• ກະຊວງການເງິນ
  • |
  • 2026-03-13
  • |
  • ວຽກວິຊາສະເພາະ

        ໃນວັນທີ 13 ມີນາ 2026 ໄດ້ມີກອງປະຊຸມ ສະຫຼຸບວຽກງານປະກັນໄພແຫ່ງ ສປປ ລາວ ປະຈຳປີ 2025 ແລະ ທິດທາງແຜນການປີ 2026, ໂດຍການເປັນປະທານ ຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະ ຊວງການເງິນ, ມີຄະນະກົມຄຸ້ມຄອງວິສາຫະກິດການເງິນ,​ ບັນດາຜູ້ບໍລິຫານ, ຜູ້ອຳນວຍການ ບໍລິສັດປະກັນໄພເຂົ້າຮ່ວມ.

        ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ມີຄຳເຫັນ ເຊິ່ງທ່ານ ໄດ້ ກ່າວຍ້ອງຍໍຊົມເຊີຍ ບັນດາບໍລິສັດປະກັນໄພທີ່ຕັ້ງໜ້າ ພັດທະນາ ຜະລິດຕະພັນ ບຸກບືນ ດຳເນີນທຸລະກຳຂອງບໍລິສັດຕົນເອງຢ່າງຕັ້ງໜ້າ ເຊິ່ງສະແດງອອກ ໃນບາງບໍລິສັດມີຜົນງານການຂະຫຍາຍຕົວຢ່າງພົ້ນເດັ່ນ. ແຕ່ຢ່າງໃດກໍດີ, ເພື່ອເຮັດໃຫ້ກອງປະຊຸມມີເນື້ອໃນຄົບຖ້ວນສົມບູນ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ ປະກົດຜົນເປັນຈິງ ແລະ ມີຈຸດສຸມໃນການສືບຕໍ່ຄົ້ນຄວ້າ ໄດ້ເໜັ້ນໃຫ້ມີການແລກປ່ຽນບົດຮຽນກັນຕື່ມດ້ານການ ປະຕິບັດ ກົດໝາຍວ່າດ້ວຍປະກັນໄພ ແລະ ລະບຽບການທີ່ກ່ຽວຂ້ອງ ການລາຍງານຕາມລະບຽບການ ຕາມກຳນົດເວລາໃຫ້ຖືກຕ້ອງສອດຄ່ອງ,  ການຈະແຍກ ເປັນບໍລິສັດປະກັນໄພທົ່ວໄປ ແລະ ປະກັນໄພຊີວິດ; ການປະຕິບັດພັນທະອາກອນ ແລະ ພັນທະອື່ນໆ; ການຈະຈັດຕັ້ງປະຕິບັດມາດຕະຖານສາກົນ ໃນການລາຍງານຂໍ້ມູນທາງດ້ານການເງິນຕາມມາດຕະຖານສາກົນ IFRS ແລະ IFRS 17 ມີຄວາມຄືບໜ້າແນວໃດ; ຂໍ້ສະ ດວກ ແລະ ຫຍຸ້ງຍາກ ການປະຕິບັດ ປະກັນໄພລົດແບບບັງຄັບ ທີ່ໄດ້ເລີ່ມປະກາດມາ ແຕ່ເດືອນ ຕຸລາ 2025;  ປະສິດທິພາບ ແລະ ປະສິດທິຜົນ ຂອງພາລະບົດບາດ ຂອງສະມາຄົມປະກັນໄພ ແຫ່ງ ສປປ ລາວ; ການກະກຽມ ເປັນເຈົ້າພາບຈັດກອງປະຊຸມ ຜູ້ຄຸ້ມຄອງປະກັນໄພ ອາຊຽນ ໃນປີ 2027 ຈະໄດ້ກະກຽມກັນຄືແນວໃດ ເພື່ອຮັບປະກັນດ້ານເນື້ອໃນ ແລະ ສົມກຽດ.

        ການຈັດກອງປະຊຸມຄັ້ງນີ້, ກໍ່ແມ່ນເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແຜນວຽກງານຄຸ້ມຄອງການປະກັນໄພ ໃນປີ 2026 ໃຫ້ໄດ້ຮັບຜົນດີ, ມີປະສິດທິພາບ, ປະສິດທິຜົນ ແລະ ສາມາດແຂງຂັນກັບຕະຫຼາດປະກັນໄພໃນພາກພື້ນ ແລະ ສາກົນ ເທື່ອລະກ້າວ ແຕ່ລະພາກສ່ວນ ໃຫ້ສຸມໃສ່ການຄົ້ນຄວ້າ ແລະ ປະກອບຄໍາເຫັນ ເພື່ອຄວາມເປັນເອກະພາບ ໃນການແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງຕ່າງໆ ໃຫ້ສໍາເລັດຢ່າງຂາດຕົວ ຕາມທິດຊີ້ນໍາໃນການສ້າງ ບາດລ້ຽວໃໝ່ ເພື່ອຈັດຕັ້ງປະຕິບັດແຜນພັດທະນາວຽກງານປະກັນໄພ ໃນໄລຍະ 2026-2030 ບົນພື້ນຖານ ເອົາໃຈໃສ່ຈັດ ຕັ້ງປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງ ແລະ ເພື່ອເຮັດໃຫ້ວຽກງານອຸດສາຫະກຳປະກັນໄພຂອງ ສປປ ລາວ ເປັນເສົາຄໍ້າໜຶ່ງທີ່ສໍາຄັນ ໃນລະບົບເສດຖະກິດຂອງຊາດ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ ໄດ້ເທື່ອລະກ້າວ.

          ກອງປະຊຸມໄດ້ມີການມອບລາງວັນໃຫ້ແກ່ບໍລິສັດດີເດັ່ນໃນການດຳເນີນທຸລະກິດ ປະຕິບັດ ລະ ບຽບການໄດ້ດີ, ພ້ອມທັງມີການມອບຫຼຽນກາທີ່ລະນຶກ 50 ປີ ວັນສະຖາປະນາ ສປປ ລາວ.

© 2025 Copyright: ກະຊວງການເງິນ, ສປປ ລາວ