• ກົມສ່ວຍສາອາກອນ
  • |
  • 2026-03-13
  • |
  • ວຽກວິຊາສະເພາະ

      ໃນວັນທີ 12 ມີນາ 2026 ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມ ເຜີຍແຜ່ບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ດ້ານການປະເມີນຄວາມສ່ຽງອາຊະຍາກໍາທີ່ກ່ຽວຂ້ອງກັບອາກອນ ແລະ ການຟອກເງິນ ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມມຄໍາ ຮອງລັດຖະມົນຕີ ກະຊວງການເງິນ, ມີຄະນະກົມ, ຄະນະພະແນກອ້ອມຂ້າງກົມ, ຜູ້ຕາງໜ້າຈາກສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ, ແຂວງຫົວພັນ; ຊຽງຂວາງ; ໄຊສົມບູນ; ວຽງຈັນ ແລະ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະຈາກສໍານັກງານຂໍໍ້ມູນຕ້ານການຟອກເງິນ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

       ໃນກອງປະຊຸມ, ທ່ານ ສຸລິວັດ ສຸວັນນະຈູມຄໍາ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ເຈົົ້າໜ້າທີີ່ສ່ວຍສາອາກອນ ໃນການວາງມາດຕະການສະກັດກັ້ນ ການຕ້ານການຟອກເງິນ ແລະ ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ສິ່ງທ້າທາຍ ທີ່ຍັງຄົງຄ້າງ ພ້ອມນີ້ຈະໄດ້ຮັບຟັງຜົນການປະເມີນຄວາມສ່ຽງດ້ານອາຊະຍາກໍາທີ່ກ່ຽວຂ້ອງກັບ ອາກອນ ແລະ ການຟອກເງິນ, ບາງເຕັກນິກກ່ຽວກັບການຕ້ານ ແລະ ສະກັດກັ້ນການຟອກເງິນ ແລະ ນິຕິກໍາທີ່ກ່ຽວຂ້ອງ ເຊັ່ນ: ຄໍາສັ່ງ ວ່າດ້ວຍການດໍາເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ການໂອນລາຄາ (Transfer Pricing), ການແລກປ່ຽນຂໍ້ມູນກັບຕ່າງປະເທດ, ການນໍາໃຊ້ມາດຕະການທາງອາຍາເຂົ້າໃນການລົງໂທດຜູ້ລະເມີດອາກອນ ກໍຄືບັນຫາອາຊະຍາກໍາທາງດ້ານອາກອນ ໂດຍສະເພາະແມ່ນການຫຼົບຫຼີກພາສີ-ອາກອນ ແລະ ການຟອກເງິນ ແມ່ນໄພທີ່ຮ້າຍແຮງຕໍ່ສະຖຽນລະພາບ ທາງດ້ານການເງິນ ແລະ ເສດຖະກິດຂອງປະເທດເຮົາ. ບໍ່ພຽງແຕ່ເຮັດໃຫ້ລັດຖະບານສູນເສຍລາຍຮັບງົບປະມານແຫ່ງຊາດ ແຕ່ຍັງສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນ ແລະ ລະບົບການເງິນໃນລະດັບສາກົນ. "ການປະເມີນຄວາມສ່ຽງ ລະດັບຊາດ (NRA) ບໍ່ແມ່ນພຽງແຕ່ບົດລາຍງານທາງດ້ານວິຊາການເທົ່ານັ້ນ, ແຕ່ເປັນແນວທາງທີ່ຈະຊ່ວຍໃຫ້ພວກເຮົາກໍານົດນະໂຍບາຍ ແລະ ມາດຕະການສະກັດກັ້ນໄດ້ຢ່າງຖືກຈຸດ."

       ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ກໍາໃຫ້ໄດ້ເນື້ອໃນ ແລະ ເຂົ້າໃຈເຖິງໄພຂົ່ມຂູ່ ແລະ ຄວາມບອບບາງຂອງລະບົບອາກອນໃນແຕ່ລະປະເພດເຊັ່ນ: ອາກອນກໍາໄລ (CIT) ແລະ ອາກອນມູນຄ່າເພີ່ມ (VAT), ອາກອນລາຍໄດ້ຈາກບຸກຄົນ (PIT) ເພື່ອປະກອບຄໍາຄິດເຫັນໃນການຮ່ວມກັນສ້າງແຜນປະຕິບັດງານໃນຕໍ່ໜ້າ ໃຫ້ສາມາດແກ້ໄຂບັນຫາການຫຼົບຫຼີກອາກອນ ແລະ ການຟອກເງິນໄດ້ຢ່າງເປັນຮູບປະທໍາ; ຄຽງຄູ່ກັບການຫັນເປັນທັນສະໄໝ ສຸມໃສ່ການນໍາໃຊ້ລະບົບ  TaxRIS ແລະ E-Tax Invoice ເພື່ອຫຼຸດຜ່ອນຄວາມສ່ຽງໃນການແຈ້ງອາກອນບໍ່ຖືກຕ້ອງ.

       ກອງປະຊຸມຄັ້ງນີ້ ຍັງໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ແລະ ແຜນດໍາເນີນງານໃນການແກ້ໄຂຂໍໍ້ຄົງຄ້າງ ທີ່ຕິດພັນກັບຂະແໜງສ່ວຍສາອາກອນ ໃນໄລຍະຢູ່ບັນຊີຕິດຕາມຂອງສາກົນ. ພ້ອມທັງແລກປ່ຽນຄໍາຄິດເຫັນ ຕໍ່ວຽກງານດັ່ງກ່າວ ເພື່ອຈະໄດ້ນໍາໄປຜັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບໝາກຜົນ ຍິ່ງກວ່າເກົ່າ.

© 2025 Copyright: ກະຊວງການເງິນ, ສປປ ລາວ