• ກະຊວງການເງິນ
  • |
  • 2026-03-23
  • |
  • ວຽກຮ່ວມມື

        ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້: ເພື່ອທົບທວນຄືນຜົນສຳເລັດທີ່ສຳຄັນໃນປີ 2025 ເຊິ່ງພວກເຮົາໄດ້ບັນລຸອັດຕາການຈັດຕັ້ງປະຕິບັດແຜນງານ (Delivery Rate) ສູງເຖິງ 101%; ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນງານ CPD (ຜົນສໍາເລັດ, ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນບົດຮຽນ ແລະ ທິດທາງແກ້ໄຂ ໂດຍການມີສ່ວນຮ່ວມ ແລະ ມີຄວາມຮັບຜິດຊອບຮ່ວມກັນ ແລະ ຮ່ວມກັນກຳນົດທິດທາງ ແລະ ແຜນບຸລິມະສິດສຳລັບປີ 2026 ເຊິ່ງເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນງານ.

        ກອງປະຊຸມໄດ້ສະຫຼຸບສັງລວມລາຍງານບັນດາຜົນສຳເລັດທີ່ພົ້ນເດັ່ນໃນປີ 2025 ເປັນຕົ້ນ: ການຊຸກຍູ້ທຸລະກິດຂະໜາດນ້ອຍ (MSMEs) ໃຫ້ເຂົ້າເຖິງຕະຫຼາດ ແລະ ການປະຕິຮູບນະໂຍບາຍສ່ວຍສາອາກອນ ເພື່ອເພີ່ມລາຍຮັບແຫ່ງຊາດ; ການເກັບກູ້ລະເບີດບໍ່ທັນແຕກ (UXO) ເຊິ່ງຊ່ວຍໃຫ້ປະຊາຊົນຫຼາຍກວ່າ 18,000 ຄົນ ສາມາດນຳໃຊ້ທີ່ດິນເພື່ອການຜະລິດຢ່າງປອດໄພ; ການຟື້ນຟູເນື້ອທີ່ປ່າໄມ້ກວ່າ 70,000 ເຮັກຕາ ແລະ ການສ້າງຍຸດທະສາດຮັບມືກັບໄພພິບັດໃນລະດັບທ້ອງຖິ່ນ. ສຳລັບແຜນບູລິມະສິດ ປີ 2026, ກອງປະຊຸມໄດ້ເຫັນດີເປັນເອກະພາບ ດັ່ງນີ້:

  1. ເລັ່ງລັດການຈັດຕັ້ງປະຕິບັດ: ສຸມໃສ່ບັນດາກິດຈະກຳທີ່ຍັງຄ້າງຄາໃຫ້ສຳເລັດຕາມກຳນົດເວລາ ເພື່ອບັນລຸຕົວຊີ້ວັດຂອງ CPD (2022-2026);
  2. ສ້າງຄວາມຍືນຍົງ: ຫັນເອົາບັນດາຜົນສຳເລັດ ແລະ ບົດຮຽນທີ່ດີຈາກໂຄງການ ເຂົ້າສູ່ລະບົບການບໍລິຫານປົກກະຕິຂອງພາກລັດ;
  3. ການກະກຽມຮອບວຽນໃໝ່: ນຳເອົາໝາກຜົນການທົບທວນ ແລະ ຂໍ້ສະເໜີແນະຈາກຂະແໜງການ ໄປເປັນພື້ນຖານໃນການຮ່າງແຜນງານການຮ່ວມມື CPD 2027-2031 ໃຫ້ສອດຄ່ອງກັບທິດທາງການພັດທະນາຂອງປະເທດໃນໄລຍະໃໝ່.

        ໃນທີ່ປະຊຸມ, ທ່ານ ສຸລິວັດ ສຸວັນນະຈຸມຄໍາ ຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມື ໂດຍໄດ້ເນັ້ນໜັກວ່າ: "ປີ 2025 ທີ່ຜ່ານມາ ແມ່ນປີທີ່ມີຄວາມໝາຍສຳຄັນ ເຊິ່ງພວກເຮົາສາມາດເຫັນໄດ້ເຖິງຄວາມຄືບໜ້າທີ່ເປັນຮູບປະທຳ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍພາຍໃຕ້ແຜນງານ CPD. ການສະໜັບສະໜູນຈາກ UNDP ບໍ່ພຽງແຕ່ຊ່ວຍໃນການຟື້ນຟູເສດຖະກິດ-ສັງຄົມ ເທົ່ານັ້ນ, ແຕ່ຍັງເປັນແຮງຊຸກຍູ້ສຳຄັນໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs), ພ້ອມກັນນັ້ນ ຍັງເປັນປີທີ່ພວກເຮົາໄດ້ສຸມໃສ່ການຟື້ນຟູເສດຖະກິດ ແລະ ການແກ້ໄຂຄວາມທຸກຍາກດ້ານເສດຖະກິດຢ່າງຈິງຈັງ. ສຳລັບປີ 2026, ລັດຖະບານ ສປປ ລາວ ຈະເພີ່ມທະວີຄວາມຮັບຜິດຊອບ ແລະ ປະສານງານ ເພື່ອຮັບປະກັນວ່າທຸກກິດຈະກຳຈະຖືກຜັນຂະຫຍາຍລົງສູ່ທ້ອງຖິ່ນຢ່າງມີປະສິດທິຜົນ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເພີ່ມທະວີການຕິດຕາມ ແລະ ປະເມີນຜົນໃຫ້ເຂັ້ມງວດກວ່າເກົ່າ ທຸກໆ 3 ຫາ 6 ເດືອນ ຜົນປະໂຫຍດໂດຍກົງເຖິງປະຊາຊົນຢູ່ທ້ອງຖິ່ນ." ແລະ ສະແດງຄວາມຊົມເຊີຍບັນດາຂະແໜງການທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການຢ່າງມີຄວາມຮັບຜິດຊອບສູງ.

        ໃນໂອກາດດັ່ງກ່າວ, ທ່ານ ນາງ ມາຕິນ ເທີເຣີ ໄດ້ກ່າວຊົມເຊີຍຄວາມມຸ່ງໝັ້ນຂອງ ລັດຖະບານ ສປປ ລາວ ໂດຍລະບຸວ່າ: "UNDP ມີຄວາມພາກພູມໃຈທີ່ໄດ້ເປັນຄູ່ຮ່ວມຍຸດທະສາດກັບ ສປປ ລາວ. ຜົນສຳເລັດໃນປີ 2025 ໂດຍສະເພາະດ້ານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳ ແມ່ນຫຼັກຖານແຫ່ງການຮ່ວມມືທີ່ແໜ້ນແຟ້ນ. ສຳລັບ ປີ 2026 ເຊິ່ງເປັນປີສຸດທ້າຍຂອງຮອບວຽນແຜນງານປັດຈຸບັນ, ພວກເຮົາຈະສຸມໃສ່ການສ້າງຄວາມຍືນຍົງໃຫ້ແກ່ ໝາກຜົນຂອງໂຄງການຕ່າງໆ ແລະ ເລັ່ງລັດການກະກຽມຮ່າງແຜນງານການຮ່ວມມືໃນຮອບວຽນໃໝ່ (2027-2031) ເພື່ອຕອບສະໜອງຕໍ່ສິ່ງທ້າທາຍໃໝ່ໆ ໂດຍສະເພາະການປ່ຽນແປງສະພາບອາກາດ,ການຫັນເປັນດິຈິຕອນ, ການສ້າງຄວາມສາມາດປັບຕົວຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ, ການຫັນເປັນລັດ ແຫ່ງກົດໝາຍ ແລະ ອື່ນໆ ເພື່ອຮັບປະກັນການພັດທະນາ ທີ່ຍືນຍົງ ແລະ ກຽມພ້ອມອອກຈາກສະຖານະພາບ LDC."

        ໃນຕອນທ້າຍ, ຜູ້ຕາງໜ້າລັດຖະບານ ໄດ້ສະແດງຄວາມຂອບໃຈຕໍ່ອົງການ UNDP ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຮອນຢ່າງຕໍ່ເນື່ອງ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (9th NSEDP) ຜ່ານມາ ແລະ ກ້າວເຂົ້າສູ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ (10th NSEDP), ລວມທັງ ການກະກຽມຄວາມພ້ອມໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນອະນາຄົດ. ພ້ອມນັ້ນ, ທ່ານໄດ້ສະເໜີໃຫ້ບັນດາຂະແໜງການປະສານສົມທົບຢ່າງໃກ້ສິດກັບ UNDP ເພື່ອຜັນຂະຫຍາຍແຜນວຽກປີ 2026 ເຂົ້າໃນແຜນການຂອງຕົນ ແລະ ຢືນຢັນວ່າ ກະຊວງການເງິນ ພ້ອມທີ່ຈະຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ