ຈຸດປະສົງ ໃນການຢ້ຽມຂໍ່ານັບແມ່ນເພື່ອລາຍງານການກໍານົດຍຸດທະສາດການພັດທະນາຕົວເມືອງທີ່ຍືນຍົງ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ປືກສາຫາລື ກ່ຽວກັບ ການອອກແບບ ແລະ ຈັດຕັ້ງປະຕິບັດກິດຈະກຳບູລິມະສິດ ໃນຂົງເຂດການປ່ຽນແປງສະພາບດິນຟ້າອາກາດ ແລະ ການບໍລິການໂຄງລ່າງພື້ນຖານ ແລະ ການລະດົມການສະໜັບສະໜູນຈາກທຸກພາກສ່ວນ ລວມທັງພາກລັດ, ເອກະຊົນ, NGOs ແລະ CSOs ເພື່ອປະກອບສ່ວນເຂົ້າໃນວຽກງານເຄຫາສະຖານ. ພ້ອມດຽວກັນນີ້ ທ່ານ ລັດຖະມົນຕີ ກະຊວງການເງິນ ຍັງໄດ້ຕີລາຄາສູງຕໍ່ທ່ານ ນາງ ຄາສຸໂກະ ອິຊິກາກິ ຜູ້ອຳນວຍການອົງການສະຫະປະຊາຊາດ ດ້ານເຄຫາສະຖານ ປະຈຳພາກພື້ນອາຊີ-ປາຊີຟິກ ໃນການມາຢ້ຽມຢາມ ສປປ ລາວ ເປັນຕົ້ນແມ່ນການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ດ້ານເຄຫາສະຖານ (UN-Habitat) ທີ່ໄດ້ຈັດຕັ້ງປະຕິບັດແຜນງານໃນສົກປີ 2022-2026 ຜ່ານມາ ລວມທັງແຜນງານທີ່ຈະສ້າງຮ່ວມກັນໃນຕໍ່ໜ້າ, ຂອບການຮ່ວມມືການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາດ (UNSCDF) ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ. ເຊິ່ງສຸມໃສ່ວຽກງານ 3 ຂົງເຂດຄື:



