ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອລາຍງານຄວາມຄືບໜ້າ, ຜົນສຳເລັດທີ່ພົ້ນເດັ່ນຂອງການຈັດຕັ້ງປະຕິບັດແຜນງານການຮ່ວມມືໃນປີ 2025 ແລະ ວາງແຜນບູລິມະສິດ ໃນປີ 2026. ໃນການຖອດຖອນບົດຮຽນໃນການປະສານວຽກງານຜ່ານມາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອປັບປຸງການປະສານງານໃຫ້ມີປະສິດທິຜົນສູງຂຶ້ນໃນຕໍ່ໜ້າ. ໃນກອງປະຊຸມ, ທ່ານ ສຸລິວັດ ສຸວັນນະຈຸມຄໍາ ໄດ້ເນັ້ນໜັກຫຼາຍບັນຫາຄື: ແຜນງານການຮ່ວມມື 2022-2026 ນີ້ ແມ່ນສ້າງຂຶ້ນພາຍໃຕ້ຂອບການຮ່ວມມືການພັດທະນາແບບຍືນຍົງ (UNSDCF) ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຈຸດສຸມເປັນຕົ້ນແມ່ນວຽກງານ ການພັດທະນາຕົວເມືອງ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ການບໍລິການພື້ນຖານໂຄງລ່າງ, ເນື່ອງຈາກປີ 2026 ເປັນປີມ້ວນທ້າຍຂອງແຜນງານ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນສຸມໃສ່ການແກ້ໄຂບັນຫາຄົງຄ້າງ ເພື່ອບັນລຸຕາມຄາດໝາຍທີ່ວາງໄວ້. ນອກຈາກນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມ ໄດ້ຮັບຟັງການນຳສະເໜີກ່ຽວກັບ: 1) ພາບລວມ ແລະ ບູລິມະສິດຂອງ ອົງການ ສປຊ ດ້ານເຄຫາສະຖານ (UN-Habitat) ໂດຍອີງຕາມແຜນງານການຮ່ວມມື (HCPD) ແລະ ສອດຄ່ອງກັບກອບການຮ່ວມມື ເພື່ອການພັດທະນາແບບຍືນຍົງຂອງ ອົງການ ສປຊ (UNSDCF); 2) ການນຳ ສະເໜີໂຄງການ ການສ້າງຕັ້ງຖິ່ນຖານທີ່ທົນທານຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ສຳລັບປະຊາກອນຜູ້ທຸກຍາກໃນເຂດຕົວເມືອງ Resilient Settlements for the Urban Poor (RISE UP ຢູ່ທີ່ນະຄອນປາກເຊ; 3)ການກຳນົດແຜນວຽກບູລິມະສິດໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X. ໃນໂອກາດດັ່ງກ່າວ, ທ່ານ ດຣ. ອາວີ ຊາກ້າ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ສາຍພົວພັນຄູ່ຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ອົງການ UN-Habitat ແລະ ລັດຖະບານ ແຫ່ງ ສປປ ລາວ. ທ່ານໄດ້ເນັ້ນຢຳ້ເຖິງຈຸດປະສົງຫຼັກຂອງ ຍຸດທະສາດ ແລະ ບູລິມະສິດທີ່ສຳຄັນໃນຕໍ່ໜ້າ ດັ່ງນີ້: ໃນຕອນທ້າຍ, ທ່ານ ສີສົມພອນ ເພັດດາວເຮືອງ, ຮອງຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ໂດຍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມທີ່ມີບັນຍາກາດຟົດຟື້ນ ແລະ ສ້າງສັນ ແລະ ໄດ້ ສະເໜີໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ປະສານສົມທົບຢ່າງໃກ້ສິດກັບ UN-Habitat ເພື່ອຜັນຂະຫຍາຍແຜນວຽກປີ 2026 ເຂົ້າໃນແຜນການຂອງຕົນ ແລະ ກະຊວງການເງິນ ພ້ອມທີ່ຈະຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຢ່າງເປັນປົກກະຕິ.



