ໃນກອງປະຊຸມ ສະຫາຍ ພັນໂທ ບຸນມີໄຊ ຄໍາພະຈັນ ຫົວໜ້າພະແນກ ອົບຮົມຈັດຕັ້ງ ຫ້ອງການຊາວໜຸ່ມກອງທັບ ໄດ້ເຜີຍແຜ່ຜົນສໍາເລັດຂອງ ກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ເຊີ່ງກອງປະຊຸມດັ່ງກ່າວໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ ສະເໜີໂດຍ ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສຊປລ, ເນື້ອໃນລາຍງານການເມືອງ ໄດ້ຕີລາຄາຮອບດ້ານເຖິງ ຜົນງານແລະ ຜົນສໍາເລັດ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII, ເຊິ່ງໄດ້ຕີລາຄາໃຫ້ເຫັນ ດ້ານດີ, ດ້ານອອ່ນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫຼອດການເຄື່ອນໄຫວ ວຽກງານຜ່ານມາ ພ້ອມກັນນັ້ນກອງປະຊຸມໄດ້ເປັນເອກະພາບສູງ ແລະ ຮັບຮອງເອົາບັນດາຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ທີ່ໄດ້ກຳນົດຢູ່ໃນບົດລາຍງານການເມືອງ ແລະ ຮັບຮອງເອົາແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III, ກົດລະບຽບຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກົດລະບຽບການຈັດຕັ້ງເຍົາວະຊົນທັນວາ ສະບັບປັບປຸງ ເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນີ້, ກໍໄດ້ຮັບຝັງການເຜີຍແຜ່ວຽກງານການເງິນກ່ຽວກັບການສ້າງ ແລະ ຄຸ້ມຄອງໂຄງການລົງທຶນຂອງລັດ, ດຳລັດການສ້າງແຜນງົບປະມານໄລຍະກາງ ຕາມດໍາລັດ ສະບັບເລກທີ 254/ລບ ແລະ ລາຍຈ່າຍງົບປະມານແຫ່ງລັດຜ່ານ ລະບົບຄັງເງິນ ຈາກຄະຊາວໜຸ່ມກະຊວງການເງິນຕື່ມອີກ. ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ສົມຈິດ ຄຳມຸງຄຸນ ຄະນະພັກກະຊວງການເງິນ ເລຂາທິການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ ໄດ້ມອບເງິນໃຫ້ແກ່ ຫ້ອງການຊາວໜຸ່ມກອງທັບ ປະຊາຊົນ ຕິວັດລາວ ຈຳນວນ 10 ລ້ານກີບ.






