• ກະຊວງການເງິນ
  • |
  • 2026-03-18
  • |
  • ວຽກວິຊາສະເພາະ

       ໃນວັນທີ 18 ມີນາ 2026 ກະຊວງການເງິນ ໄດ້ສືບຕໍ່ຈັດກິດຈະກຳປຸກຈິດສຳນຶກໃຫ້ ນັກຮຽນ-ນັກສຶກສາ ວິທະຍາໄລ ຣັຕະນະ ບໍລິຫານທຸລະກິດ ໃນຫົວຂໍ້: ຄວາມຮູ້ດ້ານພາສີ ແລະ ສ່ວຍສາອາກອນ ເພື່ອເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ວຽກງານການເງິນ ເປັນຕົ້ນແມ່ນ ສິດ ແລະ ພັນທະ ຂອງພົນລະເມືອງລາວຕໍ່ກັບການຈັດຕັ້ງປະຕິບັດພັນທະຕ່າງໆໃຫ້ຖຶກຕ້ອງຕາມລະບຽບ, ຊຶ່ງການຈັດກິດຈະກຳຄັ້ງນີ້, ວິທະຍາກອນ ແລະ ນັກສຶກສາ ໄດ້ຖາມ-ຕອບ ແລະ ແລກປ່ຽນ ກ່ຽວກັບວຽກງານພາສີ - ສ່ວຍສາອາກອນ ເຮັດໃຫ້ນັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈຂຶ້ນຕື່ມກ່ຽວກັບວຽກງານດັ່ງກ່າວ.

       ກະຊວງການເງິນ ຈະສຶບຕໍ່ເຄື່ອນໄຫວຈັດກິດຈະກໍາ ແລະ ເຜີຍແຜ່ ເປັນປົກກະຕິ ເພື່ອໃຫ້ນັກຮຽນ-ນັກສຶກສາ ໄດ້ສອບຖາມຕໍ່ບັນຫາຂໍ້ຂ້ອງໃຈຕ່າງໆຕໍ່ວຽກງານພາສີ ແລະ ສ່ວຍສາອາກອນ ເພື່ອປຸກລະດົມການມີສ່ວນຮ່ວມໃນການມອບພັນທະ ເຂົ້າງົບປະມານແຫ່ງລັດ ກໍຄືປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ.

© 2025 Copyright: ກະຊວງການເງິນ, ສປປ ລາວ