• ກະຊວງການເງິນ
  • |
  • 2026-03-19
  • |
  • ວຽກວິຊາສະເພາະ

        ໃນວັນທີ 18 ມີນາ 2026, ໄດ້ຈັດກອງປະຊຸມສະຫຼຸບວຽກງານ ຫ້ອງການ ຄະນະກຳມະການຮ່ວມມື ລາວ-ຈີນ ປະຈຳປີ 2025 ແລະ ທິດທາງແຜນການປີ 2026, ໂດຍການເປັນປະທານ ຂອງທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈຳການ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ,​ ມີຄະນະຫ້ອງການ,​ ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

        ກອງປະຊຸມໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດ ວຽກງານຝຶກອົບຮົມໄລ ຍະສັ້ນ, ຕີລາຄາວຽກງານຝຶກອົບຮົມ ເຊິ່ງໄດ້ຈັດຕັ້ງ ຊຸດຝຶກອົບຮົມ ແລະ ສໍາມະນາ ທັງໝົດ 198 ຫົວຂໍ້, ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 2,227 ຕໍ່ ເທື່ອ/ຄົນ, ກວມເອົາຫຼາຍຂະແໜງສໍາຄັນເຊັ່ນ ເສດຖະກິດ, ການຄ້າ, ໂລຈິສຕິກ ແລະ ພະລັງງານ. ໃນກອງປະຊຸມໄດ້ ປຶກສາຫາລື ວຽກງານການຊ່ວຍເຫຼືອລ້າ ດ້ານການພັດທະນາ ຊັບພະຍາກອນມະນຸດ.ພ້ອມທັງ ໄດ້ສະຫຼຸບ, ປະເມີນຜົນການ ດໍາເນີນງານ ດັ່ງກ່າວ ແລະ ກໍານົດ ທິດທາງ ແຜນການ ສໍາລັບ ປີ 2026–2027.

        ໂອດກາດນີ້, ທ່ານ ນາງ ແສງເດືອນ ໄຊຍະສອນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ ໄດ້ມີຄຳເຫັນວ່າ: ການພັດທະນາ ຊັບພະຍາກອນມະນຸດແມ່ນ ປັດໃຈຫຼັກ ໃນການ ຍົກລະດັບ ການເຕີບໂຕ ທາງເສດຖະກິດ.  ຕໍ່ກັບທິດທາງ ໃນການ ປັບປຸງ ຄຸນນະພາບ ການຝຶກອົບຮົມ ໃຫ້ເນັ້ນໃສ່ ຜົນກະທົບ ທີ່ ວັດແທກໄດ້ ແລະ ການນໍາໃຊ້ ຕົວຈິງ.

        ກອງປະຊຸມ ຍັງໄດ້ ປຶກສາຫາລື ກ່ຽວກັບ ການປັບປຸງ ກົນໄກ ຂອດການປະສານງານ ແລະ ການກໍານົດ ຫົວຂໍ້ຝຶກອົບຮົມ ໃຫ້ສອດຄ່ອງ ກັບ ຍຸດທະສາດ ການພັດທະນາ ຂອງປະເທດ. ເຊິ່ງກອງປະຊຸມ ໄດ້ສໍາເລັດຕາມເປົ້າໝາຍ ແລະ ເປັນ ບາດກ້າວສໍາຄັນ ໃນການ ຍົກລະດັບ ການຮ່ວມມື ລາວ–ຈີນ.      

 

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ