• ກົມນະໂຍບາຍການເງິນ
  • |
  • 2026-03-13
  • |
  • ວຽກຮ່ວມມື

      ໃນວັນທີ 13 ມີນາ 2026, ກົມນະໂຍບາຍເສດຖະກິດ ແລະ ການເງິນ ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບວຽກງານທົດສອບປະສິດທິພາບການນໍາໃຊ້ງົບປະມານເຂົ້າໃນການຄຸ້ມຄອງໄພພິບັດ ຂອງ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສີສະຫວັນ ດີດາລາວົງ ຮອງຫົວໜ້າກົມເສດຖະກິດ ແລະ ການເງິນ; ທ່ານ ເດວິດ ແບລກແມນ (David Blackman) ຜູ້ປະສານງານສະຫະປະຊາຊາດປະຈຳປະເທດ ແລະ ທ່ານ ອາວເປີ ອາຣາສ (Alper Aras) ທີ່ປຶກສາ ແລະ ຊ່ຽວຊານຂອງໂຄງການ ສຳນັກງານສະຫະປະຊາຊາດດ້ານການຫຼຸດຜ່ອນຄວາມສ່ຽງໄພພິບັດ UNDRR, ມີຕາງໜ້າຈາກຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ ພ້ອມດ້ວຍຄູ່ຮ່ວມດ້ານວິຊາການ, ໜ່ວຍງານລັດທີ່ກ່ຽວຂ້ອງ ແລະ ຜູ້ຊ່ຽວຊານ ຈາກຫ້ອງການຫຼຸດຜ່ອນຄວາມສ່ຽງໄພພິບັດຂອງອົງການສະຫະປະຊາຊາດ (UNDRR) ເຂົ້າຮ່ວມ.

       ໃນກອງປະຊຸມ, ທ່ານ ນາງ ສີສະຫວັນ ດີດາລາວົງ ໃຫ້ຮູ້ວ່າ: ໄພນ້ຳຖ້ວມ ແມ່ນໜຶ່ງໃນຄວາມສ່ຽງທີ່ຮຸນແຮງທີ່ສຸດ ທີ່ ສປປ ລາວ ປະສົບພົບພໍ້ ໃນປັດຈຸບັນ ແລະ ເປັນສິ່ງທ້າທາຍ ຕໍ່ສະຖຽນລະພາບຂອງເສດຖະກິດ ແລະ ການເງິນພາກລັດ ຂອງ ສປປ ລາວ. ໃນໄລຍະຜ່ານມາ, ໄພພິບັດ ບໍ່ພຽງແຕ່ສ້າງຄວາມເສຍຫາຍໃຫ້ແກ່ໂຄງລ່າງພື້ນຖານເທົ່ານັ້ນ, ແຕ່ຍັງໄດ້ສ້າງຜົນກະທົບໃຫ້ແກ່ວິຖີຊີວິດຂອງປະຊາຊົນ ແລະ ສ້າງຄວາມກົດດັນໃຫ້ແກ່ການເງິນພາກລັດ. ໄພພິບັດ ເຮັດໃຫ້ລາຍຮັບຂອງລັດຖະບານຫຼຸດລົງ ເນື່ອງຈາກຖານລາຍຮັບທີ່ເຊື່ອມໂຍງກັບກິດຈະກໍາທາງເສດຖະກິດຊະລໍຕົວ. ໃນຂະນະດຽວກັນ, ຄ່າໃຊ້ຈ່າຍພາກລັດ ກໍເພີ່ມຂຶ້ນຢ່າງໄວວາ ຈາກການສະໜອງເງິນທຶນໃຫ້ແກ່ການຕອບສະໜອງສຸກເສີນຕໍ່ໄພພິບັດ ແລະ ການເພີ່ມຂຶ້ນຂອງຄ່າໃຊ້ຈ່າຍໃນການກໍ່ສ້າງຄືນໂຄງລ່າງພືິ້ນຖານ, ຜົນກະທົບກໍຄື ການຂາດດຸນງົບປະມານທີ່ຫຼາຍຂຶ້ນ ແລະ ຄວາມກົດດັນໃນການກູ້ຢືມເງິນເພີ່ມຕື່ມ.

       ຈຸດປະສົງຂອງໂຄງການນີ້ ເພື່ອເພີ່ມທະວີຄວາມເຂົ້າໃຈຊ່ອງທາງທີ່ໄພພິບັດສ້າງຜົນກະທົບໃຫ້ແກ່ງົບປະມານແຫ່ງຊາດ ແລະ ລະດັບໜີ້ສິນສາທາລະນະ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ ໃນການຄຸ້ມຄອງຄວາມສ່ຽງດ້ານງົບປະມານ. ເຊິ່ງການວິເຄາະ ທີ່ພັດທະນາພາຍໃຕ້ໂຄງການນີ້ ແມ່ນເຄື່ອງມືທີ່ຊົງພະລັງ ໃນການວິເຄາະປະເມີນຊ່ອງທາງສົ່ງຜ່ານຜົນກະທົບຂອງໄພພິບັດ ທີ່ມີຕໍ່ເສດຖະກິດມະຫາພາກ ແລະ ການເງິນແຫ່ງລັດ. ໂຄງການໄດ້ປະສົມປະສານລະຫວ່າງ ການສ້າງແບບຈໍາລອງເສດຖະກິດມະຫາພາກ ກັບການຈໍາລອງສະຖານະການໄພພິບັດ ເພື່ອໃຫ້ພວກເຮົາເຂົ້າໃຈວ່າ ໄພພິບັດ ໂດຍສະເພາະນ້ຳຖ້ວມ ສ້າງຜົນກະທົບຕໍ່ GDP, ລາຍຮັບລັດຖະບານ, ລາຍຈ່າຍລັດຖະບານ, ດຸນງົບປະມານ ແລະ ລະດັບໜີ້ສິນສາທາລະນະ ແນວໃດ.

       ຄວາມສ່ຽງໄພພິບັດ ບໍ່ແມ່ນຄວາມທ້າທາຍດ້ານມະນຸດຊະທໍາ ຫຼື ຄວາມສ່ຽງດ້ານໂຄງລ່າງພື້ນຖານເທົ່ານັ້ນ, ແຕ່ມັນຍັງເປັນຄວາມສ່ຽງດ້ານງົບປະມານ. ດັ່ງນັ້ນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ການເງິນພາກລັດ ເພື່ອສ້າງຄວາມທົນທານຕໍ່ໄພພິບັດ ຈຶ່ງຈໍາເປັນຕ້ອງອາໄສການປະສານສົມທົບດ້ານນະໂຍບາຍຂອງຫຼາຍຂະແໜງການ ເຊັ່ນ: ການລົງທຶນກໍ່ສ້າງໂຄງລ່າງພື້ນຖານທີ່ມີຄວາມທົນທານ, ການປັບປຸງກົນໄກການສະໜອງທຶນຄຸ້ມຄອງໄພພິບັດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຄຸ້ມຄອງການເງິນແຫ່ງລັດ ເພື່ອໃຫ້ສາມາດຕອບສະໜອງຕໍ່ຜົນກະທົບຂະໜາດໃຫຍ່ຈາກໄພພິບັດ. ສະນັ້ນ, ການປະກອບຄໍາເຫັນ ແລະ ແລກປ່ຽນໃນກອງປະຊຸມຄັ້ງນີ້ ຈະເປັນຂໍ້ມູນທີ່ສໍາຄັນ ທີ່ຈະຊ່ວຍໃນການນໍາໃຊ້ໝາກຜົນຂອງໂຄງການນີ້ ໃຫ້ແທດເໝາະກັບຄວາມເປັນຈິງ, ພ້ອມທັງຮັບປະກັນຄວາມສອດຄ່ອງກັບບູລິມະສິດດ້ານການເງິນພາກລັດ ແລະ ຍຸດທະສາດການພັດທະນາຂອງ ສປປ ລາວ.

       ສໍາລັບຜົນໄດ້ຮັບທີ່ນໍາສະເໜີໃນບົດລາຍງານໂຄງການ ໄດ້ເນັ້ນໃຫ້ເຫັນໝາກຜົນທີ່ສໍາຄັນ ຄື: 

1. ໄດ້ຊີ້ໃຫ້ເຫັນວ່າ ໄພນ້ຳຖ້ວມ ສາມາດສ້າງຄວາມເສຍຫາຍມະຫາສານ ໃຫ້ແກ່ເສດຖະກິດມະຫາພາກ, ເຮັດໃຫ້ GDP ຫຼຸດລົງຫຼາຍ ໃນປີທີ່ເກີດໄພພິບັດ. 

2. ສະແດງໃຫ້ເຫັນວ່າ ໄພພິບັດ ສາມາດສ້າງຄວາມກົດດັນໃຫ້ການເງິນພາກລັດ ທັນທີ ດ້ວຍການເຮັດໃຫ້ລາຍຮັບລັດຖະບານຫຼຸດລົງ ແລະ ລາຍຈ່າຍລັດຖະບານເພີ່ມຂຶ້ນ. ໃນບາງກໍລະນີ, ການຂາດດຸນງົບປະມານ ອາດເພີ່ມຂຶ້ນຢ່າງຫຼວງຫຼາຍ ພາຍຫຼັງເກີດໄພພິບັດທາງທໍາມະຊາດຂະໜາດໃຫຍ່. 

3. ການວິເຄາະ ໄດ້ສະແດງໃຫ້ເຫັນວ່າ ການລົງທຶນເພື່ອປ້ອງກັນໄພພິບັດ ມີບົດບາດສໍາຄັນ ໃນການຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດ. ການເພີ່ມການລົງທຶນໃນໂຄງລ່າງພື້ນຖານ ເພື່ອສ້າງຄວາມທົນທານ ສາມາດຫຼຸດຜ່ອນຄວາມເສຍຫາຍຂອງເສດຖະກິດ ແລະ ການຂາດດຸນງົບປະມານ ທີ່ເກີດຈາກໄພພິບັດ ໄດ້ຢ່າງຫຼວງຫຼາຍ ໂດຍສະເພາະຜົນກະທົບຈາກໄພນ້ຳຖ້ວມທີ່ຮຸນແຮງ. 

4. ໄດ້ສະແດງໃຫ້ເຫັນວ່າ ເຄື່ອງມືການສະໜອງເງິນທຶນໃຫ້ແກ່ການຄຸ້ມຄອງຄວາມສ່ຽງໄພພິບັດ ເຊັ່ນ ການນໍາໃຊ້ປະກັນໄພ ສາມາດສະໜອງສະພາບຄ່ອງໃຫ້ແກ່ລັດຖະບານ ພາຍຫຼັງເກີດໄພພິບັດ, ຊ່ວຍໃຫ້ລັດຖະບານ ສາມາດຄຸ້ມຄອງຄວາມຕ້ອງການເງິນທຶນໄລຍະສັ້ນໄດ້.

© 2025 Copyright: ກະຊວງການເງິນ, ສປປ ລາວ