• ກະຊວງການເງິນ
  • |
  • 2026-03-25
  • |
  • ວຽກຮ່ວມມື

      ໃນວັນທີ 23 ມີນາ 2026, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈາງ ນຽນຊານ (Zhang Nianshan) ຫົວໜ້າກົມພາກພື້ນອາຊີຕາເວັນອອກສຽງໃຕ້ ປະຈໍາຢູ່ສຳນັກງານໃຫຍ່ທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ມາຮັບໜ້າທີ່ໃໝ່ ເປັນຜູ້ອຳນວຍການຫ້ອງການ ADB ປະຈຳ ສປປ ລາວ.

         ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ໃນການມາຢ້ຽມຂ່ຳນັບຂອງ ທ່ານ ຈາງ ນຽນຊານ ພ້ອມດ້ວຍຄະນະ ພ້ອມທັງສະແດງຄວາມຍິນດີກັບການຮັບໜ້າທີ່ໃໝ່ ແລະ ເຊື່ອໝັ້ນວ່າ ADB ຈະເປັນກໍາລັງແຮງ ໃນການຊຸກຍູ້ ສປປ ລາວ ໃຫ້ສາມາດບັນລຸຕາມທິດທາງນະໂຍບາຍ ກໍຄືການຍາດແຍ່ງທຶນການຊ່ວຍເຫຼືອ ຈາກທະນາຄານພັດທະນາອາຊີ ໃນຂົງເຂດບູລິມະສິດຂອງລັດຖະບານ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ (NSEDP 10),  ເຊິ່ງກະຊວງການເງິນ ພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ຮ່ວມມື ຈັດຕັ້ງປະຕິບັດວຽກງານ ຮ່ວມກັບ ADB ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ, ໂດຍສະເພາະ ແມ່ນ ການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ໄລຍະ ປີ 2024 – 2028 ໃຫ້ບັນລຸຕາມເປົ້າໝາຍ.

         ພ້ອມກັນນີ້, ທັງສອງຝ່າຍໄດ້ປຶກສາຫາລື ກ່ຽວກັບການເສີມຂະຫຍາຍສາຍພົວພັນລະຫວ່າງລັດຖະບານ ສປປ ລາວ ແລະ ທະນາຄານພັດທະນາອາຊີ. ພ້ອມທັງຍົກໃຫ້ເຫັນສາຍຮັດແໜ້ນການຮ່ວມມືຢ່າງຕໍ່ເນື່ອງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ; ປຶກສາຫາລືການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ ໂດຍສະເພາະໂຄງການທີ່ເປັນທ່າແຮງດ້ານການຂັບເຄື່ອນເສດຖະກິດ ຂອງລັດຖະບານ ລວມທັງສິ່ງທ້າທາຍ ແລະ ແນວທາງການຈັດຕັ້ງປະຕິບັດໂຄງການທີ່ດຳເນີນຢູ່ ເຊັ່ນ: ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ.

© 2025 Copyright: ກະຊວງການເງິນ, ສປປ ລາວ