລະ ກໍານົດແຜນບຸລິມະສິດຍຸດທະສາດສຳລັບໄລຍະທີ່ເຫຼືອຂອງໂຄງການ. ໃນທີ່ປະຊຸມ, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງໂຄງການ NPFID ໃນການແກ້ໄຂຊ່ອງວ່າງດ້ານຂີດຄວາມສາມາດໃນການປະສານງານການຊ່ວຍເຫຼືອ, ຂໍ້ມູນສະຖິຕິເພື່ອການຕິດຕາມ ແລະ ການຄຸ້ມຄອງການຊ່ວຍເຫຼືອ ເພື່ອການພັດທະນາ ຢ່າງເປັນທາງການ (ODA). ພ້ອມກັນນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ນິວຊີແລນ ແລະ ອົງການ UNDP ທີ່ໃຫ້ການສະໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງ, ໂດຍສະເພາະໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 10 (10th NSEDP) ແລະ ຍຸດທະສາດການເງິນ. ໃນໂອກາດນີ້, ທ່ານ ດາວຊວນລາຍ (Dao Xuan Lai) ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງການຮ່ວມມືວ່າ: “ອົງການ UNDP ຍັງຄົງມີຄວາມມຸ່ງໝັ້ນໃນການສະໜັບສະໜູນ ສປປ ລາວ ເພື່ອຫັນປ່ຽນຈາກ ການວາງແຜນແບບຂັ້ນຕອນ ໄປສູ່ການວາງແຜນແບບເນັ້ນໃສ່ຜົນໄດ້ຮັບ (Outcome-based), ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນ ແລະ ກົນໄກການຕິດຕາມ ຜ່ານເຄື່ອງມືທັນສະໄໝ ເຊັ່ນ Dashboard ແລະ ການຄາດການອະນາຄົດ (Foresight) ຈະຊ່ວຍໃຫ້ລັດຖະບານສາມາດຮັບມືກັບສິ່ງທ້າທາຍດ້ານເສດຖະກິດ ແລະ ສັງຄົມ ໄດ້ຢ່າງມີປະສິດ ທິພາບ ແລະ ທັນການ.” ທ່ານນາງ Dana Avram ໄດ້ສະແດງທັດສະນະໃນນາມຕົວແທນຜູ້ໃຫ້ທຶນວ່າ: “ລັດ ຖະບານນິວຊີແລນ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊຸກຍູ້ການພັດທະນາແບບທົ່ວເຖິງໃນ ສປປ ລາວ. ພວກເຮົາເຫັນດີຕໍ່ການຂະຫຍາຍໄລຍະເວລາຂອງໂຄງການອອກໄປ ເພື່ອຮັບປະກັນວ່າບັນດາກິດຈະກຳທີ່ສຳຄັນ ໂດຍສະເພາະການສ້າງບຸກຄະລາກອນຮຸ່ນໃໝ່ (Y-LEAP) ແລະ ການປັບປຸງຍຸດທະສາດການເງິນ ຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ສ້າງຜົນປະໂຫຍດໃນໄລຍະຍາວໃຫ້ແກ່ປະເທດ.” ກອງປະຊຸມໄດ້ນໍາສະເໜີແຜນເລັ່ງລັດການຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸຄາດໝາຍພາຍໃນກຳນົດເວລາຂອງໂຄງການ ຊື່ງໄດ້ກຳນົດວຽກງານບຸລິມະສິດທີ່ສໍາຄັນປະກອບມີ: 1) ສຸມໃສ່ການສ້າງຄູ່ມືການຄຸ້ມຄອງແບບທີ່ອີງໃສ່ຜົນໄດ້ຮັບ (RBM) ໃຫ້ສຳເລັດສົມບູນ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ພະນັກງານວາງແຜນ ແລະ ຜັນຂະຫຍາຍໄປສູ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ; 2) ປັບປຸງກົນໄກການຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ (NSEDP) ຜ່ານການສ້າງລະບົບສະຫຼູບລາຍງານຖານຂໍ້ມູນ (Dashboard), ສ້າງຄວາມເຂັ້ມແຂງໃຫ້ແກ່ການລາຍງານຂໍ້ມູນ SDG ແລະ ການປະເມີນ ແລະ ສ້າງແຜນສືບຕໍ່ສຳລັບ ໂຄງການສ້າງຊ່ຽວຊານ ແລະ ນັກວິຊາການຮຸ່ນໜຸ່ມ Young Local Experts and Professionals (Y-LEAP) ພາຍໃຕ້ໂຄງການ NPFID; 3) ການເຊື່ອມສານຍຸດທະສາດການເງິນເຂົ້າໃນ ແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10, ການສ້າງບົດລາຍງານລາຍຈ່າຍພາສີ-ອາກອນ (Tax Expenditure Report) ແລະ ການສ້າງຂີດຄວາມສາມາດລະດັບຊາດ ກ່ຽວກັບການວາງແຜນແບບຄາດການອະນາຄົດ (Foresight) ແລະ ເຊື່ອມສານການນໍາໃຊ້ປັນຍາປະດິດ (AI). ໃນຕອນທ້າຍຂອງກອງປະຊຸມປະທ່ານກອງປະຊຸມ ໄດ້ກ່າວຄຳເຫັນປິດໂດຍເນັ້ນໃຫ້ບັນດາພາກສ່ວນຈັດຕັ້ງປະຕິບັດ (IP) ແລະ ຄູ່ຮ່ວມງານ (RP) ປະສານງານສົມທົບກັນຢ່າງໃກ້ຊິດ ເພື່ອກຳນົດເວລາທີ່ຊັດເຈນສຳລັບກິດຈະກຳທີ່ເຫຼືອ. ພ້ອມທັງ ໃຫ້ທຸກພາກສ່ວນຖືເອົາກິດຈະກຳເຫຼົ່ານີ້ເປັນວຽກງານຫຼັກຂອງຂະແໜງການຕົນຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນ, ຮັບປະກັນຜົນສຳເລັດທີ່ມີຄຸນນະພາບ ແລະ ຍືນຍົງ.



