ໃນວັນທີ 25 ມີນາ 2026 ຜ່ານມານີ້, ຫ້ອງການ ກະຊວງການເງິນ ໄດ້ຈັດກອງປະຊຸມສຳມະນາຂະຫຍາຍຕາໜ່າງຂ່າວສານການເງິນ ຜ່ານລະບົບອອນໄລ ແບບມີສ່ວນຮ່ວມ ໃຫ້ກັບ 10 ແຂວງ (ພາກກາງ-ພາກໃຕ້), ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ນວນລະອອງ ທໍາມະວົງ ຮອງຫົວໜ້າຫ້ອງການກະຊວງການເງິນ; ນັກວິທະຍາກອນຈາກຄະນະໂຄສະນາອົບຮົມສູນກາງພັກ; ຫົວໜ້າພະແນກ, ຮອງພະແນກໂຄສະນາຂ່າວສານເສດຖະກິດ ແລະ ການເງິນ; ຄະນະຮັບຜິດຊອບ; ບັນດານັກສຳມະນາກອນຈາກພະແນກການເງິນ, ພາສີ, ສ່ວຍສາອາກອນປະຈຳແຂວງ, ຄະນະໂຄສະນາຮົມຮົມຂອງແຂວງຈາກ 10 ແຂວງພາກກາງ ແລະ ພາກໃຕ້ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມສໍາມະນາຂະຫຍາຍຕາໜ່າງຂ່າວການເງິນແບບມີສ່ວນຮ່ວມຂອງຂະແໜງການເງິນ, ເພື່ອຍົກລະດັບວຽກງານໂຄສະນາຂ່າວສານການເງິນຫັນທັນສະໄໝ, ຍົກສູງບົດບາດຄວາມເປັນເຈົ້າການຕໍ່ວຽກງານສື່ມວນຊົນຂອງຂະແໜງການເງິນໃຫ້ເຕີບໃຫຍ່ເຂັ້ມແຂງຮັບໃຊ້ສັງຄົມຢ່າງມີຄຸນນະພາບ ແລະ ລວມສູນແຕ່ສູນກາງລົງຮອດທ້ອງຖິ່ນໃນການໂຄສະນາແນວທາງນະໂຍບາຍ ເສດຖະກິດ-ການເງິນ, ກົດໝາຍ ແລະ ລະບຽບການໃຫ້ສັງຄົມຮັບຮູ້, ເຂົ້າໃຈຕໍ່ວຽກງານການເງິນ ເພື່ອປະກອບສ່ວນເສຍພັນທະຂອງຕົນຕາມກັດໝາຍ; ພ້ອມທັງຕີຖອຍທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂະແໜງການເງິນ, ຕ້ານ ແລະ ສະກັດກັ້ນຂ່າວປອມ, ຫາງສຽງສັງຄົມ, ການໃສ່ຮ້າຍຂອງກຸ່ມຄົນບໍ່ຫວັງດີໃຫ້ທັນກັບເຫດການ; ສ້າງກົນໄກການຄຸ້ມຄອງວຽກງານໂຄສະນາຂອງແຕ່ລະພາກສ່ວນໃຫ້ມີສ່ວນຮ່ວມໃນການຕິດຕາມ, ເຜີຍແຜ່ຂໍ້ມູນຂ່າວສານຂະແໜງການເງິນເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິ XII ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນ ຄັ້ງທີ IV ກໍຄືມະຕິກອງປະຊຸມໜ່ວຍພັກຫ້ອງການຄັ້ງທີ VIII ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດປີ 2026 ໃຫ້ບັນລຸຕາມແຜນການ, ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນບົນຈິດໃຈສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ຂອງຂະແໜງການເງິນໃຫ້ປະກົດຜົນເປັນຈິງ. ຈຸດປະສົງຂອງກອງປະຊຸມສໍາມະນາຂະຫຍາຍຕາໜ່າງຂ່າວການເງິນແບບມີສ່ວນຮ່ວມຂອງຂະແໜງການເງິນ, ເພື່ອຍົກລະດັບວຽກງານໂຄສະນາຂ່າວສານການເງິນຫັນທັນສະໄໝ, ຍົກສູງບົດບາດຄວາມເປັນເຈົ້າການຕໍ່ວຽກງານສື່ມວນຊົນຂອງຂະແໜງການເງິນໃຫ້ເຕີບໃຫຍ່ເຂັ້ມແຂງຮັບໃຊ້ສັງຄົມຢ່າງມີຄຸນນະພາບ ແລະ ລວມສູນແຕ່ສູນກາງລົງຮອດທ້ອງຖິ່ນໃນການໂຄສະນາແນວທາງນະໂຍບາຍ ເສດຖະກິດ-ການເງິນ, ກົດໝາຍ ແລະ ລະບຽບການໃຫ້ສັງຄົມຮັບຮູ້, ເຂົ້າໃຈຕໍ່ວຽກງານການເງິນ ເພື່ອປະກອບສ່ວນເສຍພັນທະຂອງຕົນຕາມກັດໝາຍ; ພ້ອມທັງຕີຖອຍທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂະແໜງການເງິນ, ຕ້ານ ແລະ ສະກັດກັ້ນຂ່າວປອມ, ຫາງສຽງສັງຄົມ, ການໃສ່ຮ້າຍຂອງກຸ່ມຄົນບໍ່ຫວັງດີໃຫ້ທັນກັບເຫດການ; ສ້າງກົນໄກການຄຸ້ມຄອງວຽກງານໂຄສະນາຂອງແຕ່ລະພາກສ່ວນໃຫ້ມີສ່ວນຮ່ວມໃນການຕິດຕາມ, ເຜີຍແຜ່ຂໍ້ມູນຂ່າວສານຂະແໜງການເງິນເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິ XII ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນ ຄັ້ງທີ IV ກໍຄືມະຕິກອງປະຊຸມໜ່ວຍພັກຫ້ອງການຄັ້ງທີ VIII ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດປີ 2026 ໃຫ້ບັນລຸຕາມແຜນການ, ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນບົນຈິດໃຈສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ຂອງຂະແໜງການເງິນໃຫ້ປະກົດຜົນເປັນຈິງ. ກອງປະຊຸມດັ່ງກ່າວບັນດາຜູ້ເຂົ້າຮ່ວມ, ນັກວິທະຍາກອນ ແລະ ສໍາມະການກອນໄດ້ເຊີດຊູຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ລົງເລິກ, ປະກອບຄວາມຄິດເຫັນຕໍ່ບັນຫາຕ່າງໆຢ່າງມີລັກສະນະວິທະຍາສາດ, ຫຼາກຫຼາຍ, ກົງໄປກົງມາ ແລະ ສ່ອງແສງສະພາບການຕົວຈິງ ໂດຍການຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາຂ່າວສານການເງິນ ໃນໄລຍະຜ່ານມາຢ່າງຖືກຕ້ອງ ສອດຄ່ອງຕາມຄວາມເປັນຈິງ, ຊອກເຫັນດ້ານຕັ້ງໜ້າ, ສິ່ງທີ່ພົ້ນເດັ່ນເພື່ອເສີມຂະຫຍາຍ ແລະ ບັນຫາສິ່ງທ້າທາຍ, ຄວາມຫຍຸ້ງຍາກເພື່ອພ້ອມກັນປັບປຸງແກ້ໄຂວຽກງານໂຄສະນາຂ່າວສານການເງິນໃຫ້ດີຂຶ້ນໃນຕໍ່ໜ້າໃຫ້ມີປະສິດທິພາບສູງກວ່າເກົ່າ. ໃນຕອນທ້າຍ, ປະທານກອງປະຊຸມໄດ້ມີຄຳເຫັນເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສຳມະນາກອນຂະແໜງການເງິນ ຈົ່ງຍົກສູງບົດບາດໃນການມີສວນຮ່ວມສຳຄັນວຽກໂຄສະນາຂ່າວສານການເງິນ ໃຫ້ກວ້າງຂວາງທົ່ວເຖິງທຸກເປົ່າໝາຍເພື່ອໃຫ້ສັງຄົມຮັບຮູ້-ເຂົ້າໃຈ ຕໍ່ນະໂຍບາຍເສດຖະກິດການເງິນໃຫ້ເລີກເຊິງ ແລະ ກວ້າງຂວາງຕາມທິດນຳສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຂອງຂະແໜງການເງິນ.






