• ກະຊວງການເງິນ
  • |
  • 2026-03-26
  • |
  • ວຽກຮ່ວມມື

        ໃນວັນທີ 26 ມີນາ 2026, ທີ່ ສຳນັກງານ ADB ປະຈໍາ ສປປ ລາວ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ໃນນາມຕາງໜ້າໃຫ້ແກ່ ລັດຖະບານ ສປປ ລາວ, ກໍຄືຄະນະນໍາກະຊວງການເງິນ ໄດ້ຕ້ອນຮັບຢ່າງອົບອຸ່ນມາຍັງ ທ່ານ ມະຊະໂຕະ ຄັນດະ ປະທານທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ຊຶ່ງເປັນຄັ້ງທຳອິດນັບແຕ່ທ່ານໄດ້ຮັບການແຕ່ງຕັ້ງເປັນປະທານ ADB. 

        ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ  ໄດ້ລາຍງານໃຫ້ຊາບວ່າ: ທະນາຄານພັດທະນາອາຊີ ທີ່ໄດ້ໃຫ້ຄວາມເອົາໃຈໃສ່ ແລະ ຊຸກຍູ້ ສປປ ລາວ, ນັບແຕ່ປະເທດເຮົາໄດ້ມີສ່ວນຮ່ວມ ແລະ ເປັນສະມາຊິກ ADB ນັບແຕ່ປີ 1966 ເປັນຕົ້ນມາ ເຊິ່ງຍາມໃດ ສປປ ລາວ ຖືວ່າ ADB ເປັນຄູ່ຮ່ວມມື ເພື່ອການພັດທະນາທີ່ສໍາຄັນ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ແລະ ປະກອບສ່ວນຕ່າງໆເຂົ້າໃນພາລະກິດສ້າງສາພັດທະນາປະເທດ ມາໂດຍຕະຫຼອດ; ໂດຍ ທ່ານໄດ້ຕີລາຄາ ການພົບປະໃນຄັ້ງນີ້, ແມ່ນເປັນໂອກາດໄມຕີອັນດີ ແລະ ມີຄວາມໝາຍອັນສຳຄັນ ໃນການສືບຕໍ່ເພີ່ມທະວີການຮ່ວມມື ແລະ ແລກປ່ຽນ-ຖອດຖອນບົດຮຽນໄລຍະຜ່ານມາ  ເພື່ອແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ມີຜົນສຳເລັດເປັນກ້າວໆໃນຕໍ່ໜ້າ.

        ຈາກນັ້ນ ທ່ານ ມະຊະໂຕະ ຄັນດະ ກໍໄດ້ມີຄຳເຫັນວ່າ: ເພື່ອສົ່ງເສີມການຂະຫຍາຍທາງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ ໂດຍເນັ້ນໃສ່ຄວາມຕ້ອງການທາງດ້ານສັງຄົມ ແລະ ການພັດທະນາ ຜ່ານ 3 ໜ້າວຽກບູລິມະສິດຄື: ການສົ່ງເສີມວຽກງານການເງິນສີຂຽວ ແລະ ຍືນຍົງ; ເພີ່ມທະວີຄວາມສະເໝີພາບໃນການເຂົ້າເຖິງການບໍລິການ; ແລະ ການບັນລຸວຽກງານການປ້ອງກັນການປ່ຽນແປງສະພາບດິນຟ້າອາກາດ.

         ພ້ອມນັ້ນ, ທ່ານຍັງໄດ້ສົົ່ງເສີມການພັດທະນາພື້ນຖານໂຄງລ່າງ ເຊັ່ນ ການຄົມມະນາຄົມຂົນສົ່ງ, ດ້ານພະລັງງານ ເພື່ອສ້າງຄວາມເຂັ້ມແຂງໃນການເຊື່ອມຕໍ່ ແລະ ການເຊື່ອມໂຍງດ້ານເສດຖະກິດກັບພາກພື້ນ. 

        ນອກນີ້, ກໍໃດ້ເນັ້ນສົ່ງເສີມການພັດທະນາຊັບພະຍາກອນມະນຸດ ຜ່ານລະບົບການສຶກສາ ແລະ ການຝຶກອົບຮົມ ເພື່ອຮັບປະກັນຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ, ຄຽງຄູ່ກັບການສົ່ງເສີມການລົງທຶນຂອງພາກເອກະຊົນ ໂດຍການປັບປຸງສະພາບແວດລ້ອມ ເພື່ອກະຕຸ້ນການລົງທຶນໃຫ້ເພີ່ມຂຶ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ