ການຝືກອົບຮົມໃນຄັ້ງນີ້ແມ່ນໄດ້ຈັດຂຶ້ນເປັນເວລາ ເຄິ່ງວັນ ແລະ ຈັດຝຶກອົບຮົມເປັນ 2 ລະບົບ ຄື: ແບບລະບົບເຂົ້າຮ່ວມເຊິ່ງໜ້າ ແລະ ເຂົ້າອອນລາຍ ຜ່ານ Google meet ເຊິ່ງກ່ອນການດໍາເນີນ ຝຶກອົບຮົມ ກໍໄດ້ຮັບກຽດຈາກ ທ່ານ ສອນໄຊ ສີລາເພັດ ປະທານ ສວ-ບກລ ໃຫ້ກຽດ ເປັນປະທານກ່າວເປີດ ພິທີ. ຈຸດປະສົງຂອງການຈັດຝຶກອົບຮົມ, ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານການນໍາໃຊ້ລະບົບ ມອບພັນທະສ່ວຍສາອາກອນ (TAXRIS) ແລະ ເພື່ອເປັນການສ້າງຂີດຄວາມສາມາດແບບຕໍ່ເນື່ອງ ໃຫ້ກັບນັກບັນຊີ ທີ່ຕິດພັນກັບຫົວໜ່ວຍທຸລະກິດຕ່າງໆ ທີ່ມີໜ້າທີ່ ແລະ ມີພາລະບົດບາດ ໃນການນໍາໃຊ້ລະບົບດັ່ງກ່າວ ແກ່ວິສາຫະກິດ. ສຳລັບເນື້ອໃນ ແລະ ຫົວຂໍ້ໃນການຝຶກອົບຮົມ ແມ່ນລົກເລິກທັງໃນພາກທິດສະດີ ແລະ ການປະຕິບັດຕົວຈິງ ດ້ວຍການນຳພາເຂົ້ານຳໃຊ້ລະບົບ ໂດຍເນື້ອໃນແມ່ນລົງເລິກກ່ຽວກັບ: ແນະນໍາພາບລວມການນໍາໃຊ້ລະບົບຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ (TAXRIS); ແນະນໍາການບໍລິການແຈ້ງອາກອນປະເພດຕ່າງໆ ໃນລະບົບ(TAXRIS); ແນະນໍາ ການແຈ້ງແບບຟອມ ອມພ ແລະ ນິຕິກໍາທີ່ກຽວຂ້ອງ. ຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ມີທັງໝົດ 255 ທ່ານ, ໂດຍເຂົ້າຮ່ວມຝຶກອົບຮົມແບບເຊິ່ງໜ້າ 75 ທ່ານ ແລະ ເຂົ້າຮ່ວມທາງອອນລາຍ 180 ທ່ານ ທີ່ມາຈາກຫຼາຍພາກສ່ວນ ເຊັ່ນ: ເຂົ້າຮ່ວມໃນນາມພະນັກງານວິຊາການ ທີ່ເປັນແຂກຖືກເຊີນຂອງ ສວ-ບກລ 25 ທ່ານ, ສະມາຊິກ ບຸກຄົນ ຂອງ ສວ-ບກລ 98 ທ່ານ, ນັກຝຶກອົບຮົມ CPA 51 ທ່ານ ແລະ ບຸກຄົນທົ່ວໄປທີ່ເຂົ້າຮ່ວມນຳ 81 ທ່ານ. ໃນຕອນທ້າຍຂອງການຝຶກອົບຮົມ, ທ່ານ ສີປະພັນ ຄັນທະວົງສາ, ຫົວໜ້າຫ້ອງການ ສວ-ບກລ ໄດ້ກ່າວປິດຊຸດຝຶກອົບຮົມຢ່າງເປັນທາງການ ແລະ ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ຜູ້ເຂົ້າຮ່ວມຊຸດຝຶກອົບຮົມ ໂດຍ ທ່ານ ນາງ ຄຳແຫວນ ຈິນດາວົງ ຄະນະບໍລິຫານງານ ສວ-ບກລ.





