ໃນວັນທີ 13 ມີນາ 2026 ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ຮ່ວມກັບ ຂະແໜງຄຸ້ມຄອງການ ບັນຊີ ທີ່ຂື້ນກັບ ພະແນກການເງິນນະຄອນຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມ “ການນຳໃຊ້ລະບົບການສົ່ງເອກະສານ ແລະ ການອອກໃບຕິດຕາມບັນຊີປະຈຳປີ ຜ່ານລະບົບເອເລັກໂຕຣນິກ” ໃຫ້ແກ່ຫົວໜ່ວຍຖືບັນຊີວິສາຫະກິດ ທີ່ຂື້ນກັບການຄຸ້ມຄອງຂອງນະຄອນຫຼວງວຽງຈັນ ແລະ ຫົວໜ່ວຍ 09 ຕົວເມືອງ ໂດຍການເປັນປະທານຂອງທ່ານ ສອນໄຊ ສີລາເພັດ ປະທານ ສວ-ບກລ ມີຜູ້ເຂົ້້າຮ່ວມຝຶກອົບຮົມທັງໝົດ 166 ທ່ານ ເຂົ້າຮ່ວມຝຶກອົບຮົມແບບເຊິ່ງໜ້າ 36 ທ່ານ ແລະ ເຂົ້າຮ່ວມທາງອອນລາຍ 130 ທ່ານ.
![]() | ![]() |
ໃນຊຸດຝຶກອົບຮົມ ຫົວຂໍ້ ດັ່ງກ່າວ ແມ່ນໄດ້ຮັບຟັງການບັນຍາຍ ຈາກນັກວິທະຍາກອນ ຜູ້ທີ່ມີຄວາມຮູ້ ແລະ ປະສົມການຕົວຈິງແທ້ ເປັນຕົ້ນແມ່ນ: ທ່ານ ນາງ ຄຳແຫວນ ຈິນດາວົງ ຄະນະບໍລິຫານງານ ສວ-ບກລ ແລະ ພະນັກງານ ຈາກພະແນກການເງິນ ນະຄອນຫຼວງວຽງຈັນ, ທ່ານ ບຸນທັນ ທອງປະເສີດ ຮອງຫົວຫນ້າຂະແໜງ ຄຸ້ມຄອງການບັນຊີ ແລະ ທ່ານ ສີສະຫຼຽວ ສີສະເຫວີຍ ວິຊາການຂະແໜງ ຄຸ້ມຄອງການບັນຊີ.
ຈຸດປະສົງຂອງການຈັດຝຶກອົບຮົມ ກໍ່ເພື່ອຍົກລະດັບຄວາມຮູ້ທາງດ້ານ ຂັ້ນຕອນການລາຍງານ ຂອງການນໍາໃຊ້ລະບົບການສົ່ງເອກະສານ ແລະ ການອອກໃບຕິດຕາມບັນຊີປະຈຳປີ ຜ່ານທາງເວັບໄຊ ແລະ ເພື່ອເປັນການສ້າງຂີດຄວາມສາມາດແບບຕໍ່ເນື່ອງ ໃຫ້ກັບນັກບັນຊີ ທີ່ຕິດພັນກັບຫົວໜ່ວຍທຸລະກິດຕ່າງໆ ທີ່ມີໜ້າທີ່ ແລະ ມີພາລະບົດບາດໃນການນໍາໃຊ້ລະບົບດັ່ງກ່າວ ແກ່ວິສາຫະກິດ. 
ເນື້ອໃນການຝຶກອົບຮົມ ແມ່ນລົງເລິກທັງໃນພາກທິດສະດີ ແລະ ການປະຕິບັດຕົວຈິງ ດ້ວຍການນໍາພາເຂົ້ານໍາໃຊ້ລະບົບ ໂດຍເນື້ອໃນ ລົງເລິກກ່ຽວກັບ:
- ແນະນຳຂັ້ນຕອນການສົ່ງເອກະສານລາຍງານການເງິນປະຈຳປີ.
- ການນຳໃຊ້ລະບົບການສົ່ງເອກະສານ ແລະ ການອອກໃບຕິດຕາມບັນຊີປະຈຳປີ ຜ່ານທາງເວັບໄຊ “accservice.la”
- ການເຮັດບົດບັນທຶກ ໃນການກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີ ວິສາຫະກິດ.
ໃນຕອນທ້າຍຂອງການຝຶກອົບຮົບ ທ່ານ ນາງ ຄຳແຫວນ ຈິນດາວົງ ຄະນະບໍລິຫານງານ ສວ-ບກລ ໄດ້ມອບໃບຢັ້ງຍືນ ໃຫ້ກັບນັກສຳມະນາກອນທີ່ໄດ້ສຳເລັດການຝຶກອົບຮົມໃນຄັັ້ງນີ້. 

