• ກົມຈັດຕັ້ງ ແລະ ພະນັກງານ
  • |
  • 2026-03-06
  • |
  • ວຽກວິຊາສະເພາະ

       ໃນທ້າຍອາທິດທີ່ຜ່ານມາ ທີ່ສະຖາບັນເສດຖະກິດ-ການເງິນ (ພາກໃຕ້) ແຂວງຈໍາປາສັກ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານຈັດຕັ້ງ ໂດຍການເປັນປະທານຂອງທ່ານ ປອ ນິດຖາ ບຸບຜາ ຮອງຫົວໜ້າກົມຈັດຕັ້ງ ກະຊວງການເງິນ,        ມີຄະນະຮັບຜິດຊອບຈາກກົມຈັດຕັ້ງ ກະຊວງການເງິນ ແລະ ວິທະຍາກອນ, ນັກສຳມະນາກອນ ເຂົ້າຮ່ວມ. 

        ການຝຶກອົບຮົມໃນຄັ້ງນີ້ໄດ້ລົງເລິກ 5 ຫົວຂໍ້ຄື: Œ1ວຽກງານກົງຈັກການຈັກຕັ້ງ; 2ວຽງຄຸ້ມຄອງພະນັກງານ; 3 ວຽກງານພັດທະນາບຸກຄະລາກອນ; 4ວຽກງານນະໂຍບາຍ, ແຂ່ງຂັນ-ຍ້ອງຍໍ; 5ວຽກງານພັດທະນາຊັບພະຍາກອນມະນຸດ ແລະ ບົດຮຽນວຽກງານຈັດຕັ້ງໃນໄລຍະຜ່ານມາ.

        ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຈັດຕັ້ງ-ພະນັກງານ ໂດຍສະເພາະ ມີຄວາມຮັບຮູ້ເຖິງຂັ້ນຕອນ, ວິທີການ ແລະ ມີຄວາມເປັນເອກະພາບ ເປັນຕົ້ນແມ່ນວຽກງານການຄຸ້ມຄອງ-ກໍ່ສ້າງພະນັກງານ, ວຽກງານນະໂຍບາຍ, ແຂ່ງຂັນ-ຍ້ອງຍໍ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ໃຫ້ສອດຄ່ອງກັບສິດ, ໜ້າທີ່, ພາລະບົດ ຂອງພາກສ່ວນຕົນ ຕາມທິດຂອງພັກ, ລັດຖະບານ ໃນການປັບປຸງກົງຈັກ ແລະ ການກໍານົດຕຳແໜ່ງງານ ຕ້ອງໄປຕາມທິດກະທັດຮັດ, ຜູ້ໜຶ່ງເຮັດວຽກໄດ້ຫຼາຍໜ້າວຽກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.

© 2025 Copyright: ກະຊວງການເງິນ, ສປປ ລາວ