• ກະຊວງການເງິນ
  • |
  • 2026-03-23
  • |
  • ວຽກຮ່ວມມື

      ກອງປະຊຸມ ຄະນະຊີ້ນຳລະດັບຊາດ ຂອງແຜນງານພັດທະນາທ້ອງຖິ່ນ (ແຜນງານ ລາວ /338) ໄດ້ໄຂຂຶ້ນໃນວັນທີ 20 ມີນາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ Thomas Lammar ອຸປະທູດ ແຫ່ງລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ ແລະ ທ່ານ Jean-Gabriel Duss ຫົວໜ້າປະຈໍາພາກພື້ນ ອົງການຮ່ວມມື ເພື່ອການພັດທະນາ ຂອງສະວິສເຊີແລນ ສໍາລັບພາກພື້ນແມ່ນໍ້າຂອງ. ມີຮອງເຈົ້າແຂວງ ແຂວງບໍລິຄໍາໄຊ, ຫົວໜ້າພະແນກ,ຮອງຫົວໜ້າພະແນກ ການເງິນ ຈາກ 4 ແຂວງເປົ້າໝາຍ (ແຂວງບໍ່ແກ້ວ; ວຽງຈັນ; ບໍລິຄໍາໄຊ ແລະ ແຂວງຄໍາມ່ວນ) ຂອງແຜນງານ ລາວ/338, ພ້ອມດ້ວຍຜູ້ຕາງໜ້າຈາກກົມອ້ອມຂ້າງ ກະຊວງການເງິນ, ຈາກຂະແໜງການຂັ້ນສູນກາງ, ທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

       ກອງປະຊຸມ ເພື່ອທົບທວນຄວາມຄືບໜ້າ, ຜົນສຳເລັດຕົ້ນຕໍ ປີ 2025, ຜົນການປະເມີນກາງສະໄໝຂອງ ແຜນງານ ລາວ/338 ທີ່ດໍາເນີນໃນ ປິ 2025 ແລະ ຮັບຮອງແຜນວຽກ ສໍາລັບ ປີ 2026. ເຊິ່ງແຜນງານ ລາວ/338 ໄດ້ຮັບການສະໜູນຈາກລັດຖະບານລຸກຊຳບວກ ແລະ ລັດຖະບານສະວິດເຊີແລນ ມູນຄ່າຫຼາຍກວ່າ 41 ລ້ານເອີໂຣ ມີໄລຍະເວລາຈັດຕັ້ງປະຕິບັດ ແຕ່ປີ 2023-2027 ເພື່ອສົ່ງເສີມການພັດທະນາແບບຍືນຍົງ.

       ໃນກອງປະຊຸມ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມສອດຄ່ອງຂອງ ແຜນງານ ລາວ/338 ໃນການປະກອບສ່ວນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ 9 (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ 10 (2026-2030) ທີ່ຈະສະເໜີຮັບຮອງຢູ່ ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະໄຂຂຶ້ນລະຫວ່າງ ວັນທີ 23-27 ມີນາ 2026. ແຜນງານ ລາວ/338 ສະໜັບສະໜູນໂດຍກົງເປົ້າໝາຍໃຫຍ່ທີ 02: ດ້ານຊັບພະຍາກອນມະນຸດ, ເປົ້າໝາຍ 03: ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ເປົ້າໝາຍ 06: ດ້ານການຄຸ້ມຄອງບໍລິຫານລັດ ດ້ວຍການສະໜອງໂຄງລ່າງພື້ນຖານທີ່ຈຳເປັນ, ການສົ່ງເສີມກອງທຶນພັດທະນາບ້ານ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການຍົກລະດັບຂີດຄວາມສາມາດຂອງພາກລັດຢູ່ທຸກລະດັບ ແລະ ຢູ່ໃນຫຼາຍຂົງເຂດ. 

       ຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາໃນ ປີ 2025 ທີ່ຜ່ານມາ ສາມາດສະຫຼຸບບາງຜົນສຳເລັດ ແລະ ຄວາມຄືບໜ້າ ເປັນຕົ້ນ 226 ບ້ານຂອງ 4 ແຂວງເປົ້າໝາຍ ໄດ້ເລີ່ມຈັດຕັ້ງແຜນພັດທະນາບ້ານແບບມີສ່ວນຮ່ວມ, ສໍາເລັດກິດຈະກໍາ ກອງທຶນພັດທະນາບ້ານ ຫຼາຍກວ່າ 220 ກິດຈະກຳ, ກິດຈະກຳຍົກລະດັບຂີດຄວາມສາມາດໃນຫຼາກຫຼາຍຫົວຂໍ້ສຳລັບພະນັກງານລັດຖະກອນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຈຳນວນ 395 ຄັ້ງ, ໂຄງການພື້ນຖານໂຄງລ່າງຈຳນວນ 140 ໂຄງການໄດ້ມີຄວາມຄືບໜ້າ, ການລິເລີ່ມໂຄງການສົ່ງເສີມໂພສະນາການ, ການສຶກສາ ແລະ ການຫຼຸດຜ່ອນຄວາມສ່ຽງໄພພິບັດ, ລວມທັງການຍົກສູງຄຸນນະພາບ ແລະ ການເຂົ້າເຖິງບໍລິການດ້ານການເງິນໃນລະບົບ ຢູ່ເຂດຫ່າງໄກສອກຫຼີກ ແລະ ການເຊື່ອມສານເອົາວຽກງານ ຄວາມສະເໝີພາບຍິງ-ຊາຍ, ຄົນພິການ, ສັງຄົມ ແລະ ກຸ່ມຄົນທີ່ມີຄວາມບອບບາງສູງເພື່ອຮັບປະກັນການມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດຢ່າງທົ່ວເຖິງ.

       ທ່ານ Thomas Lammar ອຸປະທູດ ແຫ່ງ ລາຊະອານະຈັກ ລຸກຊຳບວກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ແຜນງານນີ້ໄດ້ຖືກອອກແບບເພື່ອສົ່ງເສີມການພັດທະນາທ້ອງຖິ່ນ ແຕ່ຂັ້ນແຂວງຈົນຮອດຂັ້ນບ້ານ ເຊິ່ງລັດຖະບານ ແລະ ອົງການຈັດຕັ້ງຂັ້ນບ້ານ ເປັນພາກສ່ວນຈັດຕັ້ງປະຕິບັດຕົວຈິງ ເພື່ອຮັບປະກັນການມີສ່ວນຮ່ວມໃນແຜນງານຢ່າງກວ້າງຂວາງ ແລະ ໄດ້ຜົນປະໂຫຍດໂດຍກົງຢ່າງແທ້ຈິງ ແລະ ເຊື່ອໝັ້ນວ່າ ແຜນງານ ລາວ/338 ສາມາດປະກອບສ່ວນ ແລະ ສະໜັບສະໜູນແນວທາງນະໂຍບາຍ ແລະ ທິດທາງການພັດທະນາຂອງ ລັດຖະບານ ສປປ ລາວ ໃນການຫຼຸດຜ່ອນຄວາມທຸກຍາກ ໂດຍຮັບປະກັນວ່າຊັບພະຍາກອນຂອງແຜນງານ ແລະ ໂອກາດຈະສາມາດໄປຮອດໄປເຖິງປະຊາຊົນໃນເຂດຫ່າງໄກສອກຫຼີກ ເຊິ່ງເປັນຜູ້ທີ່ມີຄວາມຕ້ອງການຊ່ວຍເຫລືອຫຼາຍທີ່ສຸດ.”

       ທ່ານ Jean-Gabriel Duss ຫົວໜ້າປະຈໍາພາກພື້ນ ອົງການຮ່ວມມື ເພື່ອການພັດທະນາ ຂອງສະວິສເຊີແລນ ສໍາລັບພາກພື້ນແມ່ນໍ້າຂອງ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງໂຄງການ ໂດຍສະເພາະ ກ່ຽວກັບການສ້າງຂີດຄວາມສາມາດຂອງອົງກອນ ແລະ ຄູ່ຮ່ວມງານພາກລັດ ເພື່ອຮັບປະກັນການພັດທະນາແບບຍືນຍົງ ເຊິ່ງອົງການຮ່ວມມືເພື່ອການພັດທະນາຂອງສະວິດເຊີແລນ ໄດ້ຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ມາເປັນເວລາ ຫລາຍກວ່າ 20 ປີ ແລ້ວ ແລະ ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສຶບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຂົງເຂດການພັດທະນາຊົນນະບົດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

       ພ້ອມນີ້, ກອງປະຊຸມໄດ້ຮັບຮອງແຜນວຽກ ແລະ ງົບປະມານສຳລັບ ປີ 2026 ໂດຍຈະສຸມໃສ່ການເລັ່ງຈັດຕັ້ງປະຕິບັດກິດຈະກຳທີ່ກຳນົດໄວ້, ລວມທັງແກ້ໄຂຂໍ້ຄົງຄ້າງ, ເອກະພາບກັນກ່ຽວກັບມາດຕະການໃນການຈັດຕັ້ງປະຕິບັດ, ການປັບປຸງກົນໄກໃນການປະສານງານ, ການຕິດຕາມ, ການປະເມີນຜົນ ແລະ ວຽກງານທີ່ກ່ຽວຂ້ອງ.

© 2025 Copyright: ກະຊວງການເງິນ, ສປປ ລາວ