• ກະຊວງການເງິນ
  • |
  • 2026-03-19
  • |
  • ວຽກວິຊາສະເພາະ

ໃນວັນທີ 19 ມີນາ 2026 ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກະຊວງການເງິນ ໄດ້ຈັດກອງປະຊຸມ ເຜີຍແຜ່ຜົນສໍາເລັດ ກອງປະຊຸມ ຄັ້ງທີ 48 ຂອງ ຄະນະກຳມະການຮ່ວມມື ທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ ປະຈໍາປີ 2026 ໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ມີ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍ ບັນດາຮອງລັດຖະມົນຕີ, ທຽບເທົ່າຮອງລັດຖະມົນຕີ, ຮອງປະທານຄະນະກຳມະການປົກຄອງແຂວງ, ນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຸກແຂວງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

        ໂອກາດນີ້ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໄດ້ຂື້ນເຜີຍແຜ່ເນື້ອໃນຜົນກອງປະຊຸມ ຄັ້ງທີ 48 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈຳປີ 2026 ໂດຍແນໃສ່ສ້າງ ຄວາມເຂົ້າໃຈ, ເປັນເອກະພາບ ແລະ ຮັບປະກັນ ເຮັດໃຫ້ເນື້ອໃນສັນຍາ ແລະ ຂໍ້ຕົກລົງວ່າດ້ວຍການ ຮ່ວມມື ລະຫວ່າງສອງລັດຖະບານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ມີປະສິດທິຜົນ ແລະ ສ້າງໃຫ້ເກີດມີຜົນປະໂຫຍດສູງສຸດໃຫ້ແກ່ພວກເຮົາ.

        ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກໍ່ໄດ້ມີຄໍາເຫັນໂອ້ລົມ, ແນະນໍາ ແລະ ໃຫ້ທິດຊີ້ນໍາ ໃນການພົວພັນຮ່ວມມືກັບເພື່ອນຫວຽດນາມ ເຊິ່ງເປັນເພື່ອນມິດຍຸດທະ ສາດ ທີ່ມີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍຸດທະສາດ ກັບ ສປປ ລາວ ພວກເຮົາ.

© 2025 Copyright: ກະຊວງການເງິນ, ສປປ ລາວ