• ກະຊວງການເງິນ
  • |
  • 2026-03-27
  • |
  • ວຽກງານພັກ-ພະນັກງານ

 

        ໃນພິທິ ທ່ານ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງ-ພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່ ສະບັບເລກທີ 05/ຄລສພ, ລັງວັນທີ 10 ມີນາ 2026, ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 38/ນຍ, ລົງວັນທີ 04 ມີນາ 2026:ໂດຍການຍົກຍ້າຍ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄປຮັບໜ້າໃໝ່ຢູ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 28/ຄລສພ, ລົງວັນທີ 12 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກຂອງກະຊວງການເງິນ; ໂດຍໄດ້ແຕ່ງຕັ້ງ ສະຫາຍທ່ານ ສຸລິວັດ ສຸວັນນະຈູມຄຳ ກຳມະການສຳຮອງສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ ກະຊວງການເງິນ.  

        ໃນກອງປະຊຸມ, ທ່ານ ນາງ ວຽງແກ້ວ ສິດທິວົງ ຮອງຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນຮອງຫົວໜ້າກົມກະຊວງການເງິນ ສະບັບເລກທີ 0486/ກງ, ລົງວັນທີ 29 ມັງກອນ 2026 ແລະ ຂໍ້ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງ ສະບັບເລກທີ 1091, 1092, 1093, 1094, 1095, 1096, 1097, 1098/ກງ, ລົງວັນທີ 24 ມີນາ 2026 ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

  1. ແຕ່ງຕັ້ງ ທ່ານ ສີສຸພັນ ວິທະໄຊ ເປັນຮອງຫົວໜ້າກົມຈັດຕັ້ັ້ງ ແລະ ເປັນເລຂານຸການປະຈຳຮອງນາຍົກລັດຖະມົນຕີ;
  2. ແຕ່ງຕັ້ງ ທ່ານ ຄຳມອນ ແກ້ວພົມມະຈັກ ເປັນຮອງຫົວໜ້າກົມຈັັັັດຕັ້ງ;
  3. ແຕ່າງຕັ້ງ ທ່ານ ບຸນປະເສີດ ສີສຸວັນ ເປັນຮອງຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ;
  4. ແຕ່ງຕັ້ງ ທ່ານ ພອນສະຫວັດ ແກ້ວພັັນທຸວົງ ເປັນ ຮອງຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ;
  5.  ແຕ່ງຕັ້ງທ່ານ ສົມໄຊ ທຳມະພັດ ເປັນຮອງຫົວໜ້າກົມແຜນການ;
  6. ແຕ່ງຕັ້ງ ທ່ານ ໄຊພອນ ຈັນປະເສີດ ເປັນຮອງຫົວໜ້າກົມແຜນການ;
  7. ແຕ່ງຕັ້ງ ທ່ານ ຈັນປະສິດ ແສງພະອາທິດ ເປັນຮອງຫົວໜ້າກົມຮ່ວມມື ແລະ ການເງິນສາກົນ;
  8. ແຕ່ງຕັ້ງ ທ່ານ ຈັນທະລີ ຈັນສົມເພັງ ເປັນຮອງຫົວໜ້າກົມຮ່ວມມື ແລະ ການເງິນສາກົນ;
  9. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສຸກທະໂສມ ທຳມະວົງ ເປັນຮອງຫົວໜ້າກົມປະເມີນຜົນ ແລະ ຈັດຊື້-ຈັດຈ້າງ;
  10. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຂວັນຄຳ ວົງຄຳຊາວ ເປັນຮອງຫົວໜ້າກົມພາສີ;
  11. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ວຽງເງິນ ສີຫາລາດ ເປັນຮອງຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ. 

        ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີປະກາດການຈັດຕັ້ງວ່າ: ການຍົກຍ້າຍ, ແຕ່ງຕັ້ງພະນັກງານ ເພື່ອປັບປຸງການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນການກໍ່ສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດໃນທຸກຂົງເຂດວຽກງານ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໃຫ້ພະນັກງານທີ່ໄປຮັບໜ້າທີ່ໃໝ່, ໄດ້ຮັບການແຕ່ງຕັ່ງໃໝ່ຈົ່ງເອົາໃຈໃສ່ໃນການສຶກສາຄົ້ນຄວ້າສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງໄດ້ຮັບການມອບໝາຍດ້ວຍຄວາມຮັບຜິດຊອບສູງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ ສຶບຕໍ່ນໍາພາ-ຊີ້ນຳ ວຽກງານຂະແໜງການເງິນໃຫ້ເຕີບໃຫຍ່ເຂັ້ມແຂງດັ່ງຄຳຂວັນທີ່ວ່າ: ຍົກສູງບົດບາດຢຶນຢູ່ແຖວໜ້າຕັດສິນບັນຫາດ້ານເສດຖະກິດ-ການເງິນຂອງຊາດ ເພື່ອໃຫ້ສົມບົດບາດທີ່ວ່າ: ການເງິນຄຶໝາກຫົວໃຈເປັນສາຍເລືອແໃຫຍ່ລະບົບເສດຖະກິດຂອງຊາດ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ