• ກະຊວງການເງິນ
  • |
  • 2026-03-19
  • |
  • ວຽກຮ່ວມມື

        ໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ປະຈຳ ສປປ ລາວ ໄດ້ລາຍງານ ກ່ຽວກັບ ບັນດາວຽກງານທີ່ ຣັດເຊຍ ໃຫ້ການຊ່ວຍເຫຼືອໃນໄລຍະຜ່ານມາ ທີ່ປະກອບສ່ວນສະໜັບສະໜູນໃຫ້ການຊ່ວຍເຫຼືອເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະ ການຮ່ວມມືໃນ 05 ຂົງເຂດເປັນຕົ້ນແມ່ນການຮ່ວມມືໃນຂົງເຂດການເງິນ-ທະນາຄານ, ການຄ້າ, ພະລັງງານ-ບໍ່ແຮ່, ເສດຖະກິດ ແລະ ທ່ອງທ່ຽວ. ນອກຈາກນັ້ນ, ຝ່າຍຣັດເຊຍ ໄດ້ທົບທວນຄືນກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດການຮ່ວມມື ລະຫວ່າງ ລາວ-ຣັດເຊຍ ພາຍຫຼັງກອງປະຊຸມຄະນະກຳມະທິການຮ່ວມມືທາງດ້ານເສດຖະກິດ, ການຄ້າ​, ວິທະຍາສາດ ແລະ ເຕັກນິກ ລາວ-ຣັດເຊຍ ຄັ້ງທີ 18 ໃຫ້ເປັນຮູບປະທຳ.

        ທ່ານ ເຊຣເກ ເຊດສະກີ ຍັງໄດ້ສະແດງເຈດຈໍານົງໃນການສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ຜ່ານການປະສານງານທີ່ດິ ຂອງ ກະຊວງການເງິນ ກັບ ບັນດາຂະແໜງການກ່ຽວຂ້ອງ ໃນວຽກງານບູລິມະສິດ ເປັນຕົ້ນແມ່ນ ການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງລັດຖະບານ ຣັດເຊຍ ໃນຮູບແບບສອງຝ່າຍ. ພ້ອມນັ້ນ, ທ່ານ ຍັງໄດ້ແລກປ່ຽນກ່ຽວກັບການເພີ່ມທະວີແກ້ໄຂບັນຫາເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບ ຈາກ ລາຄາພະລັງງານທີ່ສູງຂຶ້ນ ເນື່ອງຈາກສະພາບຄວາມບໍ່ສະຫງົບຢູ່ຕາເວັນອອກກາງ.

        ໃນໂອກາດດຽວກັນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ນັບແຕ່ ວັນທີ 7 ຕຸລາ 1960 ເປັນຕົ້ນມາ, ໂດຍສະເພາະ ການສະໜັບສະໜູນຂອງ ຣັດເຊຍ ຕໍ່ ສປປ ລາວ ທີເຫັນວ່າ ນັບມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນຂົງເຂດການ​ຮ່ວມ​ມືດ້ານການເງິນ-ການທະນາຄານ, ດ້ານຄວາມໝັ້ນຄົງ, ສ້າງບຸກຄະລາກອນ, ເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ-ການ​ຄ້າ, ການລົງທຶນ, ອຸດສາຫະກຳ, ພະລັງງານ-ບໍ່ແຮ່, ຂົນສົ່ງ, ICT, ວິທະຍາສາດ ແລະ ການສຶກສາ, ວັດຖະນະທຳ ແລະ ສື່ມວນຊົນ, ການທ່ອງທ່ຽວ, ການປ່ຽນແປງດິນຟ້າອາກາດ, ສາທາລະນະສຸກ, ກະສິກຳ ແລະ ການຮ່ວມມືດ້ານອື່ນໆ ໃຫ້ແຕກດອກອອກຜົນ. 

        ໃນຕອນທ້າຍ, ທ່ານ ລັດຖະມົນຕີກະຊວງການເງິນ ກໍສະແດງຄວາມຍິນດີ ແລະ ຊົມເຊີຍການມາຮັບໜ້າທີ່ຕຳແໜ່ງໃໝ່ຂອງ​ ທ່ານ ເຊຣເກ ເຊດສະກີ (Sergey Zhestkii) ເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ແລະ ພ້ອມຈະສືບຕໍ່ໃຫ້ການຮ່ວມມືປະສານສົມທົບ ຕາມແຜນວຽກຕ່າງໆໃນຕໍ່ໜ້າໃຫ້ມີຄວາມສຳເລັດ ແລະ ໃຫ້ໄດ້ຮັບໝາກຜົນສູງສຸດ ໃຫ້ແກ່ສອງລັດຖະບານ ສປປ ລາວ ແລະ ຣັດເຊຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ