• ກະຊວງການເງິນ
  • |
  • 2026-03-26
  • |
  • ວຽກຮ່ວມມື

        ໃນວັນທີ 26 ມີນາ 2026 ກົມກວດກາລັດ ກະຊວງການເງິນ ໄດ້ສົບທົບກັບ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງ ອົງການກວດກາແຫ່ງລັດ ຈັດກິດຈະກຳ ສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (ວັນທີ 09 ທັນວາ 2003 ຫາ 09 ທັນວາ 2025) ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕິວົງ ກຳມະການ ປະຈຳພັກກະຊວງ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງການເງິນ, ມີທ່ານ ຂັນຄຳ ໄຊຍະວົງ ກຳມະການຄະນະພັກກະຊວງ, ເລຂາໜ່ວຍພັກ,  ຮັກສາການຫົວໜ້າກົມກວດກາລັດ, ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະ ສືບສວນການສໍ້ລາດບັງຫຼວງ ພ້ອມດ້ວຍ ແຂກຖືກເຊີນຕາງໜ້າຈາກບັນດາກົມ ເຂົ້າຮ່ວມ.

        ໃນພິທີຄັນດັ່ງກ່າວ ຕາງໜ້າ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ນໍາສະເໜີ 04 ເອກະສານທີ່ສໍາຄັນ ຄື: ຜ່ານບົດລາຍງານວຽກງານອັນພົ້ນເດັ່ນ ຂອງວຽກງານການສໍ້ລາດບັງຫຼວງຂອງ ຂະແໜງການເງິນ, ບົດປາໃສ ວັນຕ້ານການສໍ້ລາດບັງຫຼວງ ວັນສ້າງຕັ້ງ ອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 44 ປີ (16 ກຸມພາ 1982-16 ກຸມພາ2026) ການຊີ້ນໍາບັນຊາ ວຽກງານ ກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ແນະນໍາການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ ໃນ ພິທີ, ຍັງໄດ້ມີການຖາມ-ຕອບ ແລກປ່ຽນບົດຮຽນ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ມີຄວາມຮັບຮູ້, ເຂົ້າໃຈຢ່າງ ເລິກເຊິ່ງ ກຳແໜ້ນບັນດາເນື້ອໃນຈິດໃຈເອກະສານສໍາຄັນດັ່ງກ່າວ ເພື່ອນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນທີ່ສູງຂຶ້ນເລື້ອຍໆ.

         ໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ໃຫ້ຄໍາເຫັນຕໍ່: ພິທີດັ່ງກ່າວ, ບໍ່ແມ່ນພຽງແຕ່ວັນໜຶ່ງ ທີ່ສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງ ແຕ່ເປັນວັນໃຫ້ລະນຶກເຖິງໄພຄຸກຄາມທີ່ງຽບ ແຕ່ສາມາດທໍາລາຍຊາດໄດ້ "ການສໍ້ລາດບັງຫຼວງ" ເປັນພະຍາດ ທີ່ບັນທອນ ຄວາມສາມັກຄີພາຍໃນ ຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນ, ບັນທອນຄວາມເຂັ້ມແຂງຂອງ ເສດຖະກິດແຫ່ງຊາດ ແລະ ເປັນການປິດກັ້ນໂອກາດໃນການພັດທະນາປະເທດຊາດ.

        ສໍາລັບ ສປປ ລາວ, ຄໍາໝັ້ນສັນຍານີ້ໄດ້ສະແດງອອກຜ່ານການເຂົ້າເປັນພາຄີຂອງ ອະນຸສັນຍາ ສະຫະ ປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (UNCAC). ການເຂົ້າເປັນພາຄີນີ້ ບໍ່ພຽງແຕ່ ເປັນພັນທະເທົ່ານັ້ນ, ແຕ່ຍັງເຮັດໃຫ້ ໄດ້ຮັບເຄື່ອງມືອັນມີພະລັງ: ທັງການຮ່ວມມືໃນການ ສືບສວນ- ສອບສວນ, ການແລກປ່ຽນຊ່ຽວຊານ ແລະ ຂອບການເຮັດວຽກເພື່ອຕິດຕາມຊັບສິນທີ່ຖືກລັກໄປຄືນມາ. ນີ້ຄືການເພີ່ມຄວາມເຂັ້ມແຂງໃຫ້ແກ່ ສ ປປ ລາວ ໃນການຕໍ່ສູ້ກັບສິ່ງທ້າທາຍ.

         ສະນັ້ນ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງນີ້ ເປັນວຽກຂອງຄະນະພັກ, ຄະນະນໍາ ແລະ ພະນັກງານທັງໝົດ ການລົງໂຄສະນາເຜີຍແຜ່ຊຸກຍູ້ໃນຄັ້ງນີ້ ເປັນບາດກ້າວທີ່ສໍາຄັນໃນການຊ່ວຍໃຫ້ຄະນະກວດກາພັກກະຊວງ, ກົມກວດກາລັດ, ຄະນະກວດກາພັກຮາກຖານ ແລະ ໜ່ວຍພັກໃນການເຄື່ອນໄຫວຂອງຕົນ ແລະ ເປັນບົດຮຽນໃຫ້ແກ່ຜູ້ເຮັດວຽກງານກວດກາຫຼາຍຂຶ້ນ. 

© 2025 Copyright: ກະຊວງການເງິນ, ສປປ ລາວ