ໃນລະຫວ່າງວັນທີ 16-20 ມີນາ 2026 ໄດ້ມີພິທີເປີດຊຸດຝຶກອົບຮົມ ຫຼັກສຸດຜູ້ບໍລິການແຈ້ງພາສີ ຊຸດທີ 1ໂດຍການເປັນປະທານ ຂອງທ່ານ ພຸດທະນີກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ, ມີຄະນະພະແນກ ຈາກກົມພາສີ, ຕາງໜ້າບໍລິ ສັດ ທີ່ໃຫ້ບໍລິການ ແຈ້ງພາສີ 56 ກວ່າບໍລິສັດ ແລະ ມີຜູ້ເຂົ້າຮ່ວມທັງໝົດ ເກືອບ 100 ທ່ານ.
ໂອກາດນີ້, ທ່ານພຸດທະນີກອນ ເຄນນະວົງ ໄດ້ມີຄຳເຫັນວ່າ: ຊຸດຝຶກອົບຮົມ ຫຼັກສູດ “ຜູ້ບໍລິການແຈ້ງພາສີ” ຊຸດນີ້ ແມ່ນຈັດໃຫ້ແກ່ບໍລິສັດ, ຜູ້ປະກອບການ ເພື່ອເປັນຜູ້ບໍລິການຕາງໜ້າ ໃນການແຈ້ງພາສີ ນໍາເອົາສິນຄ້າ, ເຄື່ອງຂອງແຈ້ງພາສີ ເຂົ້າ-ອອກ ຜ່ານດ່ານພາສີຊາຍແດນ, ການນໍາເຂົ້າ ເພື່ອການສົ່ງອອກ ແລະ ການຜ່ານແດນ ໃນຂອບເຂດທົ່ວປະເທດ ການຝຶກອົບຮົມ ຫົວຂໍ້ດັ່ງກ່າວໃນຄັ້ງນີ້ ແມ່ນຄັ້ງທໍາອິດຂອງສົກປີ 2026 ຈັດຂຶ້ນໂດຍ ກົມພາສີ ກະຊວງການເງິນ. ບັນດາທ່ານ ທີ່ເຂົ້າຮ່ວມຝຶກອົບຮົມ ໃນຄັ້ງນີ້ ແມ່ນຜູ້ທີ່ໄດ້ເຄື່ອນໄຫວນໍາສິນຄ້າ , ເຄື່ອງຂອງເຂົ້າ-ອອກ ເປັນປົກກະຕິ, ຜ່ານການຝຶກອົບຮົມຜູ້ແຈ້ງພາສີມາແລ້ວ ແລະ ຈໍານວນໜຶ່ງສັນຍາຄໍ້າ ປະກັນເປັນຜູ້ບໍລິການແຈ້ງພາສີໝົດອາຍຸ ຈຳເປັນຈະໄດ້ເຂົ້າຜ່ານການຝຶກອົບຮົມຄືນໃໝ່ ແລະ ບາງຈຳນວນແມ່ນ ໄດ້ສະເໜີເຂົ້າຝຶກ ແຕ່ຕົກຄ້າງບໍ່ໄດ້ຝຶກອົບຮົມ ໃນສົກປີຜ່ານມາ 2025.
![]() | ![]() |
ການຝຶກອົບຮົມຫົວຂໍ້ ດັ່ງກ່າວ ແມ່ນມີຄວາມສໍາຄັນຫຼາຍ ເພາະບັນດາລະບຽບການຕ່າງໆ ທີ່ ຕິດພັນກັບການແຈ້ງພາສີ ແລະ ຂະແໜງການກ່ຽວຂ້ອງ ໂດຍສະເພາະແມ່ນ ລະບົບແຈ້ງພາສີ NSWA+ ແລະ ບັນດາໂມດູນຕ່າງໆ ທີ່ກົມພາສີ ໄດ້ພັດທະນາ ເພື່ອມາຮອງຮັບກັບການຫັນເປັນທັນສະໄໝ ຮອງຮັບກັບການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ; ສະນັ້ນ ຈະຕ້ອງໄດ້ມີຄວາມຮັບຮູ້, ເຂົ້າໃຈຢ່າງ ເລິກເຊິ່ງ ຕ້ອງໄດ້ຜ່ານການອົບຮົມໃຫ້ຖືກຕ້ອງ ຕໍ່ເນື່ອງ ແລະ ເປັນລະບົບຄົບຖ້ວນ ຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້ໃນປະຈຸບັນ ທີ່ກຳນົດໄວ້ໃນຄໍາແນະນໍາ ຂອງກະຊວງການເງິນ, ສະບັບເລກທີ 5916/ກງ, ລົງວັນທີ 25 ພະຈິກ 2021.
ຫົວຂໍ້ອົບຮົມໃນຄັ້ງນີ້ ກົມພາສີ ໄດ້ຈັດສັນນັກວິທະຍາກອນ, ຄູຝຶກ ຜູ້ທີ່ມີປະສົບການຄວາມຊຳນານທາງວຽກງານວິຊາສະເພາະຕົວຈິງ ຈາກບັນດາພະແນກ, ດ່ານພາສີສາກົນ ມາຂື້ນຫ້ອງຖ່າຍທອດຄວາມຮູ້, ໃນແຕ່ ລະຫົວຂໍ້ວິຊາຮຽນ ລ້ວນແລ້ວແຕ່ເປັນບົດຮຽນ ທີ່ສໍາຄັນຈໍາເປັນຕິດພັນກັບຕົວຈິງ ກັບການບໍລິການວຽກງານ ຢູ່ດ່ານເຊັ່ນ: ກົດໝາຍວ່າດ້ວຍພາສີ ແລະ ກົດໝາຍວ່າດ້ວຍອາກອນບາງມາດຕາ, ກົດໝາຍ, ລະບຽບ ການການລົງທຶນ; ສາລະບານອັດ ຕາພາສີ ການຈັດລະຫັດສິນຄ້າ ແລະ ຫົວຂໍ້ ການປະຕິບັດສັນຍາເສລີ ໃນກອບຕ່າງໆ ທີ່ ສປປ ລາວ ເປັນພາຄີ.

