ໃນວັນທີ 10 ມີນາ 2026 ທີ່ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ), ສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະແໜງສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ປີ 2025 ແລະ ກຳນົດທິດທາງແຜນການ ແລະ ມາດຕະການຈຸດສຸມ ປີ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ, ທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ວິໃນ ທິບດາລາ ຫົວໜ້າສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ. ມີພະນັກງານຫຼັກແຫຼ່ງຂະແໜງສ່ວຍສາອາກອນ ປະຈໍາ ນວ, ປະຈໍາເມືອງອ້ອມຂ້າງ ແລະ ແຂກທີ່ໄດ້ຮັບເຊີນເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ວິໃນ ທິບດາລາ ໄດ້ເນັ້ນໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບບົດສະຫຼຸບ ກໍຄືການຈັດຕັ້ງປະຕິບັດວຽກງານຂອງຂະແໜງສ່ວຍສາອາກອນ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້, ກອງປະຊຸມ ໄດ້ຜ່ານສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂອງສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ. ເຊິ່ງປີ 2025 ທົ່ວນະຄອນຫຼວງວຽງຈັນໄດ້ຮັບແຜນການປີ ທັງໝົດ 3,601.55 ຕຶ້ກີບ, ໃນນັ້ນ ຂັ້ນນະຄອນຫຼວງ 2,868.52 ຕື້ກີບ ແລະ ຂັ້ນເມືອງ 733.03 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດ ໃນປີ 2025 ສາມາດປະຕິບັດໄດ້ທັງໝົດ 4,574.58 ຕື້ກີບ, ເທົ່າກັບ 127.02% ຂອງແຜນການປີ, ທຽບໃສ່ຕົວເລກປະຕິບັດໄດ້ໃນໄລຍະດຽວຂອງ ສົກປີຜ່ານມາ ເທົ່າກັບ 125.92% ເປັນເງິນເພີ່ມ 941.74 ຕື້ກີບ ແລະ ເປັນເງິນລື່ນແຜນການປີ 2025 ທັງໝົດ 973,03 ຕື້ກີບ; ໃນນັ້ນ ຂັ້ນນະຄອນຫຼວງ: ຈັດເກັບໄດ້ 3,681.47 ຕື້ກີບ, ເທົ່າກັບ 128.34% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງສົກປີ 2024 ເທົ່າກັບ 126.83% ເປັນເງິນເພີ່ມ 778.76 ຕື້ກີບ; ຂັ້ນເມືອງ: ຈັດເກັບໄດ້ທັງໝົດ 893.11 ຕື້ກີບ, ເທົ່າກັບ 121.84% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງສົກປີ 2024 ເທົ່າກັບ 122.32% ເປັນເງິນເພີ່ມ 162.98 ຕື້ກີບ.
ໂອກາດນີ້, ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມເປັນເອກະພາບ ຕໍ່ການສະຫຼຸບຕີລາຄາ ທີ່ໄດ້ສ່ອງແສງເຖິງດ້ານດີ ແລະ ຂໍ້ຄົງຄ້າງ ທີ່ໄດ້ຈັດຕັ້ງປະຕິບັດໄລຍະຜ່ານມາ ແລະ ມາດຕະການຕ່າງໆ ທີ່ຈະຈັດຕັ້ງປະຕິບັດໃນປີ 2026 ໄປຕາມນະໂຍບາຍ ມາດຕະການແກ້ໄຂບັນຫາທາງດ້ານເສດຖະກິດ-ການເງິນ ຕິດພັນກັບວາລະແຫ່ງຊາດ, ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ ພ້ອມທັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກົມການເມືອງສູນກາງພັກສະບັບເລກທີ 04/ກມສພ ແລະ ມະຕິຂອງລັດຖະບານສະບັບເລກທີ 05/ລບ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ດ້ວຍການເພີ່ມທະວີການຄຸ້ມຄອງຈັດເກັບລາຍຮັບໃຫ້ຄົບຖ້ວນ, ໂປ່ງໃສ, ຕ້ານທຸກຊ່ອງວ່າງຂອງການຮົ່ວໄຫຼລາຍຮັບ ແລະ ຮັບປະກັນການປະຕິບັດລາຍຈ່າຍງົບປະມານແຫ່ງລັດ ໃຫ້ປະກົດຜົນເປັນຈິງຢ່າງ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ເຖິງວ່າສະພາບການໃນປີຜ່ານມາ ຈະມີຄວາມຫຍຸ້ງຍາກຫຼາຍປະການ ໄດ້ຮັບຜົນກະທົບຈາກການຜັນແປຂອງສາກົນ ແລະ ພາກພື້ນ ເຮັດໃຫ້ສະພາບເສດຖະກິດພາຍໃນປະເທດມີການຖົດຖອຍ ອັດຕາແລກປ່ຽນ ແລະ ໄພເງິນເຟີ້ຍັງສືບຕໍ່ ສົ່ງຜົນໃຫ້ການດຳເນີນທຸລະກິດກໍຖືກກະທົບ ແຕ່ສ່ວຍສາອາກອນອາກອນປະຈໍານະຄອນຫຼວງວຽງຈັນ ກໍໄດ້ບຸກບືນສູ້ຊົນ, ຄຸ້ມຄອງ, ຕິດຕາມ ເກັບລາຍຮັບໄດ້ເກີນຄາດໝາຍ ເຊິ່ງສະແດງອອກ ໃນຕົວເລກການເກັບລາຍຮັບ ສາມາດປະຕິບັດໄດ້ລື່ນແຜນ ເຊິ່ງເປັນປີທີ 07 ທີ່ສາມາດເກັບລາຍຮັບໄດ້ລື່ນແຜນຕິດຕໍ່ກັນ ເປັນການປະກອບສ່ວນທີ່ສຳຄັນໃຫ້ແກາການພັດທະນາປະເທດຊາດ.