ໃນລະຫວ່າງວັນທີ 10-12 ມີມາ 2026 ທີ່ ສະຖາບັນເສດຖະກິດ-ການເງິນ, ກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ເປີດຝຶກອົບຮົມ ຫົວຂໍ້ “ວຽກງານ ຄຸ້ມຄອງຊັບສິນຂອງລັດ ໃຫ້ແກ່ພະນັກງານຂະແໜງການຄຸ້ມຄອງຊັບສິນແຫ່ງລັດ 5 ແຂວງພາກກາງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຍົມມະລາ ວໍລະຈິດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ທ່ານ ວໍລະເດດ ໂຄດສີເມືອງ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ມີຄະນະຮັບຜິດຊອບ, ວິທະຍາກອນ, ນັກສໍາມະນາກອນ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
![]() | ![]() |
ໃນກອງປະຊຸມ ທ່ານ ຍົມມະລາ ວໍລະຈິດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ໃຫ້ຮູ້ວ່າ: ວຽກງານຄຸ້ມຄອງຊັບສິນຂອງລັດ ເປັນວຽກງານໜຶ່ງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຍົກສູງປະສິດທິພາບ ຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເປັນເຄື່ອງມືໃຫ້ອົງການຈັດຕັ້ງພັກ-ລັດ ໂດຍສະເພາະ ຂະແໜງການເງິນ ນຳໃຊ້ເປັນບ່ອນອີງໃນການນຳພາ-ຊີ້ນຳ ຄຸ້ມຄອງຊັບສິນຂອງລັດ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ຂອງແຂວງນັບມື້ເພີ່ມຂຶ້ນ.
ເພື່ອເຮັດໃຫ້ວຽກງານການຄຸ້ມຄອງ, ຕິດຕາມ ກວດກາວຽກງານຄຸ້ມຄອງຊັບສິນຂອງລັດ ຖືກຕ້ອງ, ເປັນເອກະພາບ, ເຂັ້ມແຂງ, ໂປ່ງໃສ ແລະ ທັນສະໄໝ ແນໃສ່ຮັບປະກັນການຄຸ້ມຄອງຊັບສິນຂອງລັດ ມີປະສິດທິພາບ, ປະສິດທິຜົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ການຍົກລະດັບຂີດຄວາມສາມາດໃຫ້ແກ່ພະນັກງານຈຶ່ງມີຄວາມສໍາຄັນຫຼາຍ ເພື່ອມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ວຽກງານຄຸ້ມຄອງຊັບສິນແຫ່ງລັດ ໃຫ້ມີຄວາມໜັກແໜ້ນຂຶ້ນຕຶ່ມ ສາມາດເຜີຍແຜ່, ແນະນໍາ, ຊຸກຍູ້, ຕິດຕາມ, ກວດກາວຽກງານຄຸ້ມຄອງຊັບສິນຂອງລັດ, ຊຸກຍູ້ຫົວໜ່ວຍທຸລະກິດ ເພື່ອປະຕິບັດພັນທະ ແລະ ຄຸ້ມຄອງຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ຕາມລະບຽບກົດໜາຍກໍານົດ.
ສໍາລັບ ຫົວຂໍ້ ທີ່ນໍາມາຝຶກອົບຮົມ ໃນຄັ້ງນີ້ ປະກອບມີການຄຸ້ມຄອງແຮ່ທາດ: ວຽກງານຄຸ້ມຄອງຕິດຕາມກວດກາການເຄື່ອນຍ້າຍຊັບພະຍາກອນແຮ່ທາດ; ວິທີການຄິດໄລ່ຄ່າຊັບພະຍາກອນແຮ່ທາດ; ຂັ້ນຕອນໃນການຄົ້ນຄວ້າ ຕິດຕາມການສົ່ງແຮ່ທາດ; ແລະ ຫຼັກການກໍານົດແຮ່ທາດ; ແນະນໍາການສະສາງລົດຂອງລັດ ຂັ້ນຕອນ ແລະ ວິທີການສະສາງລົດລັດ; ການຫັນເປັນທັນສະໄໝ ແນະນໍາການນຳໃຊ້ ແລະ ເພີ່ມຂໍ້ມູນເຂົ້າໃນລະບົບ AMIS.
ພ້ອມນັ້ນ, ຄະນະປະທານ ຍັງໄດ້ມີຄໍາເຫັນ ແລະ ຮຽກຮ້ອງໃຫ້ວິທະຍາກອນ, ນັກສໍາມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ເອົາໃຈໃສ່ການປະຕິບັດລະບຽບຂອງການຝຶກອົບຮົມ, ສຸມໃສ່ຄົ້ນຄວ້າແລກປ່ຽນບົດຮຽນປະສົບການ ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ, ແລກປ່ຽນປຶກສາຫາລືຮ່ວມກັນ ແລະ ສາມາດກໍາແໜ້ນໄດ້ ບັນດາເນື້ອໃນ, ຫົວຂໍ້ ທີ່ນໍາມາຝຶກອົບຮົມຄັ້ງນີ້ ເພື່ອຜັນຂະຫຍາຍ ແລະ ນໍາເອົາເນື້ອໃນບົດຮຽນ, ປະສົບການຕົວຈິງ ປະກອບເຂົ້າ ແລະ ໜູນໃຊ້ເຂົ້າສູ່ວຽກງານ ໃຫ້ສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າ ແລະ ມີປະສິດທິຜົນ, ໄດ້ຮັບໜາກຜົນສໍາເລັດສູງຂຶ້ນໄປເລື້ອຍໆ.

