• ກະຊວງການເງິນ
  • |
  • 2026-03-24
  • |
  • ສາມອົງການຈັດຕັ້ງ

        ໃນວັນທີ 24 ມີນາ 2026, ສະຫະພັນແມ່ຍິງ ກະຊວງການເງິນ ຈັດພິທີປາຖະກະຖາ ແລະ ສຳມະນາວິທະຍາສາດ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (08/03/1910-08/03/2026) ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງ, ມີ ທ່ານ ນາງ ບົວເລີງຄິນ ດວງສະຫວັນ ຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັັນແມ່ງຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງການເງິນ ພ້ອມດ້ວຍ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າຈາກອົງການຈັດຕັ້ງ ກຳມະບານ, ຊາວໜຸ່ມ(ທີ່ເປັນເພດຊາຍ) ແລະ ສະມາຊິກແມ່ຍິງ ກະຊວງການເງິນ ເຂົ້າຮ່ວມ.

        ໂອກາດນີ້, ທ່ານ ນາງ ບົວເລີງຄິນ ດວງສະຫວັນ ຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັັນແມ່ງຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ວ່າ: ວັນແມ່ຍິງສາກົນ ເກີດຂຶ້ນຈາກການເຄື່ອນໄຫວຂອງແຮງງານແມ່ຍິງ ໃນຊ່ວງຕົ້ນສະຕະວັດທີ 20 ທີ່ຮຽກຮ້ອງສິດທິໃນການເຮັດວຽກ, ຄ່າແຮງງານທີ່ຍຸຕິທຳ ແລະ ສິດທິທາງການເມືອງ ຊຶ່ງ ວັນທີ 8 ມີນາ ແມ່ນເຫດການ-ການ ເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂັວນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ”. ປີຕໍ່ມາ ໃນວັນທີ 19 ມິນາ 1911 ວັນແມ່ຍິງສາກົນໄດ້ຮັບການສະເຫຼີມສະຫຼອງ ໂດຍມີປະຊາຊົນເຂົ້າຮ່ວມເປັນລ້ານໆຄົນ ຢູ່ໃນບັນດາປະເທດເອີລົບເຊັ່ນ: ປະເທດ ໂອຕິດ, ແດນມາກ, ເຢຍລະມັນ, ສະວິດເຊີແລນ. ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນ “ ວັນແມ່ຍິງສາກົນ “ ພາສາອັງກິດ ເອີ້ນວ່າ: “International Women's Day” ໄດ້ຮັບການສະເຫຼີມສະຫຼອງ ຢູ່ໃນຫຼາຍປະເທດທົ່ວໂລກ ແລະ ໄດ້ຖືເອົາການສະເຫຼີມສະຫຼອງໃນປີ 1911 ນີ້ເປັນປີທໍາອິດ.

        ຈາກນັ້ນ, ທ່ານ ນາງ ທຳມາ ເພັດວິໄລ ຮອງປະທານສູນກາງສະຫະພັນແມ່ຍິງ ຍັງໄດ້ເລົ່າມູນເຊື້ອປະຫວັດເອື້ອຍນ້ອງຍິງ ເຊິ່ງໃນປັດຈຸບັນ ແມ່ຍິງໄດ້ພິສູດໃຫ້ໂລກເຫັນວ່າ ບໍ່ມີຂອບເຂດໃດທີ່ຈຳກັດສັກກາຍະພາບຂອງແມ່ຍິງ ເພາະແມ່ຍິງ ໄດ້ເຮັດໃຫ້ຊາວໂລກໄດ້ເຫັນແລ້ວວ່າ ສາມາດເປັນທັງຜູ້ນຳປະເທດ, ນັກວິທະຍາສາດ, ນັກທຸລະກິດ, ຄູອາຈານ, ທ່ານໝໍ, ພະຍາບານ ແລະ ແຮງງານສຳຄັນໃນທຸກພາກສ່ວນ. ໃນນີ້, ສິ່ງທີ່ສຳຄັນທີ່ສຸດ ແມ່ຍິງ ຍັງເຮັດບົດບາດຂອງ ແມ່-ຜູ້ໃຫ້ກຳເນີດລູກ ແລະ ພັນລະຍາ ຜູ້ເບິ່ງແຍງສາມີ ແລະ ຄອບຄົວ. ສະນັ້ນ, ບົດບາດຂອງແມ່ຍິງ ບໍ່ໄດ້ຈຳກັດຢູ່ແຕ່ໃນຄອບຄົວ ແຕ່ຍັງຂະຫຍາຍໄປສູ່ການກຳນົດນະໂຍບາຍ ແລະ ການຕັດສິນໃຈສຳຄັນໃນລະດັບຊາດ ແລະ ສາກົນ.

        ພ້ອມນັ້ນ, ໃນພິທີສະຫະພັນແມ່ຍິງ ຍັງໄດ້ຮັບຝັງ ການສຳມະນາວິທະຍາສາດໃນຫົວຂໍ້ “ທັກສະການເຮັດວຽກຮ່ວມກັນໃຫ້ມີປະສິດທິພາບ” ເພື່ອນໍາເອົາທັກສະດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງ ແນ່ໃສ່ເຮັດໃຫ້ການປະຕິບັດວຽກງານ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

© 2025 Copyright: ກະຊວງການເງິນ, ສປປ ລາວ