ໃນລະຫວ່າງວັນທີ 10-13 ມີນາ 2026, ທີ່ ແຂວງຈໍາປາສັກ, ຄະນະຮັບຜິດຊອບຈັດຝຶກອົບຮົມຈາກກົມຈັດຕັ້ງ ກະຊວງການເງິນ ໄດ້ສືບຕໍ່ຈັດ ຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານ-ລັດຖະກອນ ຂອງຂະແໜງການເງິນ ໃນການຄຸ້ມຄອງການເງິນແຫ່ງລັດ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູວັນ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງ, ກະຊວງການເງິນ ແລະ ທ່ານ ສະໜັ່ນ ສີດາວົງ ຫົວໜ້າພະແນກການເງິນແຂວງຈຳປາສັກ ມີຜູ້ຕາງໜ້າຈາກຂະແໜງການສາມສາຍຕັ້ງ, ຫ້ອງການ-ການເງິນຈາກ 6 ແຂວງ ແລະ 1ນະຄອນ ຄື: ແຂວງ ເຊກອງ, ສາລະວັນ, ອັດຕະປື, ສະຫວັນນະເຂດ, ຄໍາມ່ວນ, ຈໍາປາສັກ ແລະ ນະຄອນປາກເຊ ເຂົ້າຮ່ວມ.
![]() | ![]() |
ການຝຶກອົບຮົມໃນຄັ້ງນີ້, ແມ່ນສ່ວນໜຶ່ງຂອງຍຸດທະສາດການພັດທະນາການເງິນແຫ່ງລັດ ອັນເຮັດໃຫ້ພະນັກງານ-ລັດຖະກອນຂະແໜງ ການເງິນໃນຂອບເຂດທົ່ວປະເທດມີຄວາມເຂົ້າໃຈ ຕໍ່ກັບວຽກງານການຄຸ້ມຄອງການເງິນແຫ່ງລັດ ແລະ ຮັບປະກັນຄຸນນະພາບ ຂອງບຸກຄະລາກອນ ທີ່ປະກອບໃສ່ໃນແຕ່ລະຂະແໜງການ.
ຕະຫຼອດໄລຍະເວລາ 04 ວັນ ຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ຮັບຟັງການບັນຍາຍ, ແລກປ່ຽນຄໍາຄິດຄໍາເຫັນ ຈາກວິທະຍາກອນບັນດາກົມທີ່ກ່ຽວຂ້ອງພາຍໃນກະຊວງການເງິນ, ຈາກບັນດາເອກະສານ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ ໃນ 7 ຫຼັກສູດຕົ້ນຕໍ ຄື:
- ຫຼັກສູດ ບົດລາຍງານການເງິນ ແລະ ການບັນຊີ;
- ຫຼັກສູດ ການວາງແຜນ ແລະ ຈັດຕັ້ງປະຕິບັດ ງົບປະມານ;
- ຫຼັກສູດ ການຄຸ້ມຄອງລາຍຮັບ;
- ຫຼັກສູດ ການຄຸ້ມຄອງລາຍຈ່າຍ;
- ຫຼັກສູດ ການຄຸ້ມຄອງແຫຼ່ງເງິນ ແລະ ໜີ້ສິນສາທາລະນະ;
- ຫຼັກສູດ ການຈັດຊື້ - ຈັດຈ້າງດ້ວຍທຶນຂອງລັດ;
- ຫຼັກສູດ ການກວດສອບ ແລະ ກວດກາ.

