• ກົມສ່ວຍສາອາກອນ
  • |
  • 2026-03-06
  • |
  • ວຽກວິຊາສະເພາະ

       ໃນວັນທີ 06 ມີນາ 2026 ກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດພິທີປິດ ຊຸດຝຶກອົບຮົມການນໍາລະບົບ TaxRIS ປະຈໍາປີ 2026 ຊຸດທີ 1 ໂດຍການເປັນປະທານຂອງ ທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ ມີ ບັນດາທ່ານຫົວໜ້າພະແນກ, ຄະນະພະແນກ, ຄະນະຮັບຜິດຊອບຈັດຝຶກອົບຮົມ, ວິທະຍາກອນຄູຝຶກ ແລະ ນັກສຳມະນາກອນເຂົ້າຮ່ວມ.

        ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງການເງິນ ເລກທີ 0661/ກງ, ລົງວັນທີ  17 ກຸມພາ 2026 ວ່າດ້ວຍການອະນຸມັດຈັດຝຶກອົບຮົມການນໍາໃຊ້ລະບົບ ຄຸ້ມຄອງລາຍຮັບສ່ວຍສາອາກອນ TaxRIS ປະຈຳປີ 2026 ໃຫ້ແກ່ພະນັກງານຂອງກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາເມືອງ ແລະ ນະຄອນ ໃນຂອບເຂດທົ່ວປະເທດ ເຊີງໄດ້ຈັດເປັນເວລາ 5 ວັນເຕັມ ໃນ 04 ໂມດູນ.

        ການຝຶກອົບຮົມຄັ້ງນີ້ ຖືເປັນການຝຶກ ການນໍາໃຊ້ລະບົບ ທີ່ປັບປຸງຂື້ນມາໃໝ່ ເພື່ອຈະເອົາໄປນໍາໃຊ້ຕົວຈິງໃນໄວໆນີ້ ແລະ ທັງເປັນການເອກະພາບກັນ ໃຫ້ຈັດຕັ້ງປະຕິບັດກົນໄກ ໃຫ້ຖືກຕ້ອງໄປລວງດຽວກັນ ໃນທົ່ວປະເທດ ເຊິ່ງໄດ້ນຳເອົາເນື້ອໃນ ຫຼືວ່າ ປະເດັນທີ່ສຳຄັນ, ເປັນສິ່ງໃໝ່ ແລະ ທັງແກ້ຈຸດຄົງຄ້າງທີ່ເຄີຍມີມາໃຫ້ ຄົບຖ້ວນ ຈາກທາງຄະນະຮັບຜິດຊອບຈັດຝຶກອົບຮົມ, ວິທະຍາກອນຄູຝຶກ ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເຕັມສ່ວນ, ນັກສຳມະນາກອນກໍ່ ເປີດໃຈນໍາສະເໜີ ແລກປ່ຽນບັນຫາຕ່າງໆທີ່ເກີດຂື້ນຢູ່ທ້ອງຖິ່ນຕົນ ອັນຕິດພັນກັບການນໍາໃຊ້ຂອງແຕ່ລະໂມດູນ ກັບ ສູນກາງ, ແລະ ເມືອງອື່ນ, ພ້ອມກັບຖອນຖອນເອົາບົດຮຽນອັນດີ ຈາກເມືອງອື່ນ.

         ໂອກາດນີ້ ທ່ານ ອານຸວົງ ບົວພັນ ຮອງຫົວໜ້າ ກົມສ່ວຍສາອາກອນ ໄດ້ເນັ້ນຕື່ມວ່າ: ຈົ່ງນໍາເອົາ ຄວາມຮູ້, ບົດຮຽນທີ່ໄດ້ຝຶກໃນຄັ້ງນີ້ ໄປນຳໃຊ້, ຈັດຕັ້ງປະຕິບັດ, ຜັນຂະຫຍາຍກັບວຽກງານຕົວຈິງ ໃຫ້ສ່ວຍສາອາກອນໃນຂັ້ນຂອງຕົນໃຫ້ດີຂື້ນ, ໃນການບໍລິການຜູ້ເສຍອາກອນ ມີຄວາມເຂົ້າໃຈ ແລະ ສາມາດແຈ້ງມອບພັນທະໃຫ້ຖືກຕ້ອງ, ພ້ອມກັບ ສາມາດຝຶກສອນໃຫ້ ຜູ້ເສຍອາກອນ ສາມາດແຈ້ງມອບພັນທະດ້ວຍຕົວເອງໃຫ້ໄດ້ຫຼາຍຂື້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ