• ກະຊວງການເງິນ
  • |
  • 2026-03-12
  • |
  • ສາມອົງການຈັດຕັ້ງ

        ໃນວັນທີ 11 ມີນາ 2026 ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງສະຫະພັນກຳມະບານກະຊວງການເງິນ, ໂດຍການເປັນປະທານ ຂອງ ທ່ານ ພູວົງ ກິດຕະວົງ, ກຳມະການປະຈຳພັກກະຊວງ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ, ທ່ານ ທອງຈັນ ພູມີພັນ ຮອງປະທານສູນກາງສະຫະພັນ ກຳມະບານລາວ, ທ່ານ ອຸບັນ ສຸພິດາ ຄະນະປະຈຳພັກກະຊວງ,​ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ,​ ປະທານສະຫະພັນ ກຳມະບານ ກະຊວງການເງິນ, ຕາງໜ້າຈາກໜ່ວຍກຳມະບານອ້ອມຂ້າງກະຊວງ ເຂົ້າຮ່ວມ.

        ກອງປະຊຸມໄດ້ຮັບຟັງຮ່າງບົດສະຫຼຸບຜົນງານ 5 ປີ ( 2021-2025) ແລະ ທິດທາງແຜນການ 5 ປີ( 2026-2030)ເຊິ່ງເນື້ອໃນ ຮ່າງບົດລາຍງານໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ ຢ່າງເປັນຮູບປະທຳຫຼາຍດ້ານ ເຊິ່ງສະແດງອອກໃນຜົນສຳເລັດບັນດາແຜນງານ ບັນດາໜ້າວຽກຈຸດສຸມ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

        ກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງສະຫະພັນກຳມະບານກະຊວງການເງິນ ເປັນສະຫະພັນກຳມະບານ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ, ປະດັບຫຼຽນກາກຳມະບານໃຫ້ຮາກຖານ ແລະ ບຸກຄົນ ທີ່ມີຜົນງານ. ພ້ອມນັ້ນຍັງໄດ້ຜ່ານ ຂໍ້ຕົກລົງສະບັບເລກທີ 184/ຄຈປ.ກງ, ລົງວັນທີ 17 ກໍລະກົດ 2025 ວ່າດ້ວຍການແຕ່ງຕັ້ງ ແລະ ບົ່ງໂຕ ຄະນະບໍລິຫານງານ ສະຫະພັນກຳມະບານກະຊວງການເງິນ ຄະນະປະຈຳພັກຕົກລົງດັ່ງນີ້: 

1. ສະຫາຍ ອຸບັນ ສຸພິດາ ຫົວໜ້າກົມຈັດຕັ້ງ     ເປັນປະທານສະຫະພັນກຳມະບານກະຊວງການເງິນ; 

2. ສະຫາຍ ຟອງສະມຸດ ຄຳວານວົງສາ    ຮອງຫົວໜ້າສູນສະຖິຕິແຫ່ງຊາດ ເປັນຮອງປະທານ; 

3. ສະຫາຍ ຂັນຄຳ ໄຊຍະວົງ ຮັກສາການຫົວໜ້າກົມກວດກາລັດ  ເປັນຮອງປະທານ ແລະ ເປັນປະທານກວດກາ; 

4. ສະຫາຍ ປອ ນິດຖາ ບຸບຜາ      ຮອງຫົວໜ້າກົມຈັດຕັ້ງ ເປັນຄະນະ ແລະ ເປັນຮອງປະທານກວດກາ; 

5.​ ສະຫາຍ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານ; 

6. ສະຫາຍ ກະລຸນາ ນັນທະວົງດວງສິນ ຮອງຫົວໜ້າກົມແຜນການ; 

7. ສະຫາຍ ປອ ສີສຸລາດ ລາດສະສີສິນ ຮອງຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ; 

8.​ ສະຫາຍ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນ ແລະ ຈັດຊື້-ຈັດຈ້າງ;

9. ສະຫາຍ ສີໄວ ວິໄລຫານ ຫົວໜ້າພະແນກ ກົມສ່ວຍສາອາກອນ ເປັນຄະນະ

        ໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ມີຄຳເຫັນວ່າ: ອົງການຈັດ ຕັ້ງມະຫາຊົນ ເປັນອົງປະກອບທີ່ສໍາຄັນຕິດພັນກັບທຸກຂົງເຂດຂອງກະຊວງການເງິນ ທັງເປັນປັດໃຈຍູ້ແຮງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍ, ມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການ ຂອງພັກ ແລະ ລັດ ລວມທັງວຽກງານວິຊາສະເພາະ ໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນ. ຄະນະບໍລິຫານງານຊຸດໃໝ່ ຕ້ອງນຳເອົາມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການເງິນໄປຈັດຕັ້ງຜັນຂະຫຍາຍ ແລະ ນຳເອົາມະຕິກອງປະຊຸມຂອງສະຫະພັນກຳມະບານຄັ້ງນີ້ ໄປ ຜັນຂະຫຍາຍລົງສູ່ລວງເລິກ;  ຕາງໜ້າໃຫ້ຄະນະພັກ ຄະນະນໍາກະຊວງການເງິນ ມີຄໍາເຫັນຕໍ່ບາງວຽກງານຕົ້ນຕໍ ຂອງສະຫະພັນກໍາມະບານກະຊວງການເງິນ ດັ່ງນີ້:

  1. ເພີ່ມທະວີ ການສືກສາອົບຮົມ ການເມືອງ, ແນວຄິດ ໃຫ້ແກ່ພະນັກງານ-ສະມາຊິກກໍາມະບານ ໃຫ້ມີຄວາມຮູ້, ເຊື່ອມ ຊຶມ ແລະ ກຳແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ເປັນແບບຢ່າງ, ຄວາມຮູ້-ຄວາມສາມາດ ຂອງພະນັກງານ-ສະມາຊິກກໍາມະບານ ໃຫ້ດີຂຶ້ນ;
  2. ເຊີດຊູນ້ຳໃຈຮັບຜິດຊອບ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ​ມີສະຕິລະວັງຕົວຕໍ່ກົນອຸບາຍປ່ຽນແປງໂດຍສັນຕິຂອງສັດຕູ ທີ່ຫວັງທຳລາຍມ້າງເພລະບອບການເມືອງຂອງພວກເຮົາຢູ່ສະເໝີ, ຮັກສາຄວາມສາ ມັກຄີເປັນເອກະພາບພາຍໃນ, ສະກັດກັ້ນ ແລະ ແກ້ໄຂ ບັນຫາປະກົດການຫຍໍ້ທໍ້ ພາຍໃນ ສະຫະພັນກໍາມະບານກະຊວງ, ໝູ່ມະຫາຊົນ ໃຫ້ຫຼຸດລົງເທື່ອລະກ້າວ;
  3. ຕີລາຄາ, ປະເມີນຜົນ ພະນັກງານ-ສະມາຊິກກໍາມະບານໃຫ້ເລິກເຊິ່ງ, ໂດຍຕິດພັນກັບການເປີດບັ້ນດຳເນີນຊີວິດ ການເມືອງ, ຕີລາຄາ ຄຸນນະພາບພະນັກງານ-ສະມາຊິກກໍາມະບານ ພ້ອມທັງ ມີມາດຕະການເດັດຂາດ ຕໍ່ພະນັກງານ-ສະມາຊິກກໍາມະບານ ທີ່ ເສຍທາດຂາດຄຸນ, ລະເມີດກົດລະບຽບຂອງພັກ-ລັດ, ຂາດຄວາມໂປ່ງໃສ, ຕ້ອງແກ້ໄຂທັນເວລາ ແລະ ເດັດຂາດຕໍ່ຜູ້ລະເມີດຕໍ່ລະບຽບຂອງ ພັກ ແລະ ກໍາມະບານ ຢ່າງເຂັ້ມງວດ;
  4. ເພີ່ມທະວີການ ນຳພາ, ຊີ້ນຳ ຂອງພັກ, ເສີມຂະຫຍາຍສິດເປັນເຈົ້າຂອງມະຫາຊົນ, ປະຕິບັດຫຼັກການ ລວມສູນປະຊາທິປະໄຕ, ມີຄວາມເປັນເອກະພາບໃນໝູ່ຄະນະ, ມີການມອບໝາຍວຽກງານ ໃຫ້ບຸກຄົນຮັບຜິດຊອບ ຢ່າງ ຈະແຈ້ງ, ຂາດຕົວ;
  5. ນຳພາ, ຊີ້ນຳ ຄະນະບໍລິຫານງານສະຫະພັນກໍາມະບານກະຊວງ, ຄະນະກໍາມະບານຮາກຖານ ໃນແຕ່ລະໄລຍະ ໃຫ້ມີ ແຜນການ, ແຜນງານ ລະອຽດ, ໃນການຈັດຕັ້ງປະຕິບັດວຽກງານ ແຕ່ລະໄລຍະ ມີການຕິດຕາມກວດກາ ສະຫຼຸບຖອດຖອນບົດຮຽນ ແລະ ລາຍງານໃຫ້ຄະນະພັກຂັ້ນເທິງເປັນປົກກະຕິ;
  6. ເອົາໃຈໃສ່ ບຳລຸງຍົກລະດັບ ດ້ານທິດສະດີການເມືອງ ແລະ ວິຊາສະເພາະ ໃຫ້ແກ່ພະນັກງານ ນຳພາ, ຄຸ້ມຄອງ, ພະນັກງານວິຊາການ ສືບທອດປ່ຽນແທນໃນຕໍ່ໜ້າ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່;
  7. ຊຸກຍູ້ ສະມາຊິກກຳມະບານ ໃຫ້ເຂົ້າຮ່ວມເຄື່ອນໄຫວ ປະຕິບັດລະບອບດຳເນີນຮ່ວມຊີວິດການເມືອງໃຫ້ ເປັນປົກກະຕິ ແລະ ຕໍ່ເນື່ອງ.

© 2025 Copyright: ກະຊວງການເງິນ, ສປປ ລາວ