ໃນວັນທີ 13 ມີນາ 2026 ກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດພິທີປິດຊຸດຝຶກອົບຮົບ ການໃຊ້ລະບົບ TaxRIS ຊຸດທີ 2 ໂດຍການເປັນປະທານ ຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ມີບັນດາທ່ານຫົວໜ້າພະແນກ, ຄະນະພະແນກ, ຄະນະຮັບຜິດຊອບຈັດຝຶກອົບຮົມ, ວິທະຍາກອນ-ຄູຝຶກ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
![]() | ![]() |
ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງການເງິນ ເລກທີ 0661/ກງ, ລົງວັນທີ 17 ກຸມພາ 2026 ວ່າດ້ວຍການອະນຸມັດຈັດຝຶກອົບຮົມການນໍາໃຊ້ລະບົບ ຄຸ້ມຄອງລາຍຮັບສ່ວຍສາອາກອນ TaxRIS ປະຈຳປີ 2026 ໃຫ້ແກ່ພະນັກງານຂອງກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາເມືອງ ແລະ ນະຄອນ ໃນຂອບເຂດ ທົ່ວປະເທດ, ເຊິ່ງໃນຊຸດນີ້ ແມ່ນຊຸດທີ 02, ມີຈຳນວນທັງໝົດ 40 ທ່ານ ຍິງ 07 ທ່ານ; ຈາກ ກົມສ່ວຍສາອາກອນ, 09 ເມືອງຂອງ ນະຄອນຫຼວງວຽງຈັນ ແລະ 11 ເມືອງຂອງແຂວງ ວຽງຈັນ. ພ້ອມທັງ ຄູຝຶກ ທີ່ມາຈາກສ່ວຍສາອາກອນປະຈໍາ ນະຄອນຫຼວງວຽງຈັນ ແລະ ເມືອງ ວັງວຽງ ແຂວງວຽງຈັນ.
ການຝືກອົບຮົມຄັ້ງນີ້ດຳເນີນເປັນເວລາ 5 ວັນ ກັບການຮຽນຮູ້ທຸກຟັງຊັນ ຂອງ 04 ໂມດູນ ນັກສຳມະນາກອນ ຈະສາມາດຮັບຮູ້ ບົດຮຽນຕົວຈິງ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ສ້າງຄວາມສາມາດເປັນໜື່ງ ຊ່ວຍໃຫ້ກົມສ່ວຍສາອາກອນ ໃນການບໍລິການຜູ້ເສຍອາກອນ ໃຫ້ມີຄວາມເຂົ້າໃຈ ແລະ ສາມາດແຈ້ງມອບພັນທະໃຫ້ຖືກຕ້ອງ, ພ້ອມກັບ ສາມາດຝຶກສອນໃຫ້ ຜູ້ເສຍອາກອນ ແຈ້ງມອບພັນທະດ້ວຍຕົວເອງໃຫ້ໄດ້ຫຼາຍຂື້ນ.
ໂອກາດນີ້ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ໄດ້ມີຄຳເຫັນວ່າ: ຈົ່ງຊຸກຍູ້ສົ່ງເສີມຜູ້ເສຍອາກອນມອບພັນທະຜ່ານລະບົບດ້ວຍຕົນເອງ, ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ໃຫ້ວຽກງານເສຍພັນທະ ອາກອນ ເປັນສິ່ງທີ່ສະດວກງ່າຍດາຍ ແລະ ບໍ່ເປັນພາລະ, ເຮັດໃຫ້ຜູ້ເສຍອາກອນ ມີຄວາມພູມໃຈ ເມື່ອໄດ້ຈ່າຍອາກອນ.
![]() | ![]() |
![]() | ![]() |





