ໃນວັນທີ 20 ມີນາ 2026 ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໄດຈັດກອງປະຊຸມແລກປ່ຽນວິຊາສະເພາະ ເພື່ອປັບປຸງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 02 ພະຈິກ 2017 ໂດຍການເປັນປະທານຂອງທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ມີຫົວໜ້າພະແນກ, ຮອງພະແນກພາຍໃນກົມ ພ້ອມດ້ວຍຄະນະທີ່ປຶກສາດ້ານກົດໝາຍພາຍໃນປະເທດ ແລະ ແຂກຮັບເຊີນເຂົ້າຮ່ວມ. 
ໂອກາດນີ້ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນໄດ້ລາຍງານສະພາບການຈັດຕັ້ງປະຕິບັດໃນການປັບປຸງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ສະບັບເລກທີ 30/ສພຊ, ລົງວັນທີ 02 ພະຈິກ 2017 ແລະ ທີ່ປຶກສາທາງດ້ານກົດໝາຍໄດ້ຜ່ານ ເນື້ອໃນ “ຮ່າງ” ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໂດຍມີການປັບປຸງດັ່ງນີ້: ການອະທິບາຍຄຳຊັບ, ນະໂຍບາຍຂອງລັດກ່ຽວກັບການຈັດຊື້-ຈັດຈ້າງ, ຫຼັກການພື້ນຖານ ກ່ຽວກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຂອບເຂດການນໍາໃຊ້ກົດໝາຍ ແລະ ການຮ່ວມມື ສາກົນ ເຫຼົ່ານີ້ເປັນຕົ້ນ.
ພ້ອມນັ້ນ ຄະນະປັບປຸງກົດໝາຍ ຈຶ່ງໄດ້ພ້ອມກັນປະກອບຄຳເຫັນໃສ່ “ຮ່າງ” ກົດໝາຍ ວ່າດ້ວຍຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ການເຄື່ອນໄຫວວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດຢ່າງກົງໄປກົງມາ ເພື່ອໃຫ້ວຽກງານດັ່ງກ່າວຖືກຕ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນການນໍາໃຊ້ທຶນຂອງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຢັດ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
![]() | ![]() | ![]() |


