ໃນວັນທີ 19 ມີນາ 2026, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການເຂົ້າພົບປະ ຂອງ ທ່ານ ຄາຣ໌ລອສ ຟິລິບເປ ຈາຣາມີໂລ (Mr. Carlos Felipe Jaramillo) ຮອງປະທານທະ ນາຄານໂລກ (WB) ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ພ້ອມດ້ວຍຄະນະ.
ຈຸດປະສົງການເຂົ້າພົບປະແມ່ນເພື່ອແນະນໍາຕົວ ພາຍຫຼັງເຂົ້າຮັບຕໍາແໜ່ງ ຮອງປະທານທະນາຄານໂລກ (WB) ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ນັບແຕ່ວັນທີ 15 ກັນຍາ 2025 ເປັນຕົ້ນມາ, ລາຍງານກ່ຽວກັບສະພາບເສດຖະກິດ-ສັງຄົມຂອງ ສປປ ລາວ; ການແກ້ໄຂຄວາມຫຍຸ້ງຍາກດ້ານໜີ້ສິນສາທາລະນະ ຢູ່ ສປປ ລາວ; ແຜນ ການຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານໂລກ (2023-2026).
ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນວ່າ: ໃນປີ 1961, ສປປ ລາວ ໄດ້ເຂົ້າເປັນສະມາຊິກ ທະນາຄານໂລກ ແລະ ຂອບໃຈ ສະພາບໍລິຫານ WB ທີ່ໃຫ້ ການຊ່ວຍເຫຼືອ ໃນຮູບແບບເງິນກູ້ ແລະ ເງິນຊ່ວຍເຫຼືອລ້າແກ່ ສປປ ລາວ ເປັນປະຈໍາທຸກປີ. ມາຮອດປັດຈຸບັນ, ການເຮັດວຽກຮ່ວມກັນ ລະຫວ່າງ ສປປ ລາວ ແລະ WB ແມ່ນອີງໃສ່ຂອບຍຸດທະສາດການຮ່ວມມື ໄລຍະປີ 2023-2026, ເຊິ່ງສອດຄ່ອງກັບບູລິມະສິດການພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ເປົ້າໝາຍຄູ່ຂະໜານຂອງ WB ໃນການຫຼຸດຜ່ອນຄວາມທຸກຍາກ ແລະ ເສີມຂະຫຍາຍຄວາມສົມບູນພູນສຸກ. ການຮ່ວມມືລະຫວ່າງ ສປປ ລາວ ແລະ WB ແມ່ນອີງໃສ່ເປົ້າໝາຍ ຄວາມສະຖຽນລະພາບຂອງເສດຖະກິດມະຫາພາກ, ການຄຸ້ມຄອງໜີ້ສິນ ແລະ ການພັດທະນາແບບຍືນຍົງ ເປັນຫຼັກ.
ສະເພາະ, ສປປ ລາວ ໃນປີ 2025 ຖືວ່າເປັນປີ ທີ່ມີທ່າແຮງດີພໍສົມຄວນ ການຂະຫຍາຍຕົວດ້ານເສດຖະກິດແມ່ນຢູ່ໃນຈັງຫວະທີ່ດີ ແລະ ມີສະຖຽນລະພາບ ແຕ່ເຖິງຢ່າງໃດກໍຕາມ ຍັງມີຄວາມສ່ຽງ ເນືິ່ອງຈາກວ່າ ສະພາບການຂອງໂລກຍັງມີທ່າອ່ຽງສືບຕໍໍ່ຜັນຜວນ ເປັນຕົ້ນແມ່ນ ຄວາມຂັດແຍ້ງທາງດ້ານການເມືອງ-ການທະຫານ; ນະໂຍບາຍຂອງບັນດາປະເທດມະຫາອໍານາດ, ບັນຫາໄພທໍາມະຊາດ, ພະຍາດລະບາດ ແລະ ອືິ່ນໆ. ບັນຫາດັ່ງກ່າວອາດຈະສົົ່ງຜົນກະທົບຕໍ່ໍ ເສດຖະກິດ ຂອງ ສປປ ລາວ ໂດຍສະເພາະ ແມ່ນກະທົບຕໍໍ່ການຜະລິດສິນຄ້າ ແລະ ການບໍລິການ, ເຊິ່ງຄາດວ່າເສດຖະກິດຈະຂະຫຍາຍຕົວຢູ່ໃນລະດັບ ຈະຢູ່ໃນລະດັບ 4,8% (ຕາມການລາຍງານໃນກອງປະຊຸມສະພາແຫ່ງຊາດເດືອນ ພະຈິກ 2025).
ສ່ວນການຕີລາຄາຂອງອົງການຈັດຕັ້ງສາກົນ ເຊັ່ນ: World Bank, ADB, IMF ກໍໄດ້ຄາດຄະເນເສດຖະກິດຂອງ ສປປ ລາວ ໃນປີ 2025 ຂະຫຍາຍຕົວໃນລະດັບດຽວກັນ ຄື 4,5%, ສໍາລັບ ASEAN+3 Macroeconomic Research Office (AMRO) ໄດ້ຄາດຄະເນເສດຖະກິດຂອງ ສປປ ລາວ ໃນປີ 2025 ຂະຫຍາຍ ຕົວໃນລະດັບ 4.4%. ສໍາລັບປີ 2026, ລັດຖະບານ ສປປ ລາວ ໄດ້ຕັ້ງເປົ້າໝາຍການຂະຫຍາຍຕົວຂອງເສດຖະກິດຢ່າງໜ້ອຍໃຫ້ໄດ້ 6%.
ໃນສະພາບເສດຖະກິດ-ການເງິນ ໂດຍລວມຂອງ ສປປລາວ ກໍຍັງມີຄວາມຫຍຸ້ງຍາກ ໂດຍສະເພາະບັນຫາ ອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ, ຄ່າຂອງເງິນກີບຍັງຄົງອ່ອນຄ່າ (ກໍາລັງຊື້ ຂອງເງິນກີບທຽບໃສ່ເງິນຕາຕ່າງປະເທດ ແລະ ທຽບໃສ່ລາຄາສິນຄ້າ ແລະ ບໍລີການ) ເຮັດໃຫ້ລາຄາສິນຄ້າມີການປັບຕົວຂຶ້ນ ແລະ ເຮັດໃຫ້ຄ່າຄອງຊີບໂດຍ ລວມສູງຂຶ້ນ.
ແຕ່ດ້ວຍຄວາມພະຍາຍາມຂອງທຸກພາກສ່ວນ ໃນການຈັດຕັ້ງປະຕິບັດແຜນງານ, ໂຄງການ ແລະ ມາດຕະການຕ່າງໆທີ່ກໍານົດໃນແຜນການ 5 ປີ ຄັ້ງທີ IX, ພວກເຮົາສາມາດບັນລຸໝາກຜົນສໍາຄັນ ແລະ ພົ້ນເດັ່ນຕົ້ນຕໍຄື: ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4,24% ເຊິ່ງບັນລຸຄາດໝາຍທີ່ວາງໄວ້ 4% ຂຶ້ນໄປ.